Homeຂ່າວການພັດທະນານຳສະເໜີໂຄງການຜູ້ປະກອບກິດຈະການໃໝ່ໃນລາວ

ນຳສະເໜີໂຄງການຜູ້ປະກອບກິດຈະການໃໝ່ໃນລາວ

Published on

ວັນທີ 22 ສິງຫານີ້, ໂຄງການສະໜັບສະໜູນຜູ້ປະກອບການກິດຈະການໃໝ່ ແລະເຄືອຂ່າຍນັກລົງທຶນສ່ວນບຸກຄົນ ( Angel investor ) ຮ່ວມກັບສະພາການຄ້າ ແລະອຸດສາຫະກຳແຫ່ງຊາດລາວ, ສະຖານທູດອົດສະຕາລີປະຈຳລາວໄດ້ຈັດພິທີຖະແຫຼງຂ່າວນຳສະເໜີໂຄງການສະໜັບສະໜູນຜູ້ປະກອບກິດຈະການໃໝ່ ແລະເຄືອຂ່າຍນັກລົງທຶນສ່ວນບຸກຄົນ, ຊຶ່ງຈະເລີ່ມຈັດຕັ້ງກິດຈະກຳຕ່າງໆ ເພື່ອສົ່ງເສີມຜູ້ປະກອບກິດຈະການໃໝ່ໃນລາວຂຶ້ນທີ່ໂຮງແຮມລັດສະໝີ, ນະຄອນລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ດາວວອນ ພະຈັນທະວົງ, ຮອງປະທານສະພາການຄ້າ ແລະອຸດສາຫະກຳແຫ່ງຊາດ, ທ່ານ ຈອນວິນລ່ຽມ ເອກອັກຄະລາຊະທູດອົດສະຕາລີປະຈຳລາວ, ທ່ານ ນາງ ຮັບຂັວນ ຊົງດຳຣົງກຸນ ອຳນວຍການໂຄງການສະໜັບສະໜູນການພັດທະນາທຸລະກິດໃນລຸ່ມແມ່ນ້ຳຂອງປະຈຳລາວ, ທ່ານ ສະຕີຟ ແລນແມນ ອຳນວຍການກອງທຶນ Lotus Impact, ພ້ອມດ້ວຍພາກສ່ວນກ່ຽວຂ້ອງຈາກໂຄງການດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ.
ອຳນວຍການໂຄງການສະໜັບສະໜູນການພັດທະນາທຸລະກິດ ໃນລຸ່ມແມ່ນ້ຳຂອງປະຈຳລາວກ່າວວ່າ: ເພື່ອແນະນຳກິດຈະກຳຕ່າງໆທີ່ໂຄງການຈະໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ແລະເພືອສົ່ງເສີມການສ້າງເຄືອຂ່າຍຜູ້ປະກອບກິດຈະການໃໝ່ ແລະເຄືອຂ່າຍນັກລົງທຶນ, ໂດຍສະເພາະແມ່ນການປຶກສາຫາລື, ແລກປ່ຽນບົດຮຽນຂອງບັນດາຜູ້ປະກອບການໃໝ່ຊຶ່ງຈະຈັດຂຶ້ນໃນໄວໆນີ້ ແລະການນຳພານັກລົງທຶນຈາກຕ່າງປະເທດເພື່ອມາແລກປ່ຽນບົດຮຽນ ແລະປະສົບການໃຫ້ແກ່ຜູ້ປະກອບກິດຈະການໃໝ່ຂອງລາວ, ເພື່ອສ້າງຄວາມໝັ້ນໃຈແກ່ເຂົາເຈົ້າ, ທັງນີ້ກໍເພື່ອເປີດໂອກາດໃຫ້ຜູ້ທີ່ຢາກປະກອບກິດຈະການໃໝ່ໄດ້ຮັບຮູ້ ແລະເຂົ້າໃຈເຖິງຂັ້ນຕອນຕ່າງໆໃນການດຳເນີນກິດຈະການຂອງຕົນໃຫ້ຖືກຕ້ອງ ແລະປັດສະຈາກຄວາມສ່ຽງ, ໂດຍໂຄງການພ້ອມທີ່ຈະໃຫ້ການສະໜັບສະໜູນໃນທຸກດ້ານ.

ຮອງປະທານສະພາການຄ້າ ເລະອຸດສາຫະກຳແຫ່ງຊາດກ່າວວ່າ: ສຳລັບແຜນດຳເນີນງານຂອງໂຄງການນີ້ແມ່ນຈະເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 31 ສິງຫານີ້ເປັນຕົ້ນໄປ, ເຊິ່ງໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ  ແລະທະນາຄານພັດທະນາອາຊີ  ( ADB ), ສະພາການຄ້າ ແລະອຸດສາຫະກຳແຫ່ງຊາດລາວ, Tigers@Mekong  ແລະ THO-LAO cowerking space  ຊຶ່ງຈະຊ່ວຍແນະນຳນັກລົງທຶນ ແລະຜູ້ປະກອບກິດຈະການໃໝ່ໃນ ສປປ ລາວ ໃຫ້ເຂົ້າຮ່ວມໂຄງການດັ່ງກ່າວ

ທີ່ມາ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...