spot_img
Homeຂ່າວພາຍ​ໃນລະວັງ! 3-4 ມື້ຕໍ່ໜ້ານີ້ ຝົນຍັງຈະສືບຕໍ່ຕົກໜັກອາດຈະເຮັດໃຫ້ລະດັບນ້ຳຂອງ ແລະ ສາຂາຕ່າງໆສູງຂຶ້ນ

ລະວັງ! 3-4 ມື້ຕໍ່ໜ້ານີ້ ຝົນຍັງຈະສືບຕໍ່ຕົກໜັກອາດຈະເຮັດໃຫ້ລະດັບນ້ຳຂອງ ແລະ ສາຂາຕ່າງໆສູງຂຶ້ນ

Published on

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ຮ່ອງຝົນໄດ້ພັດຜ່ານເຂດພາກເໜືອຂອງລາວ ແລະ ກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເຂດພາກກາງ ແລະ ພາກໃຕ້ດ້ວຍກຳລັງແຮງ, ເຊິ່ງໄດ້ເຮັດໃຫ້ມີຝົນຕົກຕິດຕໍ່ກັນຫລາຍວັນໃນລະດັບຄ່ອຍຫາປານກາງຢູ່ເປັນບໍລິເວນກວ້າງ ແລະ ຕົກໜັກຢູ່ບາງທ້ອງຖິ່ນໃນເຂດພາກເໜືອລົງຫາພາກກາງ ເຮັດໃຫ້ລະດັບແມ່ນ້ຳຂອງ, ສາຂາຂຶ້ນສູງ ແລະ ໄດ້ເຮັດໃຫ້ມີນ້ຳຖ້ວມຢູ່ເຂດພາກເໜືອເຊັ່ນ: ແຂວງອຸດົມໄຊ ແລະ ໄຊຍະບູລີ. ສະເພາະລະດັບນ້ຳເຂດຂົວເຊບັ້ງໄຟ ໄດ້ຂຶ້ນໃກ້ເຂດລະວັງໄພແລ້ວ. ຝົນຍັງຈະສືບຕໍ່ຕົກຫລາຍໃນໄລຍະ 3-4 ວັນຕໍ່ໜ້າ 18-19-20-21 ສິງຫາ ທີ່ຈະເຖິງນີ້, ໂດຍສະເພາະຢູ່ເຂດພາກເໜືອ ແລະ ພາກກາງ, ຊຶ່ງຈະເຮັດໃຫ້ລະດັບຂອງ, ສາຂາຕ່າງໆສືບຕໍ່ຂຶ້ນສູງ ແລະ ອາດສູງກວ່າເຂດລະວັງໄພ ຫລື ເຂດອັນຕະລາຍຢູ່ບາງທ້ອງຖິ່ນ. ດັ່ງນັ້ນ ຈຶ່ງຂໍແຈ້ງເຕືອນເຖິງປະ ຊາຊົນທີ່ອາໃສຢູ່ແຂວງຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫລວງນ້ຳທາ, ອຸດົມໄຊ, ບໍ່ແກ້ວ, ຫລວງພະບາງ, ໄຊຍະບູລີ, ນະຄອນ ຫລວງວຽງຈັນ, ໄຊສົມບູນ ແລະ ແຂວງວຽງຈັນ ໃຫ້ລະວັງສະພາບຝົນຕົກໜັກ, ນ້ຳຖ້ວມໄຫລຊຸແຮງ, ນ້ຳຖ້ວມຍຶ່ງ ແລະ ດິນເຈື່ອນ, ໂດຍສະເພາະປະຊາຊົນທີ່ອາໃສຢູ່ຕາມຂອບເຂດແຄມແມ່ນ້ຳຂອງໃຫ້ລະມັດລະວັງເປັນພິເສດ, ເປັນຕົ້ນ ແຂວງບໍລິຄຳໄຊ, ຄຳມ່ວນ ເຂດເຊບັ້ງໄຟ ແລະ ສະຫວັນນະເຂດ ອາດຈະເກີດຝົນຕົກຟ້າຄະນອງ ແລະ ລົມພັດແຮງ ແລະ ນ້ຳຖ້ວມ ພ້ອມທັງໃຫ້ຮີບຮ້ອນເກັບມ້ຽນສິ່ງຂອງ, ວັດຖຸມີຄ່າອື່ນໆ ແລະ ສັດລ້ຽງໄວ້ໃນທີ່ປອດໄພ ເພື່ອບໍ່ໃຫ້ເກີດອັນຕະ ລາຍ ແລະ ຜົນເສຍຫາຍຕາມມາພາຍຫລັງ.

ຂ່າວຈາກ: Laophatthana Newspaper

ບົດຄວາມຫຼ້າສຸດ

ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

ໃນວັນທີ 18 ກັນຍາ 2024 ແຂວງສາລະວັນ ໄດ້ຈັດພິທີປະກາດ ແຕ່ງຕັ້ງຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສາລະວັນ, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ...

ເປີດຢ່າງເປັນທາງການ ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ປີ 2024

ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024  ເປີດຂຶ້ນຢ່າງເປັນທາງການໃນວັນທີ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ,...

ພິຈາລະນາ ສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດ ປະຈໍາປີ 2024

ໃນຕອນເຊົ້າວັນທີ 18 ກັນຍາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄະນະກໍາມະການອະໄພຍະໂທດ ລະດັບຊາດ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດປະຈໍາປີ 2024 ໂດຍການເປັນປະທານຂອງ ພົນເອກ ວິໄລ...

ແຈ້ງເຕືອນໄພສະບັບທີ 2 ພາຍຸຫນູນເຂດຮ້ອນ ໃນລະຫວ່າງວັນທີ 18 – 22 ກັນຍາ 2024

ພາຍຸດີເປຣຊັນ ກາລັງເຄື່ອນທີຢູ່ເຂດທະເລຈີນໃຕ້ ຕອນກາງ ດ້ວຍຄວາມໄວ 25 ກິໂລແມັດຕໍ່ ຊົ່ວໂມງ ຊຶ່ງໃນເວລາ 8 ໂມງ 25 ນາທີ ມີຈຸດສູນ ກາງ...