Homeເກມບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 8 ສິງຫາ

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 8 ສິງຫາ

Published on

ວັນທີ 8 ສິງຫາ ປີ 2006 ຫຼືມື້ນີ້ເມື່ອ 10 ປີທີ່ແລ້ວ ເປັນມື້ວາງຈຳໜ່າຍຂອງເກມ Dead Rising ພາກທຳອິດເທິງເຄື່ອງ Xbox 360 ທີ່ທະວີບອາເມຣິກາເໜືອ. ໂດຍ Dead Rising ເປັນເກມແນວແອັກຊັ່ນປົນສະຢອງຂວັນທີ່ມີແຝງຄວາມຕະຫຼົກຊວນຫົວແລະມຸກຕະຫຼົກຮ້າຍແບບຈັດເຕັມ, ເຊິ່ງມີທ່ານເຄຈິ ອິນາຟຸເນະ ຮັບໜ້າທີ່ເປັນໂປຣດິວເຊີ້ໃຫ້ກັບເກມນີ້ນຳ. ນອກຈາກນີ້ ໃນຊ່ວງທີ່ເກມນີ້ຢູ່ໃນຂັ້ນຕອນການພັດທະນາກໍມີການປະກາດຈາກທາງ Capcom ແລ້ວວ່າຈະລົງເປັນເກມ Exclusive ໃຫ້ກັບ Xbox 360 ເທົ່ານັ້ນ, ກ່ອນຈະມາປະກາດຫຼ້າສຸດເມື່ອບໍ່ດົນນີ້ວ່າຈະມີການນຳກັບມາຣີມາສເຕີ້ລົງໃຫ້ກັບເຄື່ອງ PS4, Xbox One ແລະ PC ພາຍໃນປີນີ້. 

ເນື້ອເລື່ອງຂອງ Dead Rising ຈະເວົ້າເຖິງ ແຟຣງ ເວສ ຊ່າງພາບສື່ມວນຊົນທີ່ຕິດຢູ່ໃນຊ໋ອບປິ້ງມໍຂອງເມືອງວິນລ້າເມດ ລັດໂຄໂລຣາໂດ ທີ່ຜູ້ຄົນໃນເມືອງຕ່າງກໍຕິດເຊື້ອກາຍເປັນຊອມບີ້ໄປຈົນໝົດ ໂດຍລະຫວ່າງຢູ່ທີ່ເມືອງນີ້ ແຟຣງຕ້ອງໜີເອົາໂຕລອດຈາກຝູງຊອມບີ້ ພ້ອມທັງຫາທາງຊ່ອຍຜູ້ລອດຊີວິດຄົນອື່ນໆ ແລະຕໍ່ສູ້ກັບຄົນບ້າທີ່ເປັນສັດຕູໃນເກມ ໄປຈົນເຖິງການຄົ້ນຫາຄວາມຈິງຂອງເຫດການທີ່ເກີດຂຶ້ນໃນເມືອງແຫ່ງນີ້ໄປນຳ.  

ໂໝດເນື້ອເລື່ອງຂອງເກມ Dead Rising ຈະມີເວລາຈຳກັດໃຫ້ຜູ້ຫຼິ້ນ 72 ຊົ່ວໂມງ, ໂດຍໃນລະຫວ່າງນີ້ຜູ້ຫຼິ້ນຈະຕ້ອງບໍລິຫານເວລາໃນການເຮັດເຄວສຕ່າງໆ ທັງເຄວສຫຼັກ, ເຄວສຍ່ອຍ ເຊິ່ງແຕ່ລະເຄວສກໍອາດຈະມີການຊ່ອຍໂຕປະກັນຫຼືກຳຈັດບອສນຳ. ນອກຈາກນີ້ໂຕແຟຣງຍັງສາມາດເກັບຄ່າປະສົບການຈາກການເຮັດເຄວສຜ່ານ ຫຼືການກຳຈັດສັດຕູດ້ວຍວິທີຕ່າງໆ ເມື່ອເລເວວສູງຂຶ້ນກໍຈະປົດລ໋ອກທ່າໄມ້ຕາຍໃໝ່ໆ ຫຼືຂະຫຍາຍເກດພະລັງຊີວິດໃຫ້ຍາວຂຶ້ນໄດ້.  ຍິ່ງກວ່ານັ້ນ, ເກມນີ້ຍັງມີລະບົບສ້າງອາວຸດທີ່ເປັນຈຸດຂາຍຂອງຊີຣີນີ້ ໂດຍຜູ້ຫຼິ້ນສາມາດນຳເອົາອຸປະກອນຫຼືໄອເທັມ 2 ຊະນິດມາປະສົມກັນເພື່ອສ້າງເປັນອາວຸດອັນໃໝ່ທີ່ມີປະສິດຕິພາບສູງກວ່າເກົ່າໄດ້ ແລະອາວຸດຫຼາຍຊະນິດທີ່ສ້າງໄດ້ກໍຈະເຕັມໄປດ້ວຍຄວາມຕະຫຼົກ ແລະສະແດງເຖິງໄອເດຍທີ່ບັນເຈີດຂອງທີມພັດທະນາເລີຍ. 

Fact ເລັກນ້ອຍກ່ຽວກັບເກມ Dead Rising

  • ເກມນີ້ຈະມີ Achievement ສຸດໂຫດຢູ່ຢ່າງໜຶ່ງທີ່ຊື່ວ່າ Zombie Genocider ເຊິ່ງເງື່ອນໄຂກໍຄືຕ້ອງເຮັດການສັງຫານຊອມບີ້ໃນເກມໃຫ້ໄດ້ 53,594 ໂຕພາຍໃນເວລາ 72 ຊົ່ວໂມງ, ເຊິ່ງໂຕເລກນີ້ເປັນມຸກຕະຫຼົກທີ່ຫຼິ້ນຮ່ວມກັນລະຫວ່າງທີມພັດທະນາຈາກຄ້າຍຕ່າງໆ ໂດຍເກມ Left 4 Dead ກໍມີ Achievement ທີ່ຕ້ອງຂ້າຊອມບີ້ຈຳນວນ 53,595 ໂຕ ແລະເກມ Prototype ກໍມີ Achievement ທີ່ຕ້ອງກຳຈັດສັດຕິໃຫ້ໄດ້ລວມກັນ 53,596 ໂຕຄືກັນ. 

  • ຖ້າຜູ້ຫຼິ້ນເຄລຍໂໝດເນື້ອເລື່ອງໂດຍເຄລຍມິດຊັ່ນໄດ້ຄົບທັງໝົດ ແລ້ວໄປລົມກັບອິຊາເບວລ້າຕອນ 10 ໂມງເຊົ້າ ແລະກັບມາລານຈອດເຮລິຄອບເຕີ້ໃນຕອນສວາຍຂອງວັນທີ 22 (ວັນທີໃນເກມ) ຈະຈົບເກມແບບ Ending A ໄດ້ ພ້ອມກັບປົດລ໋ອກໂໝດ Overtime ໃນການຫຼິ້ນຮອບໃໝ່ໄດ້. 

  • ຫຼັງຈາກທີ່ສູ້ກັບບອສທີ່ຊື່ພລໍ (Paul) ແລ້ວ ໄຟຈະລຸກທ້ວມໂຕພລໍ ຮອດຕອນນີ້ໃຫ້ເອົາຖັງດັບເພີງມາສີດໃສ່ຮ່າງພລໍຈົນໄຟດັບ ແລ້ວນຳໂຕພລໍກັບໄປທີ່ຫ້ອງ Security Room ຈາກນັ້ນໃຫ້ອອກມາຍ່າງຫຼິ້ນແປັບໜຶ່ງ ເຮົາຈະໄດ້ຮັບການຕິດຕໍ່ມາວ່າພລໍມີຂອງຂວັນຈະມອບໃຫ້ ພໍເຮົາກັບໄປທີ່ຫ້ອງ Security Room ອີກເທື່ອ ໃຫ້ລົມກັບພລໍ ລາວຈະໃຫ້ລະເບີດແກ້ວ Molotov Cocktail ໄວ້ໃຫ້ເຮົາໃຊ້ແບບບໍ່ຈຳກັດຈຳນວນເທື່ອ. 

  • Dead Rising ພາກທຳອິດເຮັດຍອດຂາຍລວມທົ່ວໂລກໄດ້ 1.8 ລ້ານຊຸດ, ໂດຍເປັນພາກທີ່ຂາຍດີເປັນອັນດັບສຸດທ້າຍຈາກທັງໝົດ 3 ພາກ ເຊິ່ງ Dead Rising 2 ເຮັດຍອດຂາຍໄປໄດ້ 3 ລ້ານຊຸດ ແລະ Dead Rising 3 ຂາຍໄດ້ 2 ລ້ານຊຸດ. 

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ ແລະ ເກມ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ:online station

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...