Homeສຸຂະພາບ ແລະ ສີ່ງແວດລ້ອມລ້າງສານພິດໃນຮ່າງກາຍພຽງ 1 ມື້ງ່າຍໆດ້ວຍຕົນເອງ!!

ລ້າງສານພິດໃນຮ່າງກາຍພຽງ 1 ມື້ງ່າຍໆດ້ວຍຕົນເອງ!!

Published on

ຄົງຈະຮູ້ກັນມາແລ້ວວ່າ ການລ້າງສານພິດ ຈະເຮັດໃຫ້ຮ່າງກາຍແຂງແຮງ, ເລືອດເດີນສະດວກ, ຖ້າເຮັດເປັນປະຈຳ ກໍຈະຊ່ວຍຟື້ນຟູສຸຂະພາບ ແລະຮັກສາພະຍາດຮ້າຍໂດຍສະເພາະມະເຮັງ, ພະຍາດພູມຄຸ້ມກັນ ຫອບຫືດ, ເບົາ ຫວານ, ລວມຮອດຫຼຸດຫຸ່ນໄດ້ອີກ

ຫົວໃຈສຳຄັນໃນການລ້າງສານພິດໃນ 1 ມື້ຄື: ຈະຕ້ອງກິນແຄລໍລີ່ໃຫ້ໄດ້ໜ້ອຍກວ່າ 800 ແຄລໍລີ່, ເພື່ອໃຫ້ລະບົບຍ່ອຍ ແລະຕັບໄດ້ພັກຜ່ອນ, ຈາກນັ້ນຕັບຈະຂັບສານພິດອອກມາໄດ້ ແລະອາຫານທີ່ເຈົ້າຈະກິນໃນວັນນັ້ນ ຈະຕ້ອງບໍ່ມີຊີ້ນເຂົ້າມາປົນເດັດຂາດ

  1. ເລືອກໝາກໄມ້ທີ່ເຈົ້າມັກມາ 1 ຊະນິດເຊັ່ນ: ໝາກຫຸ່ງ, ໝາກແອັບເປິ່ນ, ໝາກກ້ຽງໃຫຍ່, ໝາກມ່ວງ ແລະອື່ນໆ ຍົກເວັ້ນຢູ່ 2 ຊະນິດຄື ໝາກທຸລຽນ ແລະໝາກນັດ, ເພາະໝາກທຸລຽນມີແຄລໍລີ່ສູງເກີນໄປ ແລະຍ່ອຍຍາກ ກິນແລ້ວຈະເປັນພາລະກັບລະບົບຍ່ອຍອາຫານ, ສ່ວນໝາກນັດ ມີກົດສູງ ຖ້າກິນໝົດມື້ຈະເຮັດໃຫ້ທ້ອງອືດໄດ້
  2. ກິນແຕ່ໝາກໄມ້ຊະນິດດຽວຕະຫຼອດມື້: ໂດຍອາດຈະປັບປ່ຽນຮູບແບບໄດ້ເຊັ່ນ: ຖ້າເລືອກໝາກຫຸ່ງ ກໍອາດຈະກິນເປັນໝາກຫຸ່ງສຸກ ຫຼືຕຳໝາກຫຸ່ງດິບ ໃສ່ແຕ່ໝາກຫຸ່ງກັບນໍ້າປາເທົ່ານັ້ນ ບໍ່ໃສ່ເຄື່ອງປະກອບຢ່າງອື່ນເດັດຂາດ
  3. ພໍມາຮອດຕອນສວາຍກໍກິນໝາກຫຸ່ງອີກ: ແຕ່ກໍອາດຈະເປັນນໍ້າປັ່ນໝາກຫຸ່ງ ໃສ່ນໍ້າຕານໜ້ອຍທີ່ສຸດ ຫຼືນໍ້າໝາກຫຸ່ງສົດ
  4. ຕອນແລງກໍຍັງຕ້ອງກິນໝາກຫຸ່ງອີກຄັ້ງເປັນຕອນສຸດທ້າຍຂອງມື້: ໂດຍອາດຈະບີບໝາກນາວລົງໃສ່ໜ້ອຍໜຶ່ງ ໂດຍເພີ່ມລົດຊາດເລັກໜ້ອຍ
  5. ມື້ຕໍ່ມາກ່ອນທີ່ຈະເລີ່ມກິນເຂົ້າເຊົ້າ ເຈົ້າຈະຕ້ອງດື່ມນໍ້າໝາກນາວປະສົມນໍ້າອຸ່ນປະມານ 2 ຕຸກ: ເພາະເມື່ອເຮົາລ້າງສານພິດ ຕັບຈະຂັບສານພິດໃຫ້ມາລວມໂຕກັນຢູ່ລຳໄສ້ແກ່ບ່ອນສຸດ ຈຶ່ງຕ້ອງດື່ມນໍ້າອຸ່ນປະສົມນໍ້າໝາກນາວເຂົ້າໄປກະຕຸ້ນໃຫ້ລຳໄສ້ບີບໂຕ ເພື່ອໃຫ້ສານພິດໄດ້ຖືກດັນອອກມາພ້ອມກັບເວລາຖ່າຍໜັກ ຫຼັງຈາກທີ່ດື່ມນໍ້າອຸ່ນແລ້ວ ເຈົ້າຈະຮູ້ສຶກຢາກເຂົ້າທັນທີ ແຕ່ຖ້າບໍ່ມີການດື່ມນໍ້າກະຕຸ້ນ ແລະໄປກິນອາຫານເຊົ້າ ສານພິດກໍຈະຖືກດູດກັບ ເຂົ້າໄປໃນກະແສເລືອດຄືເກົ່າ ເຮັດໃຫ້ການອົດອາຫານລ້າງສານພິດຂອງເຮົາຕ້ອງບໍ່ສຳເລັດ
  • ວິທີກຽມນໍ້າອຸ່ນປະສົມນໍ້າໝາກນາວ

ອຸປະກອນ:

  1. ຕຸກນໍ້າຂະໜາດ 1 ລິດ 2 ຕຸກ
  2. ໝາກນາວ 4 ໜ່ວຍ
  3. ເກືອ 2 ບ່ວງແກງ

ວິທີເຮັດ

  1. ໃສ່ນໍ້າດື່ມໃຫ້ເຕັມຕຸກ ຈາກນັ້ນບີບໝາກນາວໃສ່ລົງໄປໃນຕຸກລະ 2 ໜ່ວຍ ແລະເກືອ 1 ບ່ວງແກງ ແລ້ວເຍົ່າໃຫ້ເຂົ້າກັນ
  2. ໝາກນາວຈະໄປກະຕຸ້ນໃຫ້ລຳໄສ້ເຮັດວຽກ ສ່ວນເກືອກໍຈະຊ່ວຍອົມນໍ້າໄວ້ ບໍ່ໃຫ້ຖືກຮ່າງກາຍດູດຊຶມເຂົ້າໄປໝົດ ນໍ້າຈະໄດ້ເຫຼືອໄປຈົນຮອດຮູທະວານເພື່ອຂັບຖ່າຍເອົາສານພິດອອກ
  3. ຫຼັງຈາກດື່ມນໍ້າໝາກນາວປະມານ 10-20 ນາທີ ເຈົ້າຈະຮູ້ສຶກເຈັບທ້ອງ ຢາກເຂົ້າຫ້ອງນໍ້າ ນັ້ນຄືອາການປົກກະຕິ ຫຼັງຈາກຖ່າຍໜັກຮຽບຮ້ອຍແລ້ວ ກໍເລີ່ມກິນອາຫານເຊົ້າໄດ້

ທີ່ມາ: health.kapook.

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...