spot_img
Homeຂ່າວຕ່າງປະເທດຢູເຄຣນ ບອກບໍ່ຢຸດຍິງຝ່າຍດຽວ ຢ້ຳຈະເຈລະຈາຫາກອີກຝ່າຍຍອມວາງປືນ

ຢູເຄຣນ ບອກບໍ່ຢຸດຍິງຝ່າຍດຽວ ຢ້ຳຈະເຈລະຈາຫາກອີກຝ່າຍຍອມວາງປືນ

Published on

EyWwB5WU57MYnKOuFZjklEEzRLF1Pi8Q7BLcjGKXEZXTkrEyNkiX72
ທ່ານ ເປໂຕຣ ໂປໂຣເຊນໂກ ປະທານາທິບໍດີຢູເຄຣນ

 

ລັດຖະບານຢູເຄຣນ ປະກາດຈະບໍ່ອອກມາດຕະການຢຸດຍິງແຕ່ພຽງຝ່າຍດຽວອີກຕໍ່ໄປ ແລະ ຢ້ຳວ່າຈະເຈລະຈາ

ກັບກຸ່ມແບ່ງແຍກດິນແດນໃນພາກຕາເວັນອອກ ເມື່ອພວກເຂົາຍອມວາງອາວຸດແລ້ວເທົ່ານັ້ນ.

 

ສຳນັກຂ່າວຕ່າງປະເທດ ລາຍງານເມື່ອວັນທີ 8 ກໍລະກົດວ່າ ທ່ານ ວາເລຣີ່ ເຮເລເຕ ລັດຖະມົນຕີວ່າການກະຊວງ

ປ້ອງກັນປະເທດຂອງຢູເຄຣນ ລະບຸໃນຖະແຫຼງການ ເຊິ່ງໂພສລົງເທິງເວັບໄຊຂອງກະຊວງປ້ອງກັນປະເທດວ່າ

ລັດຖະບານຈະບໍ່ປະກາດຢຸດຍິງແຕ່ພຽງຝ່າຍດຽວອີກຕໍ່ໄປ ແລະ ຈະຍອມເຈລະຈາກັບກຸ່ມແບ່ງແຍກດິນແດນ

ໃນພາກຕາເວັນອອກຂອງປະເທດ ກໍຕໍ່ເມື່ອພວກເຂົາຫາກຍອມວາງອາວຸດແລ້ວເທົ່ານັ້ນ.

 

ຖະແຫຼງການຂອງທ່ານ ເຮເຣເຕ ເກີດຂຶ້ນຫຼັງຈາກທີ່ ປະທານາທິບໍດີ ເປໂຕຣ ໂປໂຣເຊນໂກ ແຫ່ງຢູເຄຣນ ໄດ້

ປະກາດບໍ່ຕໍ່ອາຍຸມາດຕະການຢຸດຍິງຝ່າຍດຽວ ເມື່ອວັນທີ 30 ມິຖຸນາ ທີ່ຜ່ານມາ, ຈາກນັ້ນກອງທັບຂອງລັດ

ຖະບານ ກໍໄດ້ໄລ່ກົດດັນກຸ່ມແບ່ງແຍກດິນແດນຢ່າງໜັກ ຈົນເຮັດໃຫ້ພວກເຂົາຈຳຕ້ອງໄດ້ປະຖິ້ມຖານທີ່ໝັ້ນ

ຫຼາຍແຫ່ງ ແລະ ໄປລວມຕົວກັນຢູ່ໃນແຂວງໂດເນດ ເຊິ່ງທ່ານ ໂປໂຣເຊນໂກ ຍັງສັ່ງໃຫ້ກອງທັບປິດລ້ອມກຸ່ມ

ແບ່ງແຍກດິນແດນໃນເມືອງໂດເນດ ແລະ ລູຮານ, ລວມເຖິງໄດ້ແຕ່ງຕັ້ງທ່ານ ວາຊິນ ກຣີຊັດ ເປັນຫົວໜ້າ

ປະຕິບັດການຕໍ່ຕ້ານກຸ່ມແບ່ງແຍກດິນແດນຄົນໃໝ່ ໃນມື້ວັນອັງຄານ (8 ກໍລະກົດ) ຜ່ານມາອີກດ້ວຍ.

 

ອາເລັກຊານເດີ້ ໂປໂຣດາອີ ໜຶ່ງໃນແກນນຳຂອງກຸ່ມແບ່ງແຍກດິນແດນ ທີ່ນິຍົມຣັດເຊຍ ໃນຢູເຄຣນ ໄດ້ເປີດ

ເຜີຍຕໍ່ສຳນັກຂ່າວຣອຍເຕີ້ວ່າ ພວກເຂົາກຳລັງກຽມຕົວຕອບໂຕ້ກັບ.

 

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...