spot_img
Homeຂ່າວຕ່າງປະເທດເຫດລະທຶກ! ເຮືອບິນເອມິເຣດສ ທ້ຽວບິນ EK521 ຕົກກະແທກລັນເວທີ່ສະໜາມບິນດູໄບ ໄຟລຸກຖ້ວມ

ເຫດລະທຶກ! ເຮືອບິນເອມິເຣດສ ທ້ຽວບິນ EK521 ຕົກກະແທກລັນເວທີ່ສະໜາມບິນດູໄບ ໄຟລຸກຖ້ວມ

Published on

ເມື່ອວັນທີ 3 ສິງຫາ 2016 ສຳນັກຂ່າວຕ່າງປະເທດລາຍງານວ່າ ເກີດເຫດລະທຶກ ເຮືອບິນໂດຍສານໂບອິ້ງ 777 ຂອງສາຍການບິນເອມິເຣດສ ທ້ຽວບິນ EK521 ພ້ອມຜູ້ໂດຍສານ 282 ຄົນ ແລະ ລູກເຮືອ 18 ຄົນ ຈາກເມືອງ ທິຣຸວານັນທະພຸຣາມ ຫຼື ເມືອງ ຕະຣິວັນດັມ ລັດເກຣລະ ປະເທດອິນເດຍ ມາທີ່ດູໄບ ປະສົບເຫດຕົກກະແທກລັນເວຢ່າງຮຸນແຮງ ໃນຂະນະກຳລັງລົງຈອດທີ່ສະໜາມບິນລະຫວ່າງປະເທດດູໄບ ໃນລັດດູໄບ ຂອງສະຫະລັດອາຫຼັບເອມິເຣສຕ໌ ເມື່ອຕອນບ່າຍ ເວລາປະມານ 12.45 ນາທີ ຕາມເວລາທ້ອງຖິ່ນສາຍການບິນ ເອມິເຣສໄດ້ອອກຖະແຫລງການໃນເວລາຕໍ່ມາວ່າ ຜູ້ໂດຍສານທັງໝົດໃນເຮືອບິນລຳດັ່ງກ່າວໄດ້ຮັບການອົບພະຍົບສຸກເສີນອອກຈາກເຮືອບິນ ແລະ ບໍ່ມີໃຜໄດ້ຮັບບາດເຈັບ ຂະນະທີ່ເຈົ້າໜ້າທີ່ສະໜາມບິນດູໄບ ໄດ້ເຂົ້າຄວບຄຸມເພີງໃໝ້ເຮືອບິນໄດ້ຮຽບຮ້ອຍແລ້ວ ແລະ ຜູ້ໂດຍສານທັງໝົດປອດໄພ

 

239

ແຫຼ່ງຂ່າວຈາກ: http://www.thairath.co.th/content/680776

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...