spot_img
Homeຂ່າວພາຍ​ໃນສິ່ງທີ່ໂຄຊ ທີມຊາດລາວ ຊຸດໃຫຍ່ ຢາກບອກແຟນບານ

ສິ່ງທີ່ໂຄຊ ທີມຊາດລາວ ຊຸດໃຫຍ່ ຢາກບອກແຟນບານ

Published on

ໃນຕອນບ່າຍຂອງມື້ນີ້ ວັນທີ 24/08/2016, ອຈ ເວີນສະຫວັນ ສີວິໄຊ ໄດ້ ໂພສຂໍ້ຄວາມລົງໃນ facebook ສ່ວນຕົວ ເຊິ່ງມີເນື້ອໃນດັ່ງນີ້: “ມື້ນີ້ ແມ່ນມື້ທີ່ ທີມຊາດລາວ ຊຸດໃຫ່ຍ ຈະລົງແຂ່ງຂັນກັບ ທີມຊາດ ຊາອຸດີອາຣັບເບຍ ຊຶ່ງ ປະຊາຊົນລາວ ສ່ວນໃຫ່ຍ ຢາກໃຫ້ທີມລາວເຮົາ ຊະນະ ແລະ ພວກເຮົາ ທັງ ຄະນະຄູຝຶກ ແລະ ນັກກິລາ ກໍ່ຢາກຊະນະ ແຕ່ ພວກເຮົາ ພາກັນ ຕື່ນນອນໄດ້ແລ້ວ ຢາກໃຫ້ຢູ່ ກັບໂລກຄວາມເປັນຈິງ ໄດ້ແລ້ວ
1. ຊາອຸດີອາຣັບເບຍ ໄປບານໂລກຈັກຄັ້ງ? ເປັນທີມ ລະດັບຕົ້ນໆ ຂອງອາຊີ
2. ລະດັບເສດຖະກິດ ຂອງ ເຂົາຕ່າງກັນປານຟ້າກັບດິນ ທຽບໃສ່ ບ້ານເຮົາ
ແຕ່ເວົ້ານີ້ ບໍ່ແມ່ນເຮົາບໍ່ຢາກສູ້ ພວກເຮົາມານີ້ ມີນ້ຳໃຈຮັກຊາດສູງສົ່ງ ມີຄວາມເສຍສະລະ ແລະ ຢາກຊະນະ ແຕ່ເປົ້າໝາຍຂອງເຮົາຄື ໄປເອົາຊະນະ ມາລດິບ ແລະ ສາມາດເຂົ້າຮອບໃຫ້ໄດ້ ພ້ອມທັງລາຍການ ຊູຊູກີຄັບ ອັນນັ້ນ ຈຶ່ງ ແມ່ນ ໂລກຄວາມເປັນຈິງເພາະສະນັ້ນ ການແຂ່ງຂັນ 2 ນັດກັບ ຊາອຸດີ ອາຣັບເບຍ ເປັນການທົດສອບ ນັກກິລາ ເຖິງຈະຊະນະ, ເສຍໜ້ອຍຫຼາຍ ປະຕູ ຖ້ານັກກິລາ ເຂົ້າໃຈ ລະບົບການຫຼີ້ນ, ຫຼີ້ນດ້ວຍໃຈເກີນຮ້ອຍ ກະຖືວ່າ ເປັນບາດກ້າວທີ່ດີ ໃຫ້ແກ່ທີມຊາດ. ກັບທີມທ່ີ່ມີລະດັບຂົງເຂດ ພຸມມີພາກ ຄື ອາຊຽນ ແລະ ອາຊີໄຕ້ ກໍ່ຄື ມາລດິບ ເພາະສະນັ້ນ ຂໍຮ້ອງ ຢ່າຫວັງຜົນອອກມາໃນມື້ນີ້ ແລ້ວຕັດສິນ ທີມງານ ແລະ ນັກກິລາ ເທື່ອຖ້າ ພວກເຮົານຳທີມໄປ ບໍ່ປະສົບຜົນສຳເລັດຄື ບໍ່ຊະນະ ມາລດິບ ຫຼື ບໍ່ສາມາດຜ່ານເຂົ້າຮອບແບ່ງກຸ່ມ ຊູຊູກີຄັບ ຂ້າພະເຈົ້າ ຈະເປັນຜູ້ທຳອິດ ຂໍລາອອກ ຈາກຄູຝຶກ ທີມຊາດ ແລະ ບໍ່ຂໍຫຍຸ້ງກ່ຽວກັບທີມຊາດອີກ ຂໍຂອບໃຈທຸກຄຳເຫັນ ແລະ ຄຳຕຳນິ ລ້ວນແລ້ວ ແຕ່ເປັນເຂັມທິດເຍືອງທາງ ໃຫ້ພວກເຮົາ ເພື່ອປະສົບຜົນສຳເລັດ ແຕ່ຄຳດ່າຄຳປ້ອຍ ຄຳປະນາມ ເປັນຢາພິດທີ່ຮ້າຍແຮງ ແຕ່ກໍ່ເປັນ ແຮງບັນດານໃຈ ໃຫ້ພວກເຮົາສູ້.

583_sub_0

 

ຂອບໃຈພາບແລະ ຂ່າວຈາກ: ເຟສບຸກ veunsavanh.sivisay ແລະ http://laosportnews.com/
ຕິດຕາມເຮາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...