Homeຂ່າວຕ່າງປະເທດທູດພິເສດຂອງ ປະທານາທິບໍດີຟີລິບປີນ ເດີນທາງໄປປັກກິ່ງ ເລີ່ມຕົ້ນການເຈລະຈາແລ້ວ!

ທູດພິເສດຂອງ ປະທານາທິບໍດີຟີລິບປີນ ເດີນທາງໄປປັກກິ່ງ ເລີ່ມຕົ້ນການເຈລະຈາແລ້ວ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານວ່າ ທ່ານອະດີດປະທານາທິບໍດີຟິລິບປິນ ຟິເດວ ຣາມອສ ໄດ້ເດີນທາງໄປ ນະຄອນຫລວງປັກກິງ ປະເທດຈີນ ໃນວັນທີ 8 ສິງຫາຜ່ານມານີ້ ເພີ່ອດຳເນີນການເຈະລາເບື້ອງຕົ້ນ ໃນຖານະທູດພິເສດຂອງ ທ່ານ ໂຣດຣິໂກ ດູເຕີເຕ ປະທານາທິບໍດີຟິລິບປິນ ໃນການຟື້ນຟູການພົວພັນ ລະຫວ່າງປັກກິງ ແລະ ມານີລາ ພາຍຫລັງທີ່ຟິລິບປີນຊະນະຄະດີ ກ່ຽວກັບຂໍ້ຂັດແຍ່ງຢູ່ທະເລຈີນໃຕ້ ຕາມການຕັດສິນຂອງ ສານອະນຸຍາໂຕຕຸລາການລະຫວ່າງປະເທດ (PCA) ທີ່ປະເທດໂຮນລັງ.

ທ່ານປະທານາທິບໍດີຟິລິບປິນ ໂຣດຣິໂກ ດູເຕີເຕ ຢືນຢັນວ່າ ຄຳສັດສິນຂອງສານ ໃນວັນທີ 12 ກໍລະກົດຜ່ານມາ ຜ່ານມາ ລະຫວ່າງຟິລິບປີນ ແລະ ຈີນ ຈະເປັນພື້ນຖານໃຫ້ແກ່ ບັນດາການເຈລະຈາໃນອະນາຄົດ ລະຫວ່າງສອງປະເທດ ກ່ຽວກັບການຂັດແຍ່ງສຳລັບເຂດນຳແດນດິນ.

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...