Homeຂ່າວພາຍ​ໃນກີລາບານເຕະຄົນພິການຕາແມ່ນກີລາປະເພດໃໝ່ໃນ ສປປ ລາວ

ກີລາບານເຕະຄົນພິການຕາແມ່ນກີລາປະເພດໃໝ່ໃນ ສປປ ລາວ

Published on

ຖືວ່າເປັນຂ່າວໃໝ່ ຂ່າວດີສຳລັບວົງການກີລາຄົນພິການໃນ ສປປ ລາວ ເພາະປັດຈຸບັນໄດ້ມີກີລາບານເຕະຄົນພິການຕາເກີດຂຶ້ນ

ການເຄື່ອນໄຫວຝຶກຊ້ອມດັ່ງກ່າວແມ່ນໄດ້ເລີ່ມຕັ້ງແຕ່ເດືອນ ມີຖຸນາ 2016 ເປັນຕົ້ນມາ. ການຝຶກຊ້ອມແມ່ນຊ້ອມທຸກໆ ວັນຈັນ, ເວລາ: 19:00-21:00 ໂມງແລງ ທີ່ເດີ່ນໜອງຈັນ ຕໍ່ໜ້າສູນການແພດຟື້ນຟູໜ້າທີ່ການ, ສຳລັບນັກກິລາແມ່ນມາຈາກຫຼາຍພາກສ່ວນໃນນະຄອນຫຼວງວຽງຈັນ, ນັກກິລາທີ່ມາຝຶກຊ້ອມແມ່ນມີອາຊີບໝໍນວດ, ພະນັກງານ, ນັກຮຽນ ແລະ ອາສາສະໝັກ, ໃນນັ້ນຍັງມີອາສາສະໝັກມາຊ່ວຍໃນການຝຶກຊ້ອມ.

ທ່ານໃດທີ່ສົນໃຈຢາກມີສ່ວນຮ່ວມຊ່ວຍຝຶກຊ້ອມກີລາບານເຕະຄົນພິການຕາ ທາງທີມງານມີຄວາມຍິນດີຕ້ອນຮັບທຸກທ່ານ. ຕິດຕາມຂໍ້ມູນໄດ້ທີ່: (facebook): ກີລາບານເຕະຄົນພິການຕາລາວ Blind Football Laos.

663 664 556

ຕິດຕາມເຮາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສານປະຊາຊົນແຂວງອັດຕະປື ໄດ້ພິຈາລະນາຕັດສີນຄະດີ ກ່ຽວກັບການກະທຳຜິດສໍ້ລາດບັງຫຼວງ.

ສານປະຊາຊົນແຂວງອັດຕະປື ໄດ້ພິຈາລະນາຕັດສີນຄະດີ ກ່ຽວກັບການກະທຳຜິດສໍ້ລາດບັງຫຼວງ ຂອງພະນັກງານຢູ່ ແຂວງອັດຕະປື ໂດຍໄດ້ຕັດສິນລົງໂທດຈໍາເລີຍທີ່ກະທໍາຜິດ ທັງໝົດ 15 ຄົນ, ຍິງ 4 ຄົນ, ໃນນັ້ນ ໂທດຈໍາຄຸກຕະຫຼອດຊີວິດ...

ປູກຜັກກະລໍາປີ ຕາມສັນພູເຮັດໃຫ້ຊີວິດການເປັນຢູ່ຂອງຊາວ ບ້ານ ລ້ອງໜ້ຽງ ແລະ ບ້ານ ພູລັງຈັງ ເມືອງ ພູຄູນ ສ້າງລາຍຮັບໄດ້ທັງໝົດ 17 ຕື້ ກີບ.

ໃນວັນທີ 27 ກໍລະກົດ2026 ຜ່ານມານີ້, ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາບໍລິຫານງານພັກແຂວງ, ປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 6, ປະທານສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ V,...

ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກໍລະກົດ 2026.

ວັນທີ 28 ກໍລະກົດ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ປອ. ເຂິງຄຳ ແກ້ວໜູຈັນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ...

ກົມໃຫຍ່ການເມືອງ ປກສ ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ 47 ໜ່ວຍ.

ໃນປີຜ່ານມາ, ອົງຄະນະພັກກົມໃຫຍ່ການເມືອງ ກະ ຊວງ ປກສ ໄດ້ຖືສໍາຄັນ ແລະ ເອົາໃຈໃສ່ການນໍາພາ-ຊີ້ນໍາສະມາຊິກພັກ , ນາຍ ແລະ ພົນຕໍາຫຼວດທຸກຂັ້ນ ຈັດຕັ້ງປະຕິບັດໜ້າທີ່ການເມືອງຕາມ 5...