6 ຢ່າງທີ່ຫ້າມໃຊ້ກັບໄມໂຄເວັບ

0
1785

ປະຈຸບັນເຕົາໄມໂຄເວັບເປັນເຄືອງມືທີ່ນິຍົມສຳລັບທຸກຄອບຄົວເຮືອນ ເພາະເຕົາຊ່ວຍໃຫ້ອາຫານຮ້ອນໃນເວລາອັນໄວ ແລະຮັກສາຄຸນຄ່າຂອງອາຫານ, ງ່າຍກັບການໃຊ້ງານ ແລະປອດໄພ ຫາກເຮົາໃຊ້ງານໃຫ້ຖືກວິທີ, ການເລືອກໃຊ້ອຸປະກອນພາຊະນະ ກັບເຕົາໄມໂຄເວັບນັ້ນ ເປັນເລື່ອງໜຶ່ງທີ່ສຳຄັນຫຼາຍ ເພາະຫາກເລືອກໃຊ້ງານບໍ່ເໝາະສົມອາດເກີດອັນຕະລາຍໄດ້ ແລະສົ່ງຜົນຕໍ່ຄຸນນະພາບອາຫານໄດ້

  1. ພາສຕິກ ແລະໂຟມ: ຫາກເຮົາເອົາພາສຕິກທີ່ມີຈຸດແຫຼວຕໍ່າເຂົ້າໄປໃນໄມໂຄເວບ ຈະເຮັດໃຫ້ເກີດການລະລາຍລົງໄປໃນອາຫານ, ດັ່ງນັ້ນ ຄວນຫຼີກລຽງພາສຕິກ ແລະໂຟມ ຫາກຈຳເປັນຕ້ອງໃຊ້ຕ້ອງສັງເກດເຄື່ອງໝາຍທີ່ຕິດຢູ່ກັບພາຊະນະວ່າ ສາມາດນຳເຂົ້າເຕົາໄມໂຄເວບໄດ້ ຫຼືບໍ່.
  2. ເຄື່ອງຫໍ່ອາຫານທີ່ເຮັດມາຈາກອະລູມີນຽມ: ເພາະສາມາດເຮັດໃຫ້ລຸກໄໝ້ ໃນເຕົາໄມໂຄເວບໄດ້ ຫາກອາຫານທີ່ເຈົ້າຕ້ອງການອຸ່ນນັ້ນມີຟອຍຫຸ້ມຢູ່ ຕ້ອງເອົາອອກຈາກຟອຍກ່ອນ ແລ້ວຄ່ອຍເອົາເຂົ້າເຕົາໄມໂຄເວບ
  3. ພາຊະນະທີ່ເປັນໂລຫະ: ເພາະຄື່ນໄມໂຄເວບທີ່ຜ່ານໄປຖືກໂລຫະ ຈະເຮັດໃຫ້ເກີດກະແສໄຟຟ້າ ແລະຄວາມຮ້ອນບໍລິເວນພື້ນຜິວນັ້ນ, ໂລຫະຈະເກີດຄວາມຮ້ອນສູງ ແລະສາມາດເກີດການລຸກໄໝ້ຂຶ້ນໄດ້.
  4. ເຄື່ອງແຟັກອາຫານ: ເພື່ອປ້ອງກັນບໍ່ໃຫ້ຝຸ່ນເຂົ້າ, ໃນຂະນະທີ່ເຮົາເອົາຂອງແຟັກອາຫານຢູ່ນັ້ນ ຫ້າມເອົາເຂົ້າໄປໃນເຕົາເດັດຂາດ ເພາະຈະເຮັດໃຫ້ມີການລະລາຍຂອງສານເຄມີອອກມາໃສ່ອາຫານໄດ້.
  5. ຟອງນໍ້າ: ການທີ່ເອົາຟອງນໍ້າເຂົ້າໄມໂຄເວັບເພື່ອເຮັດຄວາມສະອາດ ຂ້າເຊື້ອໂລກນັ້ນ ເປັນເລື່ອງທີ່ຕ້ອງລະວັງ, ຟອງນໍ້າຫຼາຍຊະນິດມີສ່ວນປະສົມຂອງສານສັງເຄາະ ທີ່ມີຈຸດຫຼອມແຫຼວ ຫຼືໄໝ້ຕໍ່າ ຖ້າໃສ່ໃນເຕົາແລ້ວເປີດໄຟອຸ່ນໆຈະເກີດລຸກໄໝ້ໄດ້, ເມື່ອເຮົາຕ້ອງການເຮັດຄວາມສະອາດ ຄວນລ້າງດ້ວຍນໍ້່າຢາລ້າງຈານ ຫຼືສະບູໃຫ້ສະອາດ
  6. ພາຊະນະເຄືອບກະເບື້ອງ: ເພາະບໍ່ສາມາດທົນທານຕໍ່ຄວາມຮ້ອນສູງໄດ້ ຫາກໃຊ້ເອົາໄປອຸ່ນອາຫານຈະເຮັດໃຫ້ແຕກໄດ້

ການໃຊ້ພາຊະນະກັບໄມໂຄເວບນັ້ນ ປອດໄພທີ່ສຸດນັ້ນຄວນເປັນພາຊະນະທີ່ອອກແບບມາໃຊ້ງານກັບໄມໂຄເວັບໂດຍສະເພາະຈະເປັນການດີ, ນອກຈາກຈະປອດໄພຕໍ່ການໃຊ້ງານແລ້ວ ຍັງດີຕໍ່ສຸຂະພາບອາຫານ ແລະທີ່ສຳຄັນຍັງເຮັດໃຫ້ໄມໂຄເວັບກຸ້ມດົນອີກ.

 

ທີ່ມາ: kaijeaw