spot_img
Homeຂ່າວທ້ອງຖິ່ນຄະນະປະຈຳ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ພິຈາລະນາຫຼາຍບັນຫາສຳຄັນ

ຄະນະປະຈຳ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ພິຈາລະນາຫຼາຍບັນຫາສຳຄັນ

Published on

ວັນທີ 1 ສິງຫາຜ່ານມານີ້ ທີ່ຫ້ອງປະຊຸມ ສຳນັກງານປົກຄອງນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມ ຄະນະປະຈຳສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ I  ປະຈຳເດືອນກໍລະກົດ 2016 ຂຶ້ນ ໂດຍພາຍໃຕ້ການເປັນ ປະທານຂອງ ທ່ານ ອານຸພາບ ຕຸນາລົມ ກຳມະການສູນກາງພັກ ປະທານຄະນະປະຈຳສະພາປະຊາຊົນ ນະຄອນຫຼວງວຽງຈັນ, ມີບັນດາທ່ານຮອງປະທານ ແລະ  ບັນດາທ່ານກຳມະການຄະນະປະຈຳ, ຄະນະເລຂາທິການ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມປະຈຳເດືອນກໍລະກົດນີ້ ແມ່ນໄດ້ສຸມໃສ່ພິຈາລະນາ ແຜນການມອບການຍ້ອງຍໍ ແກ່ຜູ້ມີຜົນງານດີເດັ່ນ ໃນບັ້ນການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ VIII ແລະ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ I ການ​ສັບຊ້ອນ​ພະນັກງານ​ ເຂົ້າໃນ​ແຕ່ລະ​ຂະ​ແໜງ​ຊ່ວຍ​ວຽກ, ພິຈາລະນາ ​ແລະ ຮັບຮອງ ​ເອົາ​ແຜນການ​ເຄື່ອນ​ໄຫວ ປະຈຳເດືອນ​ສິງຫາ 2016 ​ແລະ ພິຈາລະນາ​ແຜນ​ງານງົບປະມານ ປະຈຳ​ສົກ​ປີ 2017 ຂອງ​ສະພາ​ປະຊາ​ຊົນ ນະຄອນຫຼວງ​ວຽງ​ຈັນ ນອກຈາກ​ນັ້ນ, ກໍ່​ໄດ້​ພິຈາລະນາ ​ແລະ ຮັບຮອງ​ເອົາ​ ການ​ປັບປຸງ​ຮ່າງ​ຂໍ້​ຕົກລົງ​ຂອງ​ ເຈົ້າ​ຄອງ ນະຄອນຫຼວງວຽງ​ຈັນ ວ່າ​ດ້ວຍ ການ​ຄຸ້ມ​ຄອງ ​ແລະ ພັດທະນາເຂດ​ແຄມ​ຂອງ ​ບໍລິ​ເວນ​ຫາດດອນ​ຈັນ ​ແລະ ບັນຫາ​ສຳຄັນຈຳນວນ​ໜຶ່ງ​ຕື່ມ​ອີກ.

 

ແຫລ່ງຂ່າວ:

ປຊຊ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...