spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ລົດໃຫຍ່ແຊງລົດຈັກຕຳຮົ້ວ

ລົດໃຫຍ່ແຊງລົດຈັກຕຳຮົ້ວ

Published on

ໃນຕອນເຊົ້າຂອງມື້ນີ້ ເວລາປະມານ 11:00 ຂອງວັນທີ 12.8.2016 ໄດ້ເກີດອຸປະຕິເຫດຂຶ້ນທີ່ທາງທົ່ງປົ່ງ ຕາມການສອບຖາມພົບວ່າ ພໍ່ຕູ້ຄົນນີ້ໄດ້ຂີ່ລົດມາ ແລະມີລົດໃຫຍ່ຄັນໜຶ່ງແຊງເຂົ້າມາໃກ້ລາວ ເຮັດໃຫ້ລາວເສຍຫຼັກແຫກໂຄ້ງໄປຕຳກັບປະຕູເຮືອນຂອງປະຊາຊົນ, ແຕ່ລົດໃຫຍ່ຄັນນັ້ນກະຫາຍໄປໂດຍບໍ່ຮັບຜິດຊອບຕໍ່ການກະທຳຂອງຕົນເອງ ແລະຂີ່ໄປທາງໃໝ່ສະບາຍ, ເຮັດໃຫ້ພໍ່ຕູ້ຄົນນັ້ນໝົດສະຕິ ດີແຕ່ວ່າມີຄົນໄປພົບເຫັນ ແລະໄດ້ຊ່ວຍປຸກລາວໃຫ້ມີສະຕິຂຶ້ນມາ. ຝາກເຖິງຜູ້ທີ່ໃຊ້ລົດໃຊ້ຖະໜົນທຸກຄົນຈົ່ງມີສະຕິນຳກັນ ຊ່ວຍກັນຂັບຂີ່ດ້ວຍຄວາມລະມັດລະວັງ, ລົດໃຫຍ່ກໍໃຫ້ກຽດລົດນ້ອຍ, ລົດນ້ອຍກໍໃຫ້ກຽດລົດໃຫຍ່ ຄ່ອຍໄປຄ່ອຍມານຳກັນເດີ.

ທີ່ມາ: ບອກຂ່າວວັນນີ້

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...