spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ເຮືອຂ້າມຟາກຫຼົ້ມ ນອກຊາຍຝັ່ງວານູອາຕູ ເສຍຊີວິດ 2 ສູນຫາຍ 2 ກາງມະຫາສະໝຸດປາຊີຟິກ

ເຮືອຂ້າມຟາກຫຼົ້ມ ນອກຊາຍຝັ່ງວານູອາຕູ ເສຍຊີວິດ 2 ສູນຫາຍ 2 ກາງມະຫາສະໝຸດປາຊີຟິກ

Published on

ຕາມແຫຼ່ງຂ່າວຂອງຕ່າງປະເທດລາຍງານວ່າ ມີຜູ້ເສຍຊີວິດຢ່າງໜ້ອຍ 2 ຄົນ ແລະ ສູນຫາຍອີກ 2 ຄົນ

ຫຼັງຈາກເກີດອຸບັດຕິເຫດເຮືອຂ້າມຟາກ ທີ່ໃຫ້ບໍລິການລະຫວ່າງເກາະ ອັບປາງລົງໃນໝູ່ເກາະວານູອາຕູ

ເມື່ອເວລາ 10 ໂມງເຊົ້າ ຕາມເວລາທ້ອງຖິ່ນ ໃນມື້ນີ້ (11 ກໍລະກົດ) ໂດຍໃນຂະນະທີ່ຜູ້ລອດຊີວິດຕ້ອງໄດ້

ລອຍຄໍກາງມະຫາສະໝຸດປາຊີຟິກ ທີ່ເຕັມໄປດ້ວຍສະຫຼາມ ເປັນເວລາຫຼາຍກ່ວາ 6 ຊົ່ວໂມງ.

 

557000008095003

 

ທ່ານ ແຈັກເກີລິນ ເດີ ໄຊອົງ ຜູ້ອຳນວຍການສຳນັກງານກາແດງ ແຫ່ງວານູອາຕູ ໄດ້ລະບຸວ່າ ເຮືອຂ້າມ

ຟາກລຳດັ່ງກ່າວ ບັນທຸກຜູ້ໂດຍສານຈຳນວນ 30 ຄົນ ລວມເຖິງລູກເຮືອອີກ 13 ຊີວິດ ໃນຂະນະທີ່ເກີດ

ເຫດອັບປາງລົງໃນມະຫາສະໝຸດປາຊີຟິກ ຫຼັງເດີນທາງອອກຈາກເກາະມາເລຄູລາ ເຊິ່ງເປັນເກາະໃຫຍ່

ອັນດັບທີ 2 ຂອງວານູອາຕູ ແລະ ມີຈຸດໝາຍປາຍທາງຢູ່ທີ່ນະຄອນຫຼວງ ພອດ ວິລາ ຂອງປະເທດ.

ຜູ້ອຳນວຍການສຳນັກງານກາແດງວານູອາຕູ ເປີດເຜີຍເພີ່ມເຕີມອີກວ່າ ເຮືອຂ້າມຟາກລຳດັ່ງກ່າວ
ອັບປາງຕັ້ງແຕ່ເວລາ 2 ໂມງເຊົ້າຕາມເວລາທ້ອງຖິ່ນ ແຕ່ທາງການຫາກໍໄດ້ຮັບຮູ້ການເກີດອຸບັດຕິເຫດ
ຄັ້ງນີ້ ໃນອີກ 6 ຊົ່ວໂມງຕໍ່ມາ ພ້ອມເປີດເຜີຍວ່າ ເຮືອຂ້າມຟາກລຳນີ້ ໄດ້ຈົມລົງຢ່າງຖາວອນແລ້ວທີ່ລະ
ດັບຄວາມເລິກ ປະມານ 240 ແມັດ ເມື່ອເວລາ 10 ໂມງຕາມເວລາທ້ອງຖິ່ນ.
ຜູ້ລອດຊີວິດຈຳນວນ 28 ຄົນ ແລະ ລູກເຮືອອີກ 11 ຄົນ ຕ້ອງລອຍຄໍຢູ່ ກາງມະຫາສະໝຸດປາຊີຟິກດົນ
ເຖິງ 6 ຊົ່ວໂມງ ກ່ວາຈະໄດ້ຮັບການຊ່ວຍເຫຼືອຢ່າງປອດໄພແລ້ວ ແລະ ພົບຮ່າງຂອງຜູ້ໂດຍສານທີ່ເສຍ
ຊີວິດ ເປັນເພດຍິງ 2 ຄົນ ໃນຂະນະທີ່ລູກເຮືອ 1 ຄົນ ແລະ ເດັກນ້ອຍອີກ 1 ຄົນ ຍັງຄົງສູນຫາຍ. ໂດຍ
ສາເຫດຂອງໂສກນາຕະກຳຄັ້ງນີ້ ຍັງຢູ່ລະຫວ່າງການສືບສວນ.
ເນື່ອງຈາກເຮືອຂ້າມຟາກ ຖືເປັນພາຫະນະສຳຄັນທີ່ໃຊ້ໃນການເດີນທາງຂອງປະຊາຊົນໃນປະເທດໝູ່
ເກາະ ຫຼາຍແຫ່ງທົ່ວມະຫາສະໝຸດປາຊີຟິກ ລວມເຖິງວານູອາຕູ ເຊິ່ງເປັນບ້ານຂອງເກາະດອນເລັກ
ນ້ອຍກ່ວາ 80 ແຫ່ງ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...