spot_img
Homeຂ່າວພາຍ​ໃນແລນລີ່ ພຸດທະວົງ ທຳລາຍສະຖິຕົນເອງ ໃນການແຂ່ງຂັນແລ່ນ 100 ແມັດຍິງ ໂອລິມປິກ ທີ່ປະເທດ ບຣາຊິນ

ແລນລີ່ ພຸດທະວົງ ທຳລາຍສະຖິຕົນເອງ ໃນການແຂ່ງຂັນແລ່ນ 100 ແມັດຍິງ ໂອລິມປິກ ທີ່ປະເທດ ບຣາຊິນ

Published on

ນາງ ແລນລີ່ ພຸດທະວົງ ໜຶ່ງໃນທັບນັກກິລາລາວ ທີ່ເຂົ້າຮ່ວມ ງານມະຫະກຳກິລາ ໂອລິມປິກ 2016 ທີ່ປະເທດ ບຣາຊິນ ໄດ້ລົງສະໜາມແຂ່ງຂັນ ເປັນຄັ້ງທຳອິດ ໃນຕອນບ່າຍຂອງມື້ວານນີ້ ວັນທີ 12 ສິງຫາ 2016 ເວລາ 12:02 ໂມງ (ເວລາໃນປະເທດ ບຣາຊິນ ເຊິ່ງເປັນຕອນກາງຄືນຂອງວັນທີ 12/08/2016 ເວລາຂອງບ້ານເຮົາ).

520_sub_0

ແລນລີ່ ພຸດທະວົງ ໄດ້ລົງແຂ່ງຂັນ ກິລາແລ່ນ-ລານ ໃນລາຍການແຂ່ງຂັນ ແລ່ນ 100 ແມັດຍິງ ມີຜູ້ເຂົ້າຮ່ວມແຂ່ງຂັນ ໃນລາຍການນີ້ທັງໝົດ 24 ຄົນ ແລະ ໄດ້ແບ່ງເປັນ 3 heat (3 ກຸ່ມ) ເຊິ່ງ ແລນລີ້ ພຸດທະວົງ ລົງແຂ່ງຢູ່ໃນ heat ທີ 2 ເຊິ່ງລາວສາມາດ ແລ່ນເຂົ້າເສັ້ນໄຊ ດ້ວຍເວລາ 12.82 ວິນາທີ ເປັນອັນດັບທີ 7 ຂອງ heat ທີ 2 ແລະ ເປັນອັນດັບ 16 ຂອງການແຂ່ງຂັນ ລາຍການນີ້.

ຈາກການເປີດເຜີຍຂອງ ແລນລີ່ ພຸດທະວົງ ໄດ້ໃຫ້ຮູ້ວ່າ ຜົນຂອງການແຂ່ງຂັນຄັ້ງນີ້ ເຖິງແມ່ນລາວ ຈະບໍ່ສາມາດຜ່ານ ການຄັດເລືອກເຂົ້າໄປໃນ ຮອບຕໍ່ໄປໄດ້ ແຕ່ລາວກໍ່ມີຄວາມດີໃຈ ແລະ ພູມໃຈທີ່ໄດ້ລົງແຂ່ງຂັນ ໃນນາມນັກກິລາ ທີມຊາດລາວ ແລະ ເວລາທີ່ລາວ ສາມາດເຮັດໄດ້ ໃນການແລ່ນໃນລາຍການ 100 ແມັດຍິງຄັ້ງນີ້ ແມ່ນໄດ້ທຳລາຍສະຖິຕິ ຂອງຕົນເອງ ທີ່ເຄີຍເຮັດໄວ້ 12.89 ວິນາທີ ໃນການແຂ່ງຂັນລາຍການແລ່ນ 100 ແມັດຍິງ ງານມະຫາກຳກິລາ ມະຫາວິທະຍາໄລ ອາຊຽນ ຄັ້ງທີ 18 ທີ່ປະເທດ ສິງກະໂປ  ໄດ້ສຳເລັດ

ຖືວ່າເປັນອີກໜຶ່ງ ຄວາມພາກພູມໃຈຂອງ ທັບນັກກິລາລາວ ກໍ່ຄືຄົນລາວທັງຊາດ ທີ່ໄດ້ເຫັນຕົວແທນ ຂອງປະເທດຊາດ ເຂົ້າຮ່ວມການແຂ່ງຂັນ ໃນມະຫະກຳກິລາ ໂອລິມປິກ 2016 ທີ່ປະເທດ ບຣາຊິນ ເຖິງວ່າຈະບໍ່ສາມາດ ຍາດເອົາໄຊຊະນະມາໄດ້ ແຕ່ວ່າ ແລນລີ່ ພຸດທະວົງ ແລະ ນັກກິລາລາວທຸກຄົນ ກໍ່ສາມາດເອົາຊະນະ ໃຈຄົນລາວທຸກຄົນ ຢູ່ແລ້ວ.

 

ແຫລ່ງຂ່າວໄດ້ມາຈາກ : http://laosportnews.com

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...