spot_img
Homeຂ່າວທ້ອງຖິ່ນສິງຫານີ້ຢູ່ອຸດົມໄຊ ມີລົດຕົກຂົວຈົມວັງລຳແລ້ວ 2 ຄັນ

ສິງຫານີ້ຢູ່ອຸດົມໄຊ ມີລົດຕົກຂົວຈົມວັງລຳແລ້ວ 2 ຄັນ

Published on

14100527_1642464266064128_7794224521831859315_n
ທ່ານ ບຸນຄົງ ຫລ້າຈຽມພອນ, ເຈົ້າເມືອງຯ ຮຸນ

ການຕາມລາຍງານຂອງວິທະຍຸກະຈາຍສຽງແຫ່ງຊາດ ກ່າວວ່າໃນໄລຍະ ເດືອນ ສິງຫານີ້ ມີລົດໃຫຍ່ຕົກຂົວຈົມວັງລຳ, ເມືອງ ຮຸນ, ແຂວງ ອຸດົມໄຊ 2 ຄັນແລ້ວ ແຕ່ໂຊກດີທີ່ບໍ່ມີຜູ້ເສຍຊີວິດ
ທ່ານ ບຸນຄົງ ຫລ້າຈຽມພອນ, ເຈົ້າເມືອງຯ ຮຸນ ໄດ້ແຈ້ງໃຫ້ຮູ້ວ່າ: ຂົວຈົມວັງລຳ ເປັນຂົວຂ້າມນ້ຳແບງ, ເຂດບ້ານ ດອນຄຳ, ເມືອງ ຮຸນ ເປັນຂົວທີ່ສ້າງຂຶ້ນໃນປີ 1970 ແລະ ເປັນຂົວທີ່ນອນຢູ່ເສັ້ນທາງຫລວງແຫ່ງຊາດ 2 W ທີ່ສາມາດເຊື່ອມຕໍ່ຈາກ ແຂວງ ອຸດົມໄຊ ໄປຫາປະເທດຫວຽດນາມ. ແຕ່ລະປີພໍຮອດລະດູຝົນປະຊາຊົນທີ່ສັນຈອນຜ່ານຂົວແຫ່ງນີ້ພົບຄວາມຫຍຸ້ງຍາກທີ່ສຸດເນື່ອງຈາກຂົວດັງກ່າວເປັນຂົວຈົມ ຖ້າຫາກນ້ຳມາແຮງແມ່ນບໍ່ສາມາດສັນຈອນໄດ້, ຕ້ອງໄດ້ໃຊ້ເຮືອຂ້າມ ຫລື ລົດບາງຄັ້ງທີ່ບໍ່ຊຳນານທາງມີຄວາມສ່ຽງສູງທີ່ຈະຕົກຂົວໄດ້. ສະເພາະເດືອນສິງຫານີ້ ມີລົດໃຫຍ່ຕົກຂົວແລ້ວ 2 ຄັນ ແລະ ໃນໄລຍະຜ່ານມາກໍມີລົດໃຫຍ່ຕົກຂົວແຫ່ງນີ້ຫລາຍຄັນແລ້ວ.
ຂະນະທີ່ ທ່ານ ສົມຈິດ ປັນຍາສັກ, ຮອງເຈົ້າແຂວງຯ ອຸດົມໄຊ ໄດ້ແຈ້ງໃຫ້ຮູ້ວ່າ: ເນື່ອງຈາກເສັ້ນທາງ 2 W ເປັນເສັ້ນທາງຫລວງແຫ່ງຊາດທີ່ຢູ່ໃນຄວາມຮັບຜິດຊອບຂອງລັດຖະບານ, ດັງນັ້ນ ແຂວງ ອຸດົມໄຊ ຈະເອົາແຜນການສະເໜີກໍ່ສ້າງຂົວວັງລຳຂຶ້ນໃຫມ່ເຂົ້າໃນແຜນພັດທະນາເສດຖະກິດ-ສັງ ຄົມ 5 ປີຂອງ ແຂວງ ອຸດົມໄຊ ເພື່ອສະເໜີຕໍ່ລັດຖະບານຊ່ວຍກໍ່ສ້າງຂົວແຫ່ງນີ້ໃຫມ່. ສະນັ້ນ ໃນໄລຍະນີ້ປະຊາຊົນ ກໍຄື ຜູ້ໃຊ້ເສັ້ນທາງ 2 W ທີ່ຈະເຊື່ອມຕໍ່ຈາກເມືອງ ແບງ ຫາເມືອງ ຮຸນ ຈໍາເປັນຕ້ອງໄດ້ອົດທົນໃຊ້ຂົວຈົມແຫ່ງນີ້ໄປກ່ອນຈົນກ່ວາລັດຖະບານຈະອະນຸມັດການກໍ່ສ້າງຂົວວັງລຳຂຶ້ນໃຫມ່.

14054034_1642464339397454_5894380010597486175_n
ທ່ານ ສົມຈິດ ປັນຍາສັກ, ຮອງເຈົ້າແຂວງຯ ອຸດົມໄຊ

ວິດີໂອຈາກປະກາດ

ຂໍ້ມູນຂ່າວແລະຮູບຈາກ: ວິທະຍຸກະຈາຍສຽງແຫ່ງຊາດ

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...