spot_img
Homeຂ່າວການພັດທະນານາຍົກ ທອງລຸນ ສັ່ງຍຸບໂຮງງານໄມ້-ເຟີນີເຈີ ຜິດກົດໝາຍເກືອບ 1,200 ແຫ່ງ ທົ່ວປະເທດ!

ນາຍົກ ທອງລຸນ ສັ່ງຍຸບໂຮງງານໄມ້-ເຟີນີເຈີ ຜິດກົດໝາຍເກືອບ 1,200 ແຫ່ງ ທົ່ວປະເທດ!

Published on

ນາຍົກລັດຖະມົນຕີແຫ່ງ ສປປລາວ ໄດ້ມີຄຳສັ່ງໃຫ້ຍຸບ ບັນດາໂຮງງານປຸງແຕ່ງໄມ້ ເຂດປ່າຄູ້ມຄອງ ແລະ ໂຮງງານແບບຄອບຄົວ, ຕາມການຄົ້ນຄວ້າ ແລະ ນຳສະເໜີຂອງ ຄະນະກຳມະການສະເພາະກິດ ໃນການຈັດຕັ້ງປະຕິບັດ ຄຳສັ່ງເລກທີ 15/ນຍ.

ທ່ານ ຈະເລີນ ເຢຍປາວເຮີ, ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ແລະ ໂຄສົກລັດຖະບານ ໄດ້ຖະແຫລງຂ່າວ ໃນວັນທີ 1 ກັນຍາ 2016 ຜ່ານມານີ້ວ່າ ຜ່ານການຜັນຂະຫຍາຍ ຄຳສັ່ງເລກທີ 15/ນຍ ລົງວັນທີ 13 ພຶດສະພາ 2016 ວ່າດ້ວຍການເພີ່ມທະວີ ຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາ ການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ແມ່ນໄດ້ຮັບການຈັດຕັ້ງປະຕິບັດເປັນເອກະພາບສູງ ແຕ່ເທິງລົງລຸ່ມຢ່າງຖົ່ວເຖິງ, ວ່ອງໄວ ແລະ ມີປະສິດທິຜົນ ໂດຍນາຍົກລັດຖະມົນຕີ ໄດ້ມີຄຳສ່ັງໃຫ້ຍຸບ ບັນດາໂຮງງານປຸງແຕ່ງໄມ້ ທີ່ຕັ້ງຢູ່ໃນ ຫຼື ນອກໄກ້ກັບປ່າສະຫງວນ, ປ່າປ້ອງກັນ ແລະ ປ່າຫວງຫ້າມ ຈຳນວນ 22-28 ແຫ່ງຢ່າງສິ້ນເຊິງ, ລວມທັງໂຮງງານທີ່ມີໃບອະນຸຍາດ ຫລື ບໍ່ມີໃບອະນຸຍາດ ໂດຍມອບໃຫ້ເຈົ້າຂອງໂຮງງານເປັນຜູ້ຍຸບ, ຍ້ອນວ່າການຕັ້ງໂຮງງານດັ່ງກ່າວ, ແມ່ນລະເມີດຕໍ່ກົດໝາຍວ່າດ້ວຍປ່າໄມ້ ແລະ ກົດໝາຍວ່າດ້ວຍອຸດສາຫະກຳປຸງແຕ່ງ.

ສຳລັບໂຮງງານ, ເຟີນີເຈີແບບຄອບຄົວ ຈຳນວນ 1.154 ຫົວໜ່ວຍ ທີ່ບໍ່ມີໃບອະນຸຍາດ ຫລື ມີໃບອະນຸຍາດ ແຕ່ບໍ່ຖືກຕ້ອງຕາມຂອບເຂດສິດ ຂອງຂະແໜງການທີ່ກ່ຽວຂ້ອງ ແມ່ນລ້ວນແຕ່ໃຫ້ຍຸບເລິກ ໂດຍເຈົ້າຂອງເອງ ຫຼື ຈັດຕັ້ງທີ່ກ່ຽວຂ້ອງ, ພ້ອມນັ້ນ ຍັງໄດ້ສັ່ງໃຫ້ກວດກາ ແລະ ດັດສົມຄືນໃໝ່ ບັນດາໂຮງງານໄມ້ ທີ່ມີໃບອະນຸຍາດຕ່າງໆຈຳນວນ 1.590 ກວ່າຫົວໜ່ວຍ ເພື່ອໃຫ້ແທດເໝາະກັບສະພາບຄວາມເປັນຈິງ ຂອງແຕ່ລະທ້ອງຖິ່ນ ແລະ ຄວາມສາມາດສະໜອງແຫຼ່ງໄມ້ ໃຫ້ແກ່ການປຸງແຕ່ງເປັນຜະລິດຕະພັນ ນຳໃຊ້ພາຍໃນ ຫລື ການສົ່ງອອກ.

ທັງນີ້ ການຕົກລົງດັ່ງກ່າວ ແມ່ນແນ່ໃສ່ເພື່ອຜົນປະໂຫຍດລວມຂອງປະຊາຊົນທັງຊາດ ກໍຄືຜູ້ປະກອບການທັງພາກລັດ-ເອກະຊົນ ແນ່ໃສ່ປະຕິບັດໃຫ້ເປັນຈິງ ບັນດາຈຸດໝາຍທີ່ກອງປະຊະໃຫຍ່ຄັ້ງທີ X ຂອງພັກວາງອອກ, ເຮັດໃຫ້ປະຊາຊົນຮັ່ງມີຜາສຸກ ປະເທດຊາດມັ່ງຄັ່ງເຂັ້ມແຂງ ສັງຄົມສາມັກຄີປອງດອງ ມີປະຊາທິປະໄຕ ຍຸຕິທຳ ແລະ ສີວິໄລ.

 

ແຫລ່ງຂ່າວ: Sourioudong Sundara

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...