Homeຂ່າວທ້ອງຖິ່ນຍິງກັນຕາຍ ໂມໂຫຫຼານປ່ຽນເພງ

ຍິງກັນຕາຍ ໂມໂຫຫຼານປ່ຽນເພງ

Published on

ໄດ້ມີເຫດສະເທືອນຂວັນຍິງກັນຈົນເສຍຊີວິດ ເກີດຂຶ້ນທີ່ບ້ານດອນໄຊ ເມືອງລອງ ແຂວງຫຼວງນ້ຳທາ ພຽງເພາະຄວາມໂມໂຫຍ້ອນຫຼານປ່ຽນເພງໃນວົງເຫຼົ້າແລະຄຳເວົ້າທີ່ຫຍາບຄາຍ.

ພັຕ ຄໍາມູນ ໄຊຍະມາກ ຫົວໜ້າພະ ແນກຕຳຫຼວດ ປກສ ເມືອງລອງ ແຂວງ ຫຼວງນໍ້າທາໃຫ້ຮູ້ວ່າ: ວັນທີ 26 ກໍລະກົດ 2016 ໄດ້ຮັບແຈ້ງຄວາມຈາກປະຊາຊົນຢູ່ບ້ານດອນໄຈວ່າ ເກີດເຫດ ການຍິງກັນຢູ່ບ້ານດອນໄຈ ເຮັດໃຫ້ມີ ຜູ້ເສຍຊິວີດ 1 ຄົນ ຈາກນັ້ນ ໄດ້ແຕ່ງຕັ້ງ ພະນັກງານລົງໄປຈິ່ງຊາບຊື່ຜູ້ເສຍຊີວິດແມ່ນ ທ້າວ ໜານປັນ ອາຍຸ 25 ປີ ປະຊາຊົນຢູ່ບ້ານດອນໄຈ ເມືອງລອງ ແຂວງຫຼວງນໍ້າທາ ສ່ວນຜູ້ກໍ່ເຫດແມ່ນ ທ້າວ ໄໜ່ແສງ ອາຍຸ 53 ປີ ຊຶ່ງເປັນພີ່ນ້ອງ ຂອງຜູ້ເສຍຊີວິດ ເມື່ອກໍ່ເຫດແລ້ວກໍເອົາ ຕົວລົບໜີໄປ ຈາກນັ້ນ ໄດ້ປະສານກັບ ປກສ ກຸ່ມບ້ານຜາງົວ ແລະອຳນາດການປົກຄອງບ້ານຕິດຕາມກັກຕົວໄດ້ໃນວັນ ທີ 28 ກໍລະກົດ 2016 ມາສອບສວນ ຂະຫຍາຍຜົນ ທ້າວ ໄໜ່ແສງ ສາລະພາບວ່າ: ໃນວັນທີ 26 ກໍລະກົດ 2016 ເວລາປະມານ 8 ໂມງ ຕົນເອງໄດ້ໄປ ແຕ່ງກິນຊ່ວຍ ທ້າວ ໜານດີ ຢູ່ບ້ານດອນໄຈ ພາຍຫຼັງ ຈາກແຕ່ງກິນແລ້ວກໍໄດ້ກັບມາເຮືອນ ຮອດເວລາປະມານ 10 ໂມງ ທ້າວ ໜານດີ ໄດ້ມາຮ້ອງໃຫ້ໄປກິນເຂົ້າແລ້ວ ຕົນເອງໄດ້ໄປນັ່ງນຳຜູ້ເຖົ້າຜູ້ແກ່ຢູ່ຊັ້ນເທິງ ຈາກນັ້ນ ກໍໄດ້ລົງມາຮ່ວມກຸ່ມກັບ ທ້າວ ໜານປັນ (ຜູ້ເສຍຊີວິດ) ກັບຊາວໜຸ່ມແມ່ຍິງຢູ່ຊັ້ນລຸ່ມໃນເວລານັ້ນ ທ້າວ ໜານປັນ ໄດ້ປ່ຽນເພງໄປມາຢູ່ຕະຫຼອດ ເຮັດໃຫ້ ນາງ ກ້ອງແກ້ວ (ປ້າຂອງ ທ້າວ ໜານປັນ) ໄດ້ເວົ້າໃຫ້ ທ້າວ ໜານປັນວ່າ: ຟັງເພງໃດກໍຟັງບໍ່ຕ້ອງປ່ຽນໄປມາຫຼາຍ ແລະຕົນເອງກໍໄດ້ເວົ້າໃຫ້ອີກວ່າ: ບໍ່ຕ້ອງປ່ຽນເພງໄປມາຫຼາຍເພງບໍ່ຖືກໃຈຄົນອື່ນກໍມີ ແລ້ວທ້າວ ໜານປັນ ກໍ ຕອບກັບມາວ່າຄົນເຖົ້າມີລູກມີເມຍແລ້ວສິກ່ຽວເຮັດຫຍັງພ້ອມທັງໃຊ້ກໍ້າປັ່ນຕີໃສ່ຕູ້, ຜູ້ກ່ຽວເກີດໃຈຮ້າຍຈິ່ງໄດ້ເວົ້າ ອີກວ່າ: ເຈົ້າເປັນລູກເປັນຫຼານຕ້ອງຟັງຄວາມພໍ່ ໃຫ້ກຽດຜູ້ໃຫຍ່ແດ່ ຈາກນັ້ນ, ທ້າວ ໜານປັນ ກໍໄດ້ລຸກຂຶ້ນພ້ອມທັງຈັບ ແກ້ວເບຍແລ່ນເຂົ້າມາຫາໃນຂະນະນັ້ນ, ກໍໄດ້ມີຫຼາຍໆຄົນຫ້າມຕົນເອງຈິ່ງກັບມາເຮືອນ.

ເມື່ອມາຮອດເຮືອນກໍມານັ່ງສູບຢາ ຢູ່ລະບຽງ ແລ້ວເຫັນ ທ້າວ ໜານປັນ ຈັບໜາກນາວຍ່າງກາຍໜ້າເຮືອນ ຈາກນັ້ນ ຕົນເອງໄດ້ເອີ້ນໃສ່ ທ້າວ ໜານປັນ ວ່າ: ຈັກນ້ອຍໄປຮອດເຮືອນແລ້ວມາຫາເດີ ເພາະຢາກມາລົມເລື່ອງຜິດກັນ ທ້າວ ໜານປັນ ໄດ້ເວົ້າວ່າ: ຈະໄປຫາເຮັດຫຍັງ ພ້ອມທັງເວົ້າຮ້າຍໃສ່ວ່າຢາກຕາຍກໍ່ໃຫ້ລົງມາ, ຈາກນັ້ນ ໄດ້ປະມານ 10 ນາທີ ຕົນເອງໄດ້ເຫັນ ທ້າວ ໜານປັນ ຍ່າງມາອີກ ແລ້ວຮ້ອງໃສ່ວ່າຢາກຕາຍບໍ່ ເມື່ອໄດ້ຍິນ ແນວນັ້ນ ຕົນເອງຈຶ່ງໄດ້ຈັບປືນແກັບຍ່າງໄປຫາ ທ້າວ ໜານປັນ ເມື່ອຮອດຕີນຂັ້ນໄດຕົນເຫັນ ທ້າວ ໜານປັນ ມີທ່າທີຈະສູ້ກັບຈິ່ງໃຊ້ປືນແກັບຍິງໄປ ຖືກກ້ອງເອີກ ເຮັດໃຫ້ເສຍຊິວີດຄາທີ່ ຫຼັງຈາກນັ້ນ, ກໍເອົາຕົວລົບໜີເຂົ້າປ່າເປັນ ເວລາສອງມື້ ມາຮອດວັນທີ 28 ກໍລະກົດ 2016 ຖືກເຈົ້າໜ້າທີ່ເຂົ້າກັກຕົວມາດໍາ ເນີນຄະດີ

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...