Homeຂ່າວຕ່າງປະເທດພຽງເດືອນກວ່າ ໂປເກມອນ ໂກ ມີຜູ້ໂຫລດ 100 ລ້ານກວ່າຄົນ ສ້າງລາຍຮັບ ກວ່າ 1 ຕື້ໂດລາ!

ພຽງເດືອນກວ່າ ໂປເກມອນ ໂກ ມີຜູ້ໂຫລດ 100 ລ້ານກວ່າຄົນ ສ້າງລາຍຮັບ ກວ່າ 1 ຕື້ໂດລາ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 15 ສິງຫາຜ່ານມານີ້ວ່າ ຫລັງຈາກການເປີດຕົວ ເກມ ໂປເກມອນໂກ (Pokemon GO) ພຽງແຕ່ເດືອນກວ່າເທົ່ານັ້ນ, ເກມດັ່ງກ່າວນີ້ ໄດ້ເປັນທີ່ນິຍົມ ແລະ ມີຜູ້ດາວໂຫລດເຖິງ 100 ລ້ານກວ່າຄົນ ຊຶ່ງໃນນັ້ນ ມີຜູ້ຫລິ້ນຕົວຈິງ ໃນແຕ່ລະມື້ ຫລາຍກວ່າຈຳນວນຜູ້ຊົມໃຊ້ເຟສບຸກ ເຖິງ 2 ເທົ່າ ໂດຍສະເພາະພຽງຢູ່ ສະຫະລັດອາເມຣິກາ ແລະ ອັງກິດ 2 ປະເທດນີ້ລວມກັນ ມີຜູ້ຫລິ້ນ ໂປເກມອນ ໂກ ຫລາຍເຖິງ 11 ລ້ານຄົນ ອີງຕາມການສຳຫລວດ ແລະ ເປີດເຜີຍໂດຍ ບໍລິສັດ ຢູກອບ ໃນໄລຍະ 5 ອາທິດທຳອິດ.

ແຫລ່ງຂ່າວຍັງລະບຸວ່າ ໂກເກມອນ ໂກ ຍັງສາມາດສ້າງລາຍຮັບໄດ້ແລ້ວ 268 ລ້ານໂດລາ ໂດຍບໍລິສັດ ໄນແອນຕິກ ຜູ້ພັດທະນາຫລັກ ສາມາດສ້າງເມັດເງິນໄດ້ໂດຍກົງ 1 ຕື້ກວ່າໂດລາແລ້ວ.

 

 

ຕິດຕາມເຮາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຫາລືຄວາມເປັນໄປໄດ້ ລາວ-ໄທ ໄດ້ປຶກສາຫາລືເພື່ອສຶກສາສຳຫຼວດຄວາມເປັນໄປໄດ້ໃນການກໍ່ສ້າງ “ຂົວມິດຕະພາບ ລາວ-ໄທ” ບໍລິເວນຈຸດຜ່ານແດນສາກົນບ້ານວັງ ເມືອງໝື່ນ ແຂວງວຽງຈັນ

ໃນວັນທີ 17 ກັນຍາ 2026 ທີ່ອຳເພີຊຽງຄານ ຈັງຫວັດເລີຍ ຣາຊະອານາຈັກໄທ, ໄດ້ຈັດກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ, ແຂວງວຽງຈັນ-ຈັງຫວັດເລີຍ ຄັ້ງທີ 21 ໂດຍຝ່າຍລາວ ນຳໂດຍ...

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ໜຶ່ງແລວ ໜຶ່ງເສັ້ນທາງ ຮົງກົງ ຄັ້ງທີ 11 (11th Belt and Road Summit, Hong Kong) ທີ່ ເຂດປົກຄອງພິເສດຮົງກົງ, ສປ ຈີນ

ໃນຕອນເຊົ້າຂອງວັນທີ 09 ກັນຍາ 2026 ທີ່ ເຂດປົກຄອງພິເສດຮົງກົງ, ສປ ຈີນ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການ ແຫ່ງ...

ສປປ ລາວ ສືບຕໍ່ແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະ ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຢ່າງຕໍ່ເນື່ອງ.

ພາຍຫຼັງສົງຄາມໄດ້ສິ້ນສຸດລົງມາເປັນເວລາຫຼາຍກວ່າ 60 ປີ, ບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ຍັງເປັນໜຶ່ງໃນບັນຫາທີ່ສົ່ງຜົນກະທົບຕໍ່ປະຊາຊົນ ແລະ ການພັດທະນາຂອງ ສປປ ລາວ. ນັບແຕ່ປີ...

ລາວຕັ້ງເປົ້າໃຫຍ່! ກຽມປັ້ນນິຄົມອຸດສາຫະກຳແຫ່ງໃໝ່ ຄາດວ່າຈະມີນັກທຸລະກິດເຂົ້າມາລົງທຶນຫຼາຍກວ່າ 90 ບໍລິສັດ, ສ້າງວຽກເຮັດງານທຳໄດ້ປະມານ 10,000 ຄົນ

ສປປ ລາວ ກຽມສຶກສາຄວາມເປັນໄປໄດ້ໃນການສ້າງຕັ້ງນິຄົມອຸດສາຫະກຳແຫ່ງໃໝ່ ເພື່ອດຶງດູດເມັດເງິນລົງທຶນຈາກຕ່າງປະເທດ ໂຄງການດັ່ງກ່າວຊື່ວ່າ “ນິຄົມອຸດສາຫະກຳ ວຽງຈັນ-ລີ່ຕູ້ (Vientiane-Lidu Industrial Park) ຕັ້ງຢູ່ ເມືອງປາກງື່ມ, ນະຄອນຫຼວງວຽງຈັນ, ກວມເອົາເນື້ອທີ່ປະມານ...