spot_img
Homeມູມໄອທີລາວບໍລິສັດ ຫົວເຫວີຍຮ່ວມກັບແຟນຄັບ ຈັດກິດຈະກຳດີໆ

ບໍລິສັດ ຫົວເຫວີຍຮ່ວມກັບແຟນຄັບ ຈັດກິດຈະກຳດີໆ

Published on

ໃນວັນທີ່ 20-21/8/2016 Huawei ແລະ ທີມງານແຟນຄັລບໄດ້ຖືໂອກາດດີໆໄປຈັດກິດຈະກຳ ມອບເຄື່ອງການສືກສາໃຫ້ນ້ອໆ ນັກຮຽນທີ່ແຂວງວຽງຈັນ ນຳພາໂດຍທ່ານ Zhu Jinyong ຜູ້ອຳນວຍການຝ່າຍການຄ້າ, ກ່ອນຈະອອກເດີນທາງນັ້ນ ທາງ Huawei ກໍ່ແນະນຳວິທີໃຊ້ໂທລະສັບ Huawei P9 ເພື່ອໃຫ້ແຟນຄັລບໄດ້ຮູ້ຈັກວິທີໃຊ້ຕົວຈີິງ ເພື່ອຫລີ້ນເກມແຂ່ງຂັນຖ່າຍພາບ ໂດຍໃຊ້ Huawei P9 ຖ່າຍພາບງາມໆ ແລະ ຍັງມີຊ່າງພາບດີໆມາແນະນຳຖ່າຍພາບອີກດ້ອຍ.

ໂຄງການທ່ອງທ່ຽວພະຈົນໄພໄປກັບ Huawei P9 ຈຸດປະສົງຂອງໂຄງການນີ້ແມ່ນ ພາແຟນຄັລບຈຳຫລາຍ 10 ຄົນ ໄປເຮັດບຸນ ແລະ ຈັດກິດຈະກຳມອບອຸປະກອນການສືກສາຢູ່ທີ່ ວັດປ່າພະບາດພູເຂົາຄວາຍ ແລະ ຍັງເອົາໂທລະສັບ Huawei P9 ຖ່າຍຮູບຕອນຫລີ້ນກິດຈະກຳ ແລະ ວິວທຳມະຊາດທີ່ສວຍງາມແລ້ວເອົາລົງ Facebook ຂອງຕົນເອງເພື່ອໃຫ້ໝູ່ຄູ່ນັ້ນໄດ້ເຫັນ, ສະຖານທີ່ ວັດປ່າພະບາດພູເຂົາຄວາຍນັ້ນ ຍັງມີບ່ອນທ່ອງທ່ຽວທີ່ຫຼາຍໆຄົນຍັງບໍ່ຮູ້ເທື່ອວ່າໃນ ວັດປ່າພະບາດພູເຂົາຄວາຍນັ້ນຍັງມີ: ນໍ້າຕົກຕາດ ແລະ ຂົວສະລິງຂ້າມແມ່ນ້ຳ ຢູ່ນໍາພ້ອມ.

thumbnail_IMG_7345

ຈາກນັ້ນກໍ່ອອກຈາກວັດປ່າພະບາດພູເຂົາຄວາຍ ແລ້ວ ທາງທີມງານ ແລະ ແຟນຄັລບກໍ່ໄດ້ພາກັນ ໄປພະຈົນໄພ ລ່ອງເຮືອຢູ່ເຂື່ອນນ້ຳງື່ມທ່າລ່າດ ເພື່ອສ້າງຄວາມສຳພັນກັບແຟນຄັລບໃຫ້ຫຼາຍຂື້ນ, ຈາກນັ້ນທີມງານ ແລະ ແຟນຄລັບໄດ້ໄປລົງຢ້ຽມຢາມ ແລະ ສຳພັດກັບວິຖີຊີວິດຂອງຊາວບ້ານທີ່ຢູ່ກາງເກາະຂອງເຂື່ອນນ້ຳງື່ມ, ຊາວບ້ານທີ່ຢູ່ກາງເກາະນັ້ນສ່ວນຫຼາຍເພີ່ນຈະເຮັດອາຊີບຫັດທະກໍາເປັນຫຼັກ.

ແລ້ວທາງທີມງານ ແລະ ແຟນຄລັບກໍ່ໄດ້ພາກັນໄປພະຈົນຢູ່ວັງວຽງ, ແຂວງວຽງຈັນຫຼັງຈາກໄປຮອດກໍ່ແລງແລ້ວທີມງານ ແລະ ແຟນຄັລບກໍ່ພາກັນພັກຜ່ອນແລ້ວກໍ່ພາກັນຫລີ້ນກິດຈະກຳຕ່າງໆ ແລະ ກີນເຂົ້າລວມກັນ.

thumbnail_IMG_8072thumbnail_IMG_8009

ໃນມື້ຕໍ່ມາພວກເຮົາໄດ້ຍົກຂະບວນໄປມອບເຄື່ອງການສືກສາ ຢູ່ທີ່ແກ້ງຫຍຸຍ ແລະ ໄປຈັດກິດຈະກຳ ພະຈົນໄພຢູ່ທີ່ ຜາເງີນໂດຍໃຫ້ທີມງານ ແລະ ແຟນຄັລບ ຮ່ວມກັນຫຼີ້ນເກມ ໂປເກມ້ອນ ຈາມເສັ້ນທາງຂື້ນຜາເງີນເພື່ອໃຫ້ໄປຮອດຈຸດສູງສຸດຂອງຜາເງີນ.

ຫຼົງຈາກຈົບເກມແລ້ວທາງທີມງານ ແລະ ແຟນຄັລບ ກໍ່ອອກເດີນທາງໄປຜັກຜ່ອນກີນເຂົ້າສາມະຄີກັນຢູ່ທີ່ດາດແກ້ງຫຍຸ້ຍເປັນພາບສຸດທ້າຍເພື່ອສະຫຼຸບກິດຈະກຳກ່ອນທີ່ຈະລາຈາກກັນ ແລ້ວ ເດີນທາງກັບວຽງຈັນ.

ແຟນຄັລບແຕ່ລະຄົນດີໃຈຫຼາຍທີ່ໄດ້ມາຮ່ວມເຮັດກິດຈະກຳດີໆແບບນີ້ ກັບ Huawei ແລະ ມອບເຄື່ອງໃຫ້ນ້ອງໆທີ່ຂາດເຂີນອຸປະກອນການຮຽນຕ້ອງຂໍຂອບໃຈ Huawei ຫຼາຍໆທີ່ໄດ້ຈັດກິດຈະກຳດີໆແບບນີ້ຂື້ນມາ ວັງວ່າໂອກາດໜ້າ Huawei ຈະໄດ້ຈັດໂຄງການດີໆແບບນີ້ອີກ.

thumbnail_IMG_8183

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...