spot_img
Homeຂ່າວພາຍ​ໃນເຫດເຄື່ອງຝາກໄປສະນີເສຍ ເຫດບໍ່ໄດ້ເກີດຢູ່ໄປສະນີລາວ

ເຫດເຄື່ອງຝາກໄປສະນີເສຍ ເຫດບໍ່ໄດ້ເກີດຢູ່ໄປສະນີລາວ

Published on

ຈາກກໍລະນີລູກຄ້າໄປສະນີໄດ້ໃຫ້ຂ່າວວ່າ ເຄື່ອງທີ່ຝາກມາແຕ່ຕ່າງປະເທດ (ກະເປົາ) ຂອງຕົນເສຍໄປ 14 ໜ່ວຍນັ້ນ, ທາງບໍລິສັດ ຮຸ່ງເຮືອງລາວ ໂລເຈັສຕິກ ຜູ້ໃຫ້ບໍລິການສາງເກັບມ້ຽນເຄື່ອງຈາກໄປສະນີ ປະຈຳສະໜາມບິນວັດໄຕໄດ້ຊີ້ແຈງວ່າ ທາງບໍລິສັດ ຮຸ່ງເຮືອງລາວ ໂລເຈັສຕິກ ໄດ້ພົບເຫັນຖົງເມດັ່ງກ່າວມີນ້ຳຫຼຸດຈາກປ້າຍບອກນ້ຳໜັກຕົ້ນທາງແລ້ວ.

ທ່ານ ອຳພອນ ຫຼວງພິບູນ ຜູ້ຈັດການສາງສິນຄ້າ ສະໜາມບິນວັດໄຕ ຂອງບໍລິສັດ ຮຸ່ງເຮືອງລາວ ໂລເຈັສຕິກ ຊີ້ແຈງຕໍ່ເຫດການດັ່ງກ່າວວ່າ: ຂ້າພະເຈົ້າໃນນາມຜູ້ຈັດການສາງສິນຄ້າ ສະໜາມບິນວັດໄຕ ຂອງບໍລິສັດ ຮຸ່ງເຮືອງລາວ ໂລເຈັສຕິກ ຈຳກັດ ຂໍຊີ້ແຈງກ່ຽວກັບການບໍລິການຖົງເມຂອງລັດວິສາຫະກິດໄປສະນີລາວ ຖົງເມເລກທີ 171 ເຊິ່ງຖົງເມດັ່ງກ່າວຖືກສົ່ງມາກັບທ່ຽວບິນ TG 574 ລົງວັນທີ 21 ກໍລະກົດ 2016 ເຊິ່ງພາຍຫຼັງທາງບໍລິສັດໄດ້ຮັບເຄື່ອງຈາກບໍລິສັດລາວຍີ່ປຸ່ນ ເຊິ່ງເປັນຜູ້ຮັບເໝົາຂົນເຄື່ອງຈາກເຮືອບິນເຂົ້າຫາສາງຂອງພວກຂ້າພະເຈົ້ານັ້ນ ພົບວ່າເຄື່ອງດັ່ງກ່າວນັ້ນແມ່ນມີຄວາມຜິດປົກກະຕິແທ້ ເຊິ່ງມັນສະແດງອອກຢູ່ບ່ອນວ່ານ້ຳໜັກທີ່ໄດ້ຮັບຕົວຈິງແມ່ນ 11 ກິໂລ ແຕ່ນ້ຳໜັກທີ່ສະແດງຢູ່ໃນປ້າຍຂອງຖົງແມ່ນ 16 ກິໂລ, ພາຍຫຼັງທີ່ໄດ້ພົບເຫັນບັນຫາດັ່ງກ່າວ ທາງວິຊາສະເພາະຂອງພວກເຮົາ ຈຶ່ງປະສານສົມທົບກັບເຈົ້າໜ້າທີ່ໄປສະນີ ແລະໄດ້ຮ່ວມກັນເຮັດບົດບັນທຶກຂຶ້ນມາ ພ້ອມກັບເຊັນຮັບຮູ້ຕໍ່ກັບບັນຫາດັ່ງກ່າວ ພ້ອມທັງແຈ້ງໃຫ້ພາກສ່ວນຕົວແທນຂອງສາຍການບິນທີ່ກ່ຽວຂ້ອງຮັບຊາບ.

ໃນຂະນະທີ່ຜູ້ເສຍຫາຍໄດ້ອອກແຈ້ງຜ່ານເພຈຂອງຕົນວ່າ: ກ່ອນອື່ນຕ້ອງຂອບໃຈ ພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ມີການກວດກາຢ່າງເຂັ້ມງວດ ເເລະ ບັນດາສື່ມວນຊົນ ພ້ອມດ້ວຍພໍ່ເເມ່ພີ່ນ້ອງປະຊາຊົນ ທີ່ຊ່ວຍພັກດັນ ຈາກການ ກວດກາມື້ນີ້ ເຊິງມີຕ່າງຫນ້າຈາກພາກສ່ວນ ທີ່ກ່ຽວຂ້ອງຂອງປະເທດໄທ ປະເທດຍີ່ປຸ່ນ ຄະນະຈາກລາວ ເເລະ ລູກຄ້າຜູ້ທີ່ເປັນເຈົ້າຂອງຊັບ ໄດ້ໄປຮ່ວມເເລະ ເລົ່າສູ່ຟັງວ່າ ເຄື່ອງເເມ່ນຍັ້ງຢືນວ່າ ບໍ່ໄດ້ເສຍຢູ່ລາວເເທ້ ເຊິ່ງຕາງຫນ້າຈາກຄະນະຂອງໄທ ກ່າວວ່າຈະກັບໄປກວດສອບຢູ່ໄທອີກຄັ້ງຫນຶ່ງ ດັ່ງນັ້ນຈິ່ງເເຈ້ງໃຫ້ບັນດາທ່ານຊາວເນັດຮັບຮູ້ຕໍ່ກັບຜົນຂອງການປະຊຸມໃນມື້ນີ້ ເເລະ ອີກບໍ່ດົນຫວັງວ່າຈະໄດ້ຮູ້ຄຳຕອບຈາກພາກສ່ວນທີ່ກ່ຽວຂ້ອງອີກຕື່ມວ່າເສຍຢູ່ໃສເເທ້ ເເມ່ນໃຜເປັນຄົນລັກ. ເຖິງຢ່າງໃດກໍ່ດີ ສິ່ງທ້າທາຍຕໍ່ຫນ້າກໍ່ຄືວ່າ ຖ້າບໍ່ໄດ້ເສຍຢູ່ລາວ ພາກສ່ວນທີ່ກ່ຽວຂ້ອງ ກໍ່ຄືປະຊາຊົນພວກເຮົາທຸກຄົນຜູ້ເປັນລູກຄ້າ ຈະຮ່ວມກັນເເກ້ໄຂເເນວໃດ ເພາະຝາກເຄື່ອງມາລາວ ເຄື່ອງບໍ່ຄົບຕາມຈຳນວນ ພວກເຮົາຈະປ່ອຍໃຫ້ບັນນີ້ສືບຕໍ່ສ້າງຄວາມເສຍຫາຍໃຫ້ເເກ່ຜົນປະໂຫຍດຂອງຊາດ ເເລະ ພາບພົດຂອງໄປສະນີລາວອີກຕໍ່ໄປບໍ່? (ຜູ້ເສຍຫາຍກ່າວ).

ຈາກການຊີ້ແຈງດັ່ງກ່າວນີ້ສະແດງໃຫ້ເຫັນວ່າ ບັນຫາບໍ່ໄດ້ເກີດຂຶ້ນຈາກຈຸດບໍລິການຂອງໄປສະນີລາວ ແຕ່ມັນອາດຈະເກີດຂຶ້ນກ່ອນທີ່ຖົງເມຈະເດິນທາງຮອດໄປສະນີລາວກໍໄດ້ ຈຶ່ງຍັງບໍ່ສາມາດບອກໄດ້ວ່າບັນຫາດັ່ງກ່າວເກີດຂຶ້ນໃນຕອນໃດກັນແທ້.

13977829_10154514931955513_885977414_o

14021703_291571604531692_8843531760006479815_n

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...