Homeຂ່າວການພັດທະນານາຍົກລັດຖະມົນຕີ ເນັ້ນໃຫ້ແຂວງຫລວງນ້ຳທາສຸມໃສ່ພັດທະນາເສດຖະກິດຂະຫຍາຍຕົວເຂັ້ມແຂງ

ນາຍົກລັດຖະມົນຕີ ເນັ້ນໃຫ້ແຂວງຫລວງນ້ຳທາສຸມໃສ່ພັດທະນາເສດຖະກິດຂະຫຍາຍຕົວເຂັ້ມແຂງ

Published on

ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫລວງນ້ຳທາຂອງທ່ານນາຍົກລັດ ຖະມົນຕີ ທອງລຸນ ສີສຸລິດ ແຕ່ວັນທີ 14-15 ສິງຫານີ້, ທ່ານນາຍົກໄດ້ເນັ້ນໃຫ້ຄະນະນຳຂອງແຂວງດັ່ງກ່າວເອົາໃຈໃສ່ເຮັດໃຫ້ສະພາບພາຍໃນແຂວງມີຄວາມສະຫງົບປອດໄພ, ສຸມໃສ່ການຊຸກຍູ້ຂະ ບວນການຜະລິດເປັນສິນຄ້າໃຫ້ກວ້າງຂວາງ ເພື່ອເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມຂອງແຂວງມີການເຕີບໃຫຍ່ຂະຫຍາຍຕົວໜັກແໜ້ນເທື່ອລະກ້າວ, ພ້ອມທັງເອົາໃຈໃສ່ວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຂອງປະຊາຊົນໃຫ້ຫລຸດລົງເທື່ອລະກ້າວ.
ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ຮັບຟັງລາຍງານສະພາບການພັດທະນາເສດຖະ ກິດ-ສັງຄົມຈາກທ່ານເຈົ້າແຂວງຫລວງນ້ຳທາ ເພັດຖາວອນ ພິລາວັນ ວ່າ: ໂດຍລວມແລ້ວເສດຖະ ກິດໄດ້ຮັບການພັດທະນາຂະຫຍາຍຕົວຕໍ່ເນື່ອງໃນລະດັບ 8,7% ຕໍ່ປີ, ປີ 2015 ສະເລ່ຍລາຍຮັບຕໍ່ຫົວຄົນບັນລຸໄດ້ 1.454 ໂດລາ, ການຜະລິດເປັນສິນຄ້າມີທ່າຂະຫຍາຍຕົວເພີ່ມຂຶ້ນ ໂດຍສະເພາະການປູກຝັງ-ລ້ຽງສັດ ແລະ ການບໍລິການອື່ນໆເຊັ່ນ: ຂະບວນການປູກເຂົ້າ, ສາລີ, ປູກອ້ອຍ, ໝາກໂມ, ກ້ວຍຈັນ, ມັນຕົ້ນ, ໄມ້ໃຫ້ໝາກ, ເຄື່ອງປ່າຂອງດົງ ແລະ ພືດຜັກອື່ນໆ ເພື່ອຮັບໃຊ້ພາຍໃນ ແລະ ສົ່ງອອກ, ອັນພົ້ນເດັ່ນແມ່ນຂະບວນການປູກຢາງພາລາ, ມາຮອດປັດຈຸບັນທົ່ວແຂວງມີເນື້ອທີ່ທັງໝົດ 34 ພັນກວ່າເຮັກຕາ, ປີ 2016 ປາດຢາງໄດ້ແລ້ວ 12 ພັນກວ່າເຮັກຕາ, ລາຄານ້ຳຢາງສະເລ່ຍ 5.200 ກີບຕໍ່ກິໂລ, ໄດ້ຊຸກຍູ້ສົ່ງເສີມຫົວໜ່ວຍທຸລະກິດກໍ່ສ້າງ ແລະ ປັບປຸງໂຮງງານອຸດສາຫະກຳປຸງແຕ່ງວັດສະດຸກໍ່ສ້າງ, ປຸງແຕ່ງຜົນຜະລິດກະສິກຳ, ໂຮງງານນ້ຳດື່ມ ແລະ ໂຮງງານອື່ນໆໄດ້ດຳເນີນການຜະ ລິດ, ຮັບປະກັນທາງດ້ານມາດຖານເຕັກນິກ ແລະ ມີຄຸນນະພາບ, ທົ່ວແຂວງມີຫົວໜ່ວຍທຸລະກິດຂຶ້ນທະບຽນແລ້ວ 2.213 ຫົວ ໜ່ວຍ ແລະ 6 ເດືອນຜ່ານມາ, ມູນຄ່າຈໍລະຈອນສິນຄ້າພາຍໃນບັນລຸໄດ້ 2.000 ກວ່າຕື້ກີບ, ມູນຄ່າສົ່ງອອກບັນລຸ 28 ລ້ານກວ່າໂດລາ ແລະ ມູນຄ່າສິນຄ້ານນຳເຂົ້າ 32 ລ້ານກວ່າໂດລາ.
ໃນ 9 ເດືອນສົກປີ 2015-2016 ເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 71,57 ຕື້ກີບ ທຽບ ໃສ່ແຜນການປະຕິບັດໄດ້ 62,84%, ປະຕິບັດລາຍຈ່າຍໄດ້ 247,72 ຕື້ກີບ, ທຽບໃສ່ແຜນການປີປະຕິບັດໄດ້ 73,6%, ພື້ນຖານໂຄງລ່າງໄດ້ຮັບການພັດທະນາ, ເສັ້ນທາງຄົມມະນາຄົມ, ສຳນັກງານຫ້ອງການ, ໂຮງງານ, ໂຮງໝໍ, ໄຟຟ້າ, ນ້ຳປະປາ, ມາຮອດປັດຈຸບັນປະຊາຊົນໄດ້ນຳໃຊ້ໄຟຟ້າຖາ ວອນ 281 ບ້ານ ກວມເອົາ 76,99% ຂອງຈຈຳນວນບ້ານທົ່ວແຂວງ, ບ້ານມີເສັ້ນທາງລົດໄປເຖິງ 341 ບ້ານ ກວມ 93,42%, ໄດ້ຊົມໃຊ້ນ້ຳປະປາກວມ 95% ຂອງປະຊາກອນໃນເທສະບານແຂວງ, ເທສະບານເມືອງ ອັນພົ້ນເດັ່ນແມ່ນສຳເລັດໂຄງການກໍ່ສ້າງຂົວມິດຕະພາບ ລາວ-ມຽນມາ ແລະ ເຂື່ອນໄຟຟ້ານ້ຳລອງ, ສ່ວນວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກໄດ້ຮັບການຈັດຕັ້ງປະຕິບັດຕາມ 4 ເນື້ອໃນ 4 ຄາດໝາຍ ທົ່ວແຂວງມີ 47 ກຸ່ມບ້ານ, ໄດ້ປະກາດບ້ານພັດທະນາແລ້ວຈຳນວນ 231 ບ້ານ ກວມ 63,28%, ມີຄອບຄົວພັດທະນາ 25 ພັນກວ່າຄອບຄົວ, ປັດຈຸບັນຍັງມີບ້ານທຸກຍາກ 105 ບ້ານ ກວມ 28,77% ຂອງຈຳນວນບ້ານທົ່ວແຂວງ, ຄອບຄົວທຸກຍາກ 9,5%, ວຽກງານ 3 ສ້າງໄດ້ຮັບການຈັດຕັ້ງປະຕິບັດ, ໄດ້ກຳນົດເອົາ 3 ເມືອງເຮັດທົດລອງ 3 ສ້າງ ຄືເມືອງຫລວງນ້ຳທາ, ເມືອງສິງ ແລະ ເມືອງນາແລ, ເມືອງລະ 2 ບ້ານເປັນຈຸດສຸມທົດລອງ. ຕາໜ່າງການສຶກສາໄດ້ຂະຫຍາຍຕົວຈາກຕົວເມືອງໄປເຖິງຊົນນະບົດຫ່າງໄກສອກຫລີກ, ອັດຕາເຂົ້າຮຽນສຸດທິຂອງເດັກເກນອາຍຸ 6-10 ປີ ບັນລຸໄດ້ 98,40%, ປະຊາຊົນໄດ້ຊົມໃຊ້ນ້ຳສະອາດ 92,58% ແລະ ຊົມໃຊ້ຫວິດຖ່າຍກວມ 76% ຂອງພົນລະເມືອງທົ່ວແຂວງ.

ໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ມອບເງິນສົດຈຳນວນ 100 ລ້ານກີບ ໃຫ້ແກ່ແຂວງຫລວງນ້ຳທາ ເພື່ອນຳໃຊ້ເຂົ້າໃນການພັດທະນາພື້ນຖານໂຄງລ່າງ ແລະ ໄດ້ເດີນທາງໄປຢ້ຽມຢາມເມືອງສິງ ເຊິ່ງເປັນເມືອງທີ່ມີທ່າແຮງທາງດ້ານການພັດທະນາພື້ນຖານໂຄງລ່າງ, ຖືເອົາການປູກຝັງ-ລ້ຽງສັດ, ການບໍລິການ, ຜະລິດຕະພັນສິນຄ້າສົ່ງອອກໄປ ສປ ຈີນ ຄືເຂົ້າເປືອກ, ກ້ວຍ, ອ້ອຍ ແລະ ພືດຜັກຕ່າງໆ ເຊິ່ງນັບວ່າອູ່ເຂົ້າອູ່ປາຂອງແຂວງຫລວງນ້ຳທາກໍວ່າໄດ້.

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...