spot_img
Homeຂ່າວຕ່າງປະເທດປະທານາທິບໍດີນິກາຣາກົວ ສະເໜີຊື່ພັນລະຍາຕົນເອງ ລົງສະໝັກຊີງຕຳແໜ່ງ ຮອງປະທານາທິບໍດີ!

ປະທານາທິບໍດີນິກາຣາກົວ ສະເໜີຊື່ພັນລະຍາຕົນເອງ ລົງສະໝັກຊີງຕຳແໜ່ງ ຮອງປະທານາທິບໍດີ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 4 ສິງຫານີ້ວ່າ ທ່ານ ດານຽນ ອໍເຕກາ ປະທານາທິບໍດີ ແຫ່ງ ນິກາຣາກົວ ໄດ້ປະກາດເລືອກ ນາງ ໂຣຊາຣໂອ ມູຣິໂຢ ພັນລະຍາຂອງຕົນ ລົງສະໝັກຊິງຕຳແໜ່ງ ຮອງປະທານາທິບໍດີ ໂດຍລະບຸວ່າ ນາງເປັນຕົວເລືອກທີ່ເໝາະສົມ ແລະ ເນັ້ນຢ້ຳນະໂຍບາຍ ສົ່ງເສີມຄວາມເທົ່າທຽມກັນທາງເພດ.

ກ່ອນໜ້ານີ້ ທ່ານ ດານຽນ ຍັງເຄີຍໄດ້ແຕ່ງຕັ້ງພັນລະຍາຂອງທ່ານເອງ ເຂົ້າຮັບຕຳແໜ່ງໂຄສົກລັດຖະບານມາແລ້ວ ແລະ ທ່ານຫວັງຢ່າງຍິ່ງວ່າ ປະຊາຊົນຊາວນິກາຣາກົວ ຈະໃຫ້ການຕອບຮັບທີ່ດີ ເມື່ອທ່ານໄດ້ຈັບຄູ່ກັບພັນລະຍາ ລົງຊີງຕຳແໜ່ງການນຳຂອງປະເທດອີກສະໄໝ ໃນບັ້ນເລືອກຕັ້ງປະທານາທິບໍດີ ວັນທີ 6 ພະຈິກຈະມາເຖິງນີ້.

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...