spot_img
Homeຂ່າວພາຍ​ໃນທົ່ວປະ­ເທດ ມີຜູ້ຕິດ­ເຊື້ອພະ­ຍາດໄຂ້­ຍຸງລາຍເກືອບ 3 ພັນກໍ­ລະ­ນີ

ທົ່ວປະ­ເທດ ມີຜູ້ຕິດ­ເຊື້ອພະ­ຍາດໄຂ້­ຍຸງລາຍເກືອບ 3 ພັນກໍ­ລະ­ນີ

Published on

ອີງຕາມຂໍ້ມູນຈາກຂະແໜງວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ນັບແຕ່ວັນທີ 27 ທັນວາ 2015 ຫາວັນທີ 22 ສິງຫາ 2016 ໄດ້ພົບກໍລະນີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍທັງໝົດໃນທົ່ວປະເທດມີ 2.933 ກໍລະນີ ແລະ ເສຍຊີວິດ 9 ກໍ¬ລະນີ ໃນນັ້ນ ແຂວງຈຳປາສັກ 1.105 ກໍລະນີ ແລະ ເສຍຊີວິດ 7 ກໍລະນີ ແຂວງບໍລິຄຳໄຊ 413 ກໍລະນີ ເສຍຊີວິດ 1 ກໍລະນີ ແຂວງຄຳມ່ວນ 403 ກໍລະນີ ນະຄອນຫລວງວຽງຈັນ 210 ກໍລະນີ ແຂວງສະຫວັນນະເຂດ 232 ກໍ¬ລະນີ ແຂວງສາລະວັນ 139 ກໍລະນີ ເສຍຊີວິດ 1 ກໍລະນີ ແຂວງເຊກອງ 96 ກໍລະນີ ແຂວງຫຼວງພະບາງ 91 ກໍລະນີ ແຂວງອັດຕະປື 83 ກໍລະນີ ແຂວງອຸດົມໄຊ 65 ກໍລະນີ ແຂວງວຽງຈັນ 47 ກໍລະນີ ແຂວງຫຼວງນ້ຳທາ 22 ກໍລະນີ ແຂວງໄຊຍະບູລີ 13 ກໍລະນີ ແຂວງບໍ່ແກ້ວ 4 ກໍລະນີ ແຂວງໄຊສົມບູນ 3 ກໍລະນີ ແຂວງຊຽງຂວາງ 2 ກໍລະນີ ແຂວງຜົ້ງສາລີ 1 ກໍລະນີ ສ່ວນແຂວງຫົວພັນ ແມ່ນບໍ່ພົບຜູ້ຕິດເຊື້ອ.

 

ທີ່ມາຈາກ: ສຳນັກຂ່າວສານປະເທດລາວ

 

ສຳຫຼັບທ່ານທີ່ຮັກຂ່າວໄອທີ ແລະ ເກມ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...