spot_img
Homeຂ່າວເຫດການລາວ-ໄທ ສືບຕໍ່ເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການການພົວພັນຮ່ວມມື

ລາວ-ໄທ ສືບຕໍ່ເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການການພົວພັນຮ່ວມມື

Published on

ຂປລ. ​ໂດຍ​ຕອບ​ສະໜອງຕາມ​ຄຳ​ເຊີນ​ຂອງ ທ່ານ ດອນ ປຣະມັດ​ວິ​ໄນ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ຣາຊະອາ​ນາ​ຈັກ​ໄທ, ທ່ານ ສະ​ເຫລີມ​ໄຊ ກົມມະ​ສິດ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​​ໄຕ ປະຊາຊົນ​ລາວ ​ແລະ ຄະນະ ​ໄດ້​ເດີນທາງ​ຢ້ຽມຢາມ ຣາຊະ​ອານາຈັກ​ໄທ ຢ່າງ​ເປັນ​ທາງ​ການ ​ແຕ່​ວັນ​ທີ 9-10 ສິງຫາ 2016 ​ເພື່ອ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ ຖານ​ບ້ານ​ໃກ້​ເຮືອນຄຽງທີ່​ດີ ມີ​ມາ​ແຕ່​ດົນ​ນານ ​ແລະ ການ​ຮ່ວມ​ມື​ອັນ​ດີ ລະຫວ່າງ​ສ​ອງປະ​ເທດ ລາວ ​ແລ​ະ ​ໄທ ​ໃຫ້​ແໜ້ນ​ແຟ້ນ ​ແລະ ກວ້າງຂວາງ​ຍິ່ງໆຂຶ້ນ.

ໃນວັນ​ທີ 9 ສິງຫາ 2016, ທີ່ກະຊວງ​ການ​ຕ່າງປະ​ເທດ ຣາຊະ​ອານາຈັກ​ໄທ ທ່ານ ສະ​ເຫລີມ​ໄຊ​ ກົມມະ​ສິດ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ ​ໄດ້​ຖືກ​ຕ້ອນຮັບ​ຢ່າງ​ເປັນ​ທາງ​ການ​ຈາກ ທ່ານ ດອນ​ ປຣະມັດ​ວິ​ໄນ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ຣາຊະອາ​ນາ​ຈັກ​ໄທ ​ແລະ ຫລັງຈາກ​ນັ້ນ​, ກໍໄດ້​ມີ​ການ​ພົບ​ປະ​ສອງ​ຝ່າຍ​ຢ່າງ​ເປັນ​ທາງ​ການຂຶ້ນ. ​ໃນ​ການ​ພົບ​ປະສອງ​ຝ່າຍ ​ໄດ້​ຕີ​ລາຄາ​ສູງຕໍ່ມູນ​ເຊື້ອສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ ທີ່​ມີ​ມາ​ແຕ່​ຍາວ​ນານ ຖານ​ບ້ານ​ໃກ້​ເຮືອນຄຽງທີ່​ດີ ລະຫວ່າງ​ສອງ​ປະ​ເທດ ສອງ​ລັດຖະບານ ກໍ​ຄື ສອງ​ກະຊວງ​ການ​ຕ່າງປະ​ເທດ ທີ່ມີ​ການ​ຂະຫຍາຍຕົວຢ່າງ​ເລິກ​ເຊິ່ງໜັກ​ແໜ້ນ ​ແລະ ຮອບດ້ານ​ ​ເຫັນ​ໄດ້​ຈາ​ກການ​ໄປມາຫາສູ່​ ມີ​ການ​ແລກປ່ຽນການ​ຢ້ຽມຢາມ​ ຂອງ​ຄະນະ​ຜູ້​ແທນ​ຂັ້ນ​ຕ່າງໆ, ສອງ​ຝ່າຍ​ຕົກລົງ​ເຫັນ​ດີ​ຮ່ວມ​ມື​ກັນ ​ສະກັດ​ກັ້ນ​ການ​ເຄື່ອນ​ໄຫວ​ ຂອງ​ພວກ​ຄົນ​ບໍ່ດີ ທີ່​ລັກລອບ​ຂົນ​ສົ່ງ​ສິນຄ້າ-ຄ້າຂາຍ​ຢາ​ເສບ​ຕິດ, ການ​ຄ້າ​ໄມ້​ເຖື່ອນ, ການ​ຄ້າ​ມະນຸດ ​ແລະ ການກໍ່ຄວາມ​ບໍ່ສະຫງົບ ຢູ່​ຕາມ​ບໍລິ​ເວນ​ຊາຍ​ແດນ;​ ສືບຕໍ່ພະຍາຍາມ​ຮ່ວມ​ກັນ​ປັກຫລັກໝາຍຊາຍ​ແດນ​ທາງບົກ ​ທີ່​ຍັງ​ຄົງ​ຄ້າງ ຈຳນວນ 14 ຈຸດ ​ໃຫ້​ສຳ​ເລັດ​ໃນ​ປີ 2016 ​ແລະ ການ​ປັກຫລັກໝາຍຊາຍ​ແດນ​ທາງນ້ຳ ​ໃຫ້​ສຳ​ເລັດ​ໃນ​ປີ 2018; ສອງ​ຝ່າຍ​ເຫັນ​ດີ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ, ອໍານວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ຂົນສົ່ງ​ສິນຄ້າ​ຜ່ານ​ຊາຍ​ແດນ ​ໃຫ້​ວ່ອງ​ໄວ​ຂຶ້ນກວ່າ​ເກົ່າ, ອໍານວຍ​ຄວາມ​ສະດວກ​ໃນ​ການນຳ​ເຂົ້າ-ສົ່ງ​ອອກ​ສິນຄ້າ​ ຂອງ​ ສປປ ລາວ ​ເພື່ອ​ສົ່ງຕໍ່​ໄປ​ປະ​ເທດ​ທີ່​ສາມ ​ແລະ ໃນ​ປີ 2015 ມູນ​ຄ່າ​ການ​ຄ້າລະຫວ່າງ​ສອງປະ​ເທດ ​ເພີ່ມ​ຂຶ້ນຈາກ 2,105 ລ້ານ​ໂດ​ລາສະຫະລັດ ​ໃນ​ປີ 2014 ​ເປັນ 5,633 ລ້ານ​ໂດ​ລາສະຫະລັດ; ສອງ​ຝ່າຍ​ເຫັນ​ດີ​ສືບຕໍ່ ​ເພີ່ມ​ທະວີ​ການ​ຮ່ວມ​ມືດ້ານ​ພະລັງງານ​ໄຟຟ້າ, ດ້ານ​ແຮງ​ງານ, ດ້ານ​ການ​ສຶກສາ, ພື້ນຖານ​ໂຄງ​ລ່າງ, ການ​ຮ່ວມ​ມື​ລະຫວ່າງແຂວງ ​ແລະ ຈັງຫວັດຊາຍ​ແດນ​ ລາວ-​ໄທ ​ແລະ ການ​ດູດ​ແຮ່ ​ແລະ ຊາຍຕາມ​ລຳ​ແມ່ນ້ຳຂອງ ​ແລະ ​ແມ່ນ້ຳ​ເຫລືອງ. ນອກ​ນັ້ນ​, ສອງ​ຝ່າຍຍັງ​ເຫັນ​ດີ​ ຈະ​ສືບຕໍ່​ໃຫ້ການ​ຮ່ວມ​ມື​ກັນ ​ໃນ​ຂອບ​ການ​ຮ່ວມມື CLMVT, ຂອບ​ກາ​ນຮ່ວມ​ມື ACMECS, ກອບ​ການ​ຮ່ວມ​ມື ອາຊຽນ, ​ໃນ​ພາກພື້ນ ​ແລະ ສາກົນ.

​ໃນ​ຕອນ​ທ້າຍ​ການ​ພົບ​ປະ ທ່ານ ສະ​ເຫລີມ​ໄຊ ກົມມະ​ສິດ ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈຕໍ່ລັດຖະບານ​ໄທ ທີ່​ໃຫ້ການ​ຮ່ວມ​ມື ​ແລະ ຊ່ວຍ​ເຫລືອ​ເປັນ​ຢ່າງ​ດີ ​ແກ່​ການ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ AMM  ຄັ້ງ ​ທີ 49 ​ແລະ ກອງ​ປະຊຸມ​ປິ່ນອ້ອມ​ອື່ນໆ​ ທີ່ນະຄອນຫລວງວຽງຈັນ ​ແລະ ຫວັງ​ວ່າ​ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ ​ແລະ ຮ່ວມ​ມືຕື່ມ​ອີກ ​ໃນ​ໂອກາດ​ທີ່ ສປປ ລາວ ຈະ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ອາຊຽນ ​ໃນ​ເດືອນ​ກັນຍາ 2016 ນີ້.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...