spot_img
Homeນານາສາລະເຕືອນໄພ! 12ປັດໃຈສ່ຽງທີ່ເຮັດໃຫ້ໂທລະສັບມືຖືເກີດລະເບີດ

ເຕືອນໄພ! 12ປັດໃຈສ່ຽງທີ່ເຮັດໃຫ້ໂທລະສັບມືຖືເກີດລະເບີດ

Published on

ໂທລະສັບມືຖືໃນຕອນນີ້ມີອິດທິພົນຕໍ່ຄົນຫຼາຍ ເພາະວ່າປັດຈຸບັນໂທລະສັບມືຖືໄດ້ກາຍເປັນອີກໜຶ່ງປັດໄຈຂອງຄົນເຮົາທີ່ຂາດບໍ່ໄດ້ເລີຍ ໃນເມື່ອເຮົາຈຳເປັນຕ້ອງໃຊ້ມືຖືຢູ່ຕະຫຼອດເວລາ ດັ່ງນັ້ນວັນນີ້ເຮົາຈະມານຳສະເໜີກ່ຽວກັບປັດໄຈສ່ຽງທີ່ເຮັດໃຫ້ໂທລະສັບມືຖືເກີດລະເບີດຂຶ້ນ ເຊິ່ງບົດນີ້ຈະມີຄວາມຮູ້ຫຼາຍໃຫ້ແກ່ກຸ່ມຄົນທີ່ຢູ່ໃນສັງຄົມກົ້ມໜ້າ ຫຼື ເງີຍໜ້າກໍ່ຕາມ ແລະ ປັດໄຈສ່ຽງຈະມີຫຍັງແນ່ນັ້ນເຮົາມາອ່ານກັນເລີຍ

  1. ການນຳມືຖືຍັດໃສຖົງໂສ້ງທີ່ຫັດແໜ້ນ ດ້ວຍຄວາມບີບຮັດຂອງໂສ້ງອາດເຮັດໃຫ້ຕົວເຄື່ອງບິດບ້ຽວ ແຕກງ່າຍ ແລະ ອາດສົ່ງຜົນກະທົບໄປທີ່ແບັດເຕີຣີໄດ້ ທາງທີ່ດີທ່ານຄວນໄວ້ໂທລະສັບມືຖືບ່ອນທີ່ມີແຮງອັດໜ້ອຍເຊັ່ນ ຖົງໂທລະສັບ… ຈະດີກວ່າ.
  2. ການສາກແບັດເຕີຣີມືຖືເລື່ອຍໆກໍ່ເປັນສາເຫດໜຶ່ງທີ່ເຮັດໃຫ້ແບັດເຕີຣີໂທລະສັບສື່ອມໄວ ຖ້າເປັນແບັດເຕີຣີຂອງປອມ ລື ແບັດເຕີຣີທີ່ເສື່ອມຄຸນນະພາບແລ້ວ ເມື່ອໃຊ້ງານດົນໄປຈະເຮັດໃຫ້ແບັດເຕີຣີສ່ຽງເກີດການລະເບີດໄດ້
  3. ການວາງມືຖືໄວ້ໃນບ່ອນອັບຊື້ນ ເຊິ່ງຄວາມຊື້ນຈະເຂົ້າໄປເກາະຢູ່ໃນເຄື່ອງ
  4. ຖ້າມືຖືຂອງທ່ານຕົກນ້ຳ ສິ່ງທີ່ຄວນເຮັດໄວທີ່ສຸດຄືການຖອດແຍກສິ້ນສ່ວນແລ້ວເປົ່າໃຫ້ແຫ້ງ ຢ່າຟ້າວເປີດເຄື່ອງໃຊ້ງານ ຖ້າບໍ່ແນ່ໃຈວ່າທຸກສິ້ນສ່ວນນັ້ນແຫ້ງດີ
  5. ຢ່າສ່ຽງຊື້ຂອງມືສອງ, ຂອງປອມ ຫຼື ມືຖືລາຄາຖືກ ອາດເຮັດໃຫ້ເກີດເຫດຮ້າຍໄດ້
  6. ຫາກມືຖືຮ້ອນບໍ່ຄວນໃຊ້ມືຖືຕໍ່ໄປ ອາດມີຜົນເຮັດໃຫ້ເກີດຄວາມສ່ຍງການລະເບີດໄດ້
  7. ການໃຊ້ສາຍສາກທີ່ບໍ່ແມ່ນມາກັບເຄື່ອງຂອງມັນເອງ ຫຼື ຂອງປອມ ອາດມີຄວາມສ່ຽງໃນເລື່ອງຂອງກຳລັງໄຟທີ່ອາດບໍ່ເໝາະສົມກັບເຄື່ອງນັ້ນ
  8. ການວາງໂທລະສັບສາກໄວ້ເທິງເຄື່ອງໃຊ້ໄຟຟ້າ ເຊັ່ນ: ຕູ້ເຢັນ, ໂທລະທັດ, ແອັມ, ຫຼັງແຄັດຄອມ…ເປັນຕົ້ນ ເຊິ່ງຄີ້ນເຫຼັກຂອງເຄື່ອງໃຊ້ໄຟຟ້າອາດລົບກວນການທຳງານຂອງໂທລະສັບ ອາດເຮັດໃຫ້ໂທລະສັບລົວໄດ້
  9. ໄດ້ຮັບແຮງກະແທກ ຫຼື ຕົກພື້ນເປັນປະຈຳ ເຮັດໃຫ້ຕົວເຄື່ອງເກີດແຮງກະແທກຫຼາຍຈົນເກີນໄປ
  10. ເກີດການຊັອດທີ່ລະຫວ່າງໄຟຟ້າຂົ້ວ – ແລະ ຂົ້ວ – ຂອງແບັດເຕີຣີ ສ່ວນຫຼາຍເກີດຈາກການທີ່ນຳແບັດເຕີຣີໃສ່ກະເປົາໄວ້ແລ້ວມີກະແຈ ຫຼື ໂລຫະຊັອດທີ່ຂົ້ວ + ແລະ – ຂອງແບັດເຕີຣີ
  11. ການສາກແບັດເຕີຣີດົນເກີນໄປ
  12. ທັງສາກແບັດເຕີຣີ ທັງຫຼິ້ນໂທລະສັບພ້ອມ ເພາະຄວາມຮ້ອນຂອງແບັດເຕີຣີຈະເພີ່ມທະວີຂຶ້ນຕື່ມ

 

ທີ່ມາ: http://sp.upyim.com/1797/ ແລະ http://www.opto.in.th/

ບົດຄວາມຫຼ້າສຸດ

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...