spot_img
Homeວົງການສື່ມວນຊົນຍອດຂາຍໜັງສືພິມຫລຸດຕໍ່ເນື່ອງ ຂປລ ຫັນໃຊ້ສື່ອອນລາຍ ລາຍງານຂ່າວຫລາຍຂຶ້ນ!

ຍອດຂາຍໜັງສືພິມຫລຸດຕໍ່ເນື່ອງ ຂປລ ຫັນໃຊ້ສື່ອອນລາຍ ລາຍງານຂ່າວຫລາຍຂຶ້ນ!

Published on

ສຳນັກຂ່າວສານປະເທດລາວ (ຂປລ) ຫັນມາໃຊ້ສື່ສັງຄົມອອນລາຍເຂົ້າ ໃນການລາຍງານຂ່າວໃຫ້ຫລາຍຂຶ້ນ ເພື່ອສົ່ງຂໍ້ມູນຂ່າວສານຕ່າງໆ ອອກສູ່ສັງຄົມຢ່າງວ່ອງໄວ, ທັນເຫດການ, ທັງສາມາດເຂົ້າ​ເຖິງຜູ້ອ່ານ ຜູ້ຊົມທັງພາຍໃນ ແລະ ຕ່າງປະເທດ ໄດ້ຢ່າງສະດວກສະບາຍ.

ທ່ານ ສູນທອນ ຄັນທະວົງ ຜູ້ອຳນວຍການຂ່າວສານປະເທດລາວ ໃຫ້ສຳພາດ​ເນື່ອງໃນໂອກາດ ວັນສ້າງຕັ້ງສື່ມວນຊົນ, ວັນທີ 13 ສິງຫາ ຄົບຮອບ 66 ປີ ນີ້ວ່າ: ປັດຈຸບັນ ຍອດການພິມຈຳໜ່າຍໜັງສືພິມ ກໍຄືວາລະສານຕ່າງໆ ທັງຢູ່ພາຍໃນປະເທດເຮົາ ແລະ ຕ່າງປະເທດ​ ໄດ້ຫລຸດລົງຢ່າງຕໍ່ເນື່ອງ. ສະເພາະສຳນັກ ຂ່າວສານປະເທດລາວ ຍອດການພິມຈຳໜ່າຍໜັງສືພິມ ໄດ້ຫລຸດລົງຈາກ 5.000 ສະບັບຕໍ່​ວັນ ໃນປີ 2000 ປັດຈຸບັນ ຍັງເຫລືອພຽງ 1.000 ກ່ວາສະບັບຕໍ່​ວັນ. ປັດຈຸບັນ, ສຳນັກຂ່າວສານປະເທດລາວ ນອກຈາກການພິມຈຳໜ່າຍ​ ໜັງສືພິມແລ້ວ ຍັງໄດ້ເນັ້ນໃສ່ການນຳໃຊ້ ສື່ສັງຄົມອອນລາຍ ເຂົ້າໃນການລາຍງານຂ່າວ ໃຫ້ຫລາຍຂຶ້ນ ເປັນຕົ້ນໄດ້ປັບປຸງເວບໄຊ ຂອງສຳນັກຂ່າວສານ ໃຫ້ມີຄວາມຫລາກຫລາຍ ສູ່ຄຸນ​ນະພາ​ບ​ໃໝ່, ຜະລິດຄິບວີດີໂອຂ່າວລົງ wave site ແລະ ການສ້າງເພຈຂອງ ສຳນັກຂ່າວສານ ທາງເຟສບຸກ ເຮັດໃຫ້ການລາຍງານຂ່າວຕ່າງໆ​ ມີ​ຄວາມ​ສະດວກວ່ອງໄວຫລາຍຂຶ້ນ. ໂດຍສະເລ່ຍໃນແຕ່ລະວັນ ມີຜູ້ເຂົ້າຊົມ website ຂອງສຳນັກຂ່າວສານປະເທດລາວ ປະມານ 7.0008.000 ຄົນຕໍ່​ວັນ.

ທ່ານ ສູນທອນ ຄັນທະວົງ ​ໄດ້ໃຫ້ຮູ້ຕື່ມວ່າ: ປັດຈຸບັນ ສຳນັກຂ່າວສານປະເທດລາວ ໄດ້ຮັບການປັບປຸງ​ໃຫ້ດີຂຶ້ນຢ່າງຕໍ່ເນື່ອງໃນທຸກດ້ານ ກາຍເປັນສຳນັກຂ່າວສານ ທີ່ມີ​ຄວາມໄວ້ເນື້ອເຊື່ອໃຈ ຈາກພັກ-ລັດ ແລະ ສັງຄົມ ​ເຊິ່ງສະແດງອອກ ໃນການເຄື່ອນໄຫວທັງພາຍໃນ ແລະ ຕ່າງປະເທດຂອງບັນດາການນຳພັກ-ລັດ, ການຈັດກອງປະຊຸມ ຫລື ເຫດການສຳຄັນຕ່າງໆ ພາຍໃນປະເທດສຳນັກຂ່າວສານ ຖືເປັນສຳນັກຂ່າວຫລັກ ທີ່ໄດ້ປະກອບສ່ວນຮັບໃຊ້ເຫດການສຳຄັນດັ່ງກ່າວ.

ປັດຈຸບັນ, ສຳນັກຂ່າວສານປະເທດລາວ ໄດ້ຮ່ວມມືແລກປ່ຽນຂໍ້ມູນຂ່າວສານ ກັບສຳນັກຂ່າວຕ່າງປະເທດ 6 ແຫ່ງ ຄື: ສຳນັກຂ່າວສານ VNA ຂອງຫວຽດນາມ, ສຳນັກຂ່າວສານຊິນຮວາຂອງຈີນ, ສຳນັກຂ່າວສານກຽວໂດ ຂອງຍີ່ປຸ່ນ, ສຳນັກຂ່າວສານແປງຊາລາຕິນາຂອງກູບາ, ສຳນັກຂ່າວ CRI ຂອງຈີນ ແລະ ເປັນຄູ່ຮ່ວມສັນຍາ ກັບສຳນັກໜັງສືພິມໄຊນາເດລີຂອງຈີນ ເຮັດໃຫ້ການເຜີຍແຜ່ຂໍ້ມູນຂ່າວ ສານມີຄວາມຫລາກຫລາຍ ແລະ ກວ້າງໄກກວ່າເມື່ອກ່ອນ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...