Homeຂ່າວຕ່າງປະເທດຫວຽດນາມປະກາດ ທະເລພາກກາງ ສາມາດຫລິ້ນນ້ຳໄດ້ ປອດໄພຈາກສານພິດ ໂຮງງານເຫລັກໄຕ້ຫວັນ!

ຫວຽດນາມປະກາດ ທະເລພາກກາງ ສາມາດຫລິ້ນນ້ຳໄດ້ ປອດໄພຈາກສານພິດ ໂຮງງານເຫລັກໄຕ້ຫວັນ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 23 ສິງຫາຜ່ານມານີ້ວ່າ ລັດຖະມົນຕີກະຊວງສິ່ງແວດລ້ອມຫວຽດນາມ ໄດ້ອອກມາລະບຸ ຊາຍຫາດສ່ວນໃຫຍ່ໃນ 4 ແຂວງພາກກາງຂອງປະເທດ ສາມາດລົງຫລິ້ນນ້ຳທະເລໄດ້ແລ້ວຢ່າງປອດໄພ ຫລັງຈາກທີ່ເກີດເຫດປາຕາຍ ຈຳນວນມະຫາສານ ເນື່ອງຈາກສານເຄມີທີ່ຖືກປ່ອຍອອກ ຈາກໂຮງງານເຫລັກຂອງ ບໍລິສັດ ຟໍໂມຊາ ພລາສຕິກ ກຣຸບ ຊຶ່ງເປັນບໍລິສັດລົງທຶນຂອງໄຕ້ຫວັນຢູ່ຫວຽດນາມ ເມື່ອເດືອນເມສາທີ່ຜ່ານມາ.

ທັງນີ້ ໂຮງງານດັ່ງກ່າວ ໄດ້ອອກມາຍອມຮັບ ເປັນຜູ້ຮັບຜິດຊອບຕໍ່ມົນລະພິດທີ່ເກີດຂຶ້ນ ຊຶ່ງເຮັດໃຫ້ປາຕາຍຈຳນວນມະຫາສານ ນອກຊາຍຝັ່ງຂອງຫວຽດນາມ ໂດຍໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະຈ່າຍເງິນຊົດເຊີຍ ຈຳນວນ 500 ລ້ານໂດລາ ເພື່ອທຳຄວາມສະອາດ ແລະ ຊົດເຊີຍແກ່ຜູ້ໄດ້ຮັບຜົນກະທົບ.

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...