Homeສຸຂະພາບ ແລະ ສີ່ງແວດລ້ອມອາຫານທີ່ກິນແລ້ວງາມ ຢາກງາມຕ້ອງອ່ານ!

ອາຫານທີ່ກິນແລ້ວງາມ ຢາກງາມຕ້ອງອ່ານ!

Published on

ອາຫານທີ່ກິນແລ້ວງາມ ເວົ້າໄດ້ເລີຍວ່າສາວໆ ຄົນໃດທີ່ໄດ້ຮັບປະທານອາຫານປະເພດນີ້ຕະຫຼອດ ທ່ານຈະຕ້ອງງາມຂຶ້ນຢ່າງເຫັນຜົນແນ່ນອນ

  1. ໝາກເລັ່ນ: ລາຊີນີແຫ່ງຜິວງາມ ເຊິ່ງໃນໝາກເລັ່ນນັ້ນ ມີວິຕາມິນຊີ, ວິຕາມິນເອ ແລະວິຕາມິນອີກຫຼາຍໆຊະນິດ ເຊິ່ງໃຜທີ່ກິນໝາກເລັ່ນເປັນປະຈຳ ຈະເຮັດໃຫ້ມີຜິວໃສ, ຂາວ.
  2. ໝາກແຕງກວາ: ໃນໝາກແຕງກວາມີນໍ້າເປັນສ່ວນປະກອບທີ່ຫຼວງຫຼາຍ, ດັ່ງນັ້ນການກິນແຕງກວາ ຈະເຮັດໃຫ້ຮ່າງກາຍ ໄດ້ຮັບຄວາມຊຸ່ມຊື່ນ, ອີກທັງຍັງມີວິຕາມິນຊີ ທີ່ຊ່ວຍໃນເລື່ອງຄວາມຂາວໃສ ແລະຊ່ວຍໃຫ້ຜິວສົດໃສ, ນຸ່ມນວນ ເຊິ່ງໃຜທີ່ກິນແຕງກວາຕະຫຼອດ ຈະສັງເກດເຫັນໄດ້ວ່າຜິວພັນຈະເປັ່ງປັ່ງມີນໍ້າມີນວນ ແລະມີອໍຣ່າຢ່າງແນ່ນອນ
  3. ໝາກນັດ: ນອກຈາກຈະເປັນໝາກໄມ້ທີ່ຫຼຸດຄວາມອ້ວນແລ້ວ ເອນໄຊ ຫຼືກົດຊີຕິກ ທີ່ຢູ່ໃນໝາກນັດຍັງຈະຊ່ວຍຍ່ອຍໂປຣຕີນ, ຫຼຸູດການສະສົມໄຂມັນ ແລະຫຼຸດແບກທີເລຍ ເຮັດໃຫ້ຜິວສະອາດ, ຫຼຸດຄວາມມັນເທິງໃບໜ້າ, ຊ່ວຍຫຼຸດອາການເປັນບວມ ນອກຈາກນີ້ຍັງມີວິຕາມິນຊີສູງ ຊ່ວຍໃຫ້ຜິວງາມອີກດ້ວຍ
  4. ໝາກອຶ: ມີວິຕາມິນເອ, ວິຕາມິນຊີ, ແຄວຊຽມ ແລະເບຕ້າແຄໂຣທີນສູງ ເຊິ່ງຈະມີສ່ວນຊ່ວຍໃນການຫຼຸດລິ້ວລອຍ, ບຳລຸງຜິວພັນ ແລະບຳລຸງສາຍຕາ ໃຜທີ່ກິນໝາກອຶຕະຫຼອດ ຈະມີດວງຕາທີ່ສົດໃສເປັນປະກາຍ ແລະຫຼຸດຮອຍຕີນກາເທິງໃບໜ້າ
  5. ຊາຂຽວ: ເປັນຊາທີ່ອຸດົມໄປດ້ວຍສານຕ້ານອະນຸມູນອິດສະຫຼະ, ຫາກກິນເປັນປະຈຳມື້ລະ 2-3 ແກ້ວ ຈະເຮັດໃຫ້ເຊວຕ່າງໆ ໃນຮ່າງກາຍບໍ່ເສື່ອມໄວ, ບໍ່ແກ່ກ່ອນໄວອັນຄວນ, ຜິວພັນເປັ່ງປັ່ງສົດໃສ, ເຮັດໃຫ້ຜິວຊຸ່ມຊື່ນ ແລະທີ່ສຳຄັນຊ່ວຍຮັກສາສິວໄດ້ອີກ
  6. ໝາກພິລາ: ໃນນໍ້າພິລາປະກອບດ້ວຍວິຕາມິນຫຼາຍຊະນິດ, ຍັງມີແມກນີຊຽມ, ແຄວຊຽມ ແລະສານຕ້ານອະນຸ ມູນອິດສະຫຼະ, ເຊິ່ງຈະຊ່ວຍຕໍ່ຕ້ານຣິ້ວຣອຍ ແລະເຮັດໃຫ້ຜິວພັນຂາວກະຈ່າງໃສ ແລະບໍ່ແກ່ໄວ
  7. ນໍ້າເຜິ້ງ: ໃນນໍ້າເຜິ້ງຊ່ວຍຮັກສາພະຍາດໄດ້ຫຼຫຼາຍຢ່າງ ເຊິ່ງຫາກໃຜທີ່ກິນນໍ້າເຜິ້ງຕະຫຼອດ ເປັນປະຈຳທຸກມື້ ຈະເຮັດໃຫ້ຮູ້ວ່ານໍ້າເຜິ້ງຊ່ວຍເຮັດໃຫ້ໜ້າເດັກລົງ, ຫຼຸດການເກີດລິ້ວລອຍ, ເຮັດໃຫ້ຜິວນຸ່ມຊຸ່ມຊື່ນ, ຊ່ວຍເຮັດໃຫ້ຜິວແຂງແຮງ ແລະປົກປ້ອງຜິວຈາກລັງສີ UV ໄດ້ອີກ
  8. ປາ ແລະອາຫານທະເລ: ຄົນທີມັກກິນປາ ແລະອາຫານທະເລສົດຕະຫຼອດ ຈະເຮັດໃຫ້ຫຼຸດສິວ ແລະລິ້ວລອຍ, ເພາະວ່າໃນປາ ແລະອາຫານທະເລຈະມີນໍ້າມັນໂອເມກ້າ 3 ເຊິ່ງຈະຊ່ວຍຢຸດການເກີດລິ້ວລອຍກ່ອນໄວອັນຄວນ, ຊ່ວຍຫຼຸດການອັກເສບໃນຜິວໜັງ
  9. ສາຫຼ່າຍສົດ: ສາຫຼ່າຍສົດມີໄຍອາຫານທີ່ມີປະໂຫຍດຫຼາຍຢ່າງ ເຊິ່ງດີຕໍ່ຄວາມງາມຂອງສາວໆເປັນຢ່າງຍິ່ງ ແລະຊ່ວຍຂັບສານພິດອອກຈາກຮ່າງກາຍ, ເຮັດໃຫ້ຜົມດຳ, ຊ່ວຍກະຕຸ້ນການສ້າງຄໍລາເຈນໃນຮ່າງກາຍເຮັດໃຫ້ຜິວພັນສົດໃສ ແລະເບິ່ງມີນໍ້າມີນວນຫຼາຍຂຶ້ນ

ທີ່ມາ: kapook

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...