spot_img
Homeເກມບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 4 ສິງຫາ

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 4 ສິງຫາ

Published on

ວັນທີ 4 ສິງຫາ ປີ 2001 ຫຼືມື້ນີ້ເມື່ອ 15 ປີທີ່ແລ້ວ ເປັນມື້ວາງຈຳໜ່າຍຂອງເກມ Castlevania: Circle of the Moon ເທິງເຄື່ອງ Game Boy Advance ທີ່ປະເທດອອສເຕຣເລຍແລະນິວຊີແລນ. ໂດຍ Circle of the Moon ເປັນ 1 ໃນ 3 ພາກທີ່ທາງ Konami ໄດ້ພັດທະນາລົງເຄື່ອງ Game Boy Advance ເຊິ່ງອີກ 2 ແມ່ນ Aria of Sorrow ກັບ Harmony of Dissonance ແລະພາກນີ້ຍັງເປັນພາກສຸດທ້າຍຂອງຊີຣີທີ່ໃຊ້ໂລໂກ້ເກມເວີຊັ່ນພາສາອັງກິດເປັນຟ້ອນດັ້ງເດີມທີ່ Konami ເຄີຍໃຊ້ມາຕັ້ງແຕ່ພາກທຳອິດທີ່ວາງຈຳໜ່າຍໃນປີ 1986. 

ດ້ານເນື້ອເລື່ອງຂອງ Circle of the Moon ຈະເກີດຂຶ້ນໃນປີ ຄ.ສ 1830 ເມື່ອ ເນທານ ເກຣບ ບ່າວຜູ້ສູນເສຍພໍ່ແມ່ໄປເມື່ອ 10 ປີກ່ອນດ້ວຍມືຂອງແດຣັກຄູລ້າ, ເຊິ່ງລາວໄດ້ຮັບການເຝິກສອນຈາກ ມໍຣ໌ຣິສ ບອນວິນ ໃນວິຊາການຕໍ່ສູ້ກັບອະສູນແລະຈອມມານແດຣັກຄູລ້າ ເຊິ່ງມໍຣ໌ຣິສໄດ້ໝາຍໝັ້ນວ່າຈະເລືອກເນທານມາເປັນຜູ້ສືບທອດຕຳແໜ່ງນັກລ້າແວັມໄພຣ໌ ພ້ອມກັບມອບແສ້ Hunter Whip ໃຫ້ແກ່ເນທານ. ແຕ່ຫຼັງຈາກທີ່ທັງເນທານ, ມໍຣ໌ຣິສ ແລະຮິວ (ລູກຊາຍຂອງມໍຣ໌ຣິສ) ໄດ້ບຸກໄປເຖິງປະສາດແດຣັກຄູລ້າ ເນທານກັບຮິວກໍຖືກລອບໂຈມຕີຈົນຕ້ອງແຍກກັບມໍຣ໌ຣິສພ້ອມກັບຫາຫົນທາງກັບໄປແກ້ແຄ້ນແດຣັກຄູລ້າໃຫ້ໄດ້. 

ສຳລັບລະບົບເກມໃນພາກນີ້ຈະເປັນແນວແອັກຊັ່ນ 2D ທີ່ມີໂຄງສ້າງລະບົບພື້ນຖານຄືກັບ Castlevania ພາກກ່ອນໆ ເຊັ່ນ: ລະບົບ Sub Weapon ທີ່ຜູ້ຫຼິ້ນສາມາດເກັບໄອເທັມຂວານ, ມີດ, ກາງເຂນ, ນ້ຳມົນ ຫຼືໂມງຢຸດເວລາ ມາໃຊ້ໃນການກຳຈັດສັດຕູໄດ້. ສ່ວນລະບົບທີ່ມີສະເພາະໃນພາກນີ້ແມ່ນມີຊື່ວ່າ Dual Set-Up System (DSS) ໂດຍຈະມີເປັນກາຣ໌ດມົນກາໃຫ້ຜູ້ຫຼິ້ນເກັບພາຍໃນເກມ ເຊິ່ງກາຣ໌ດທີ່ເວົ້ານີ້ຈະແບ່ງອອກເປັນ 2 ປະເພດຄື: Action ແລະ Attribute. ເຊິ່ງກາຣ໌ດ Action ຈະເປັນກາຣ໌ດທີ່ມີຊື່ຕາມເທບຂອງຕຳນານໂຣມັນ ແລະກາຣ໌ດ Action ຈະສົ່ງຜົນຕໍ່ປະເພດເວດມົນທີ່ໃຊ້ທີ່ແຕກຕ່າງກັນອອກໄປ, ໃນຂະນະທີ່ກາຣ໌ດ Attribute ຈະໃຊ້ຊື່ບັນດາອະສູນຕາມຕຳນານກຣີກແລະໂຣມັນປະສົມກັນ ແລະຈະມີຜົນຕໍ່ເອັບເຟກຕ່າງໆ ຂອງເວດມົນທີ່ໃຊ້ນຳ. ນອກຈາກນີ້ຜູ້ຫຼິ້ນຈະຕ້ອງນຳເອົາຄຸນສົມບັດຂອງກາຣ໌ດ Action ແລະ Attribute ມາແນວລະໃບ ເພື່ອໃຫ້ເກີດເວດມົນທີ່ຫຼາກຫຼາຍ ຖ້າຫາກນັບລວມແລ້ວຈະສາມາດປະສົມເປັນເວດມົນໄດ້ທັງໝົດ 100 ປະເພດພໍດີ. 

Fact ເລັກນ້ອຍກ່ຽວກັບເກມ Castlevania: Circle of the Moon

  • ພາກນີ້ຈະມີວິທີການໃຊ້ Item Crush ແບບພິເສດຢູ່ໂດຍເຮົາຈະຕ້ອງມີຫົວໃຈຢ່າງໜ້ອຍ 100 ດວງ ແລະຕ້ອງບໍ່ເກັບ Sub Weapon (ຈຳພວກຂວານ, ມີດ, ກາງເຂນ ແລະອື່ນໆ) ມາ ໂດຍຕ້ອງມີກາຣ໌ດ Pluto ແລະ Salamander ຢູ່ກັບໂຕນຳ ແລ້ວພໍເຮົາກົດໃຊ້ Item Crush ເນທານຈະປ່ອຍດາວຈຳນວນຫຼາຍອອກຈາກໂຕໄປສ້າງຄວາມເສຍຫາຍແກ່ສັດຕູອ້ອມຮອບສາກໄດ້ ເຊິ່ງພະລັງໂຈມຕີຈະຂຶ້ນຢູ່ກັບເລເວວຂອງເນທານເອງ ຖ້າຢາກໃຫ້ດາວສ້າງຄວາມເສຍຫາຍໄດ້ຫຼາຍຂຶ້ນກໍສາມາດໃຊ້ໄອເທັມເພີ່ມຄ່າ Strength ຊ່ອຍໄດ້ເຊັ່ນກັນ. 

  • ຖ້າຫາກໂຕເຮົາມີກາຣ໌ດ Black Dog ແລະ Jupiter ຢູ່ກັບໂຕ ເມື່ອເຮົາຕິດພິດຫຼືຕິດຄຳສາບຈາກການໂຈມຕີຂອງສັດຕູ ໃຫ້ກົດເປີດໃຊ້ກາຣ໌ດ Black Dog ກັບ Jupiter ແລ້ວໃຫ້ກົດຍົກເລີກການໃຊ້ທັນທີ ໂດຍສະຖານະພິດແລະຄຳສາບຂອງເຮົາຈະຫາຍໄປໃນທັນທີ. 

  • ນອກຈາກນີ້ຍັງມີທຣິກກ່ຽວກັບໂລ້ນຳ ໂດຍຜູ້ຫຼິ້ນລອງໃຊ້ໂລ້ທີ່ຜູກຄວາມສາມາດກັບກາຣ໌ດ Jupiter ກ່ອນຈາກນັ້ນກໍເຂົ້າໄປທີ່ຫ້ອງເຊບ ແລ້ວເຊບເກມໂດຍບໍ່ປິດການໃຊ້ໂລ້ ສຳເລັດແລ້ວໃຫ້ອອກຈາກຫ້ອງເຊບມາ ຈະພົບວ່າໂລ້ຂອງເຮົາຈະຍັງຄົງສະແດງຜົນຢູ່ ໂດຍທີ່ເຮົາບໍ່ເສຍ MP ຈາກການໃຊ້ພະລັງງານຈາກໂລ້ແລ້ວ. 

  • ໂຕເກມພາກນີ້ໄດ້ຮັບກະແສຕອບຮັບໄປໃນທາງທີ່ດີ ເຊິ່ງສາມາດເຮັດຍອດຂາຍລວມກັນໄດ້ປະມານ 1 ລ້ານຊຸດພາຍໃນເດືອນທີ່ວາງຈຳໜ່າຍຢູ່ທະວີບອາເມຣິກາເໜືອແລະຢຸໂຣບ ໃນຂະນະດຽວກັນຢູ່ຍີ່ປຸ່ນກໍເຮັດຍອດຂາຍໄດ້ປະມານ 5 ແສນຊຸດ ເຖິງວ່າຍອດຂາຍຈະຢູ່ໃນເກນທີ່ໂອເຄ ແຕ່ເນື້ອເລື່ອງຂອງພາກນີ້ພັດບໍ່ໄດ້ຮັບການນັບລວມຢູ່ໃນ Timeline ຂອງ Castlevania ເຊິ່ງປະເດັນນີ້ມີເກມເມີ້ໃນຕ່າງປະເທດເຊື່ອກັນວ່າອາດເປັນເພາະທີມພັດທະນາຂອງພາກນີ້ເປັນທີມດຽວກັນກັບທີ່ເຮັດ Castlevania ລົງເຄື່ອງ Nintendo 64 ທີ່ເຄີຍຖືກແຟນໆເວົ້າໃຫ້ເລະບໍ່ເປັນທ່າມາແລ້ວ. 

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ ແລະ ເກມ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ:online station

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...