Homeຂ່າວການພັດທະນາກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເລີ່ມເຂັ້ມງວດ ກວດກາຄຸນນະພາບນ້ຳມັນເຊື້ອໄຟ!

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເລີ່ມເຂັ້ມງວດ ກວດກາຄຸນນະພາບນ້ຳມັນເຊື້ອໄຟ!

Published on

ຂປລ. ກະຊວງ​ວິ​ທະຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ​ໄດ້ສຳ​ເລັດ​ການສ້າງຕັ້ງ​ ​ແລະ ​ເປີດ​ນຳ​ໃຊ້ ຫ້ອງການ​ກວດ​ຄຸ​ນນະພາບ​ນ້ຳມັນ​ເຊື້ອ​ໄຟ​ ປະຈຳ​ດ່ານຂົວ​ມິດຕະພາບ​ ລາວ-​ໄທ ​ແຫ່ງ​ທີ 1 ເມືອງ​ຫາດຊາຍ​ຟອງ ນະຄອນຫລວງ​ວຽງຈັນ​ ​ໃນ​ວັນ​ທີ 1 ສິງຫາ 2016 ​ເພື່ອເປັນ​ສະຖານທີ່​ ກວດ​ຄຸນນະພາບ​ນ້ຳມັນ​ເຊື້ອ​ໄຟ​ ທີ່​ຜະລິດ​ນຳ​ເຂົ້າ-ສົ່ງ​ອອກ ແລະ ຈຳໜ່າຍ​ ຢູ່ ​ສປປ ລາວ ໃຫ້​ມີ​ມາດຕະຖານ​ສາກົນ. ນອກຈາກ​ການ​ກວດ​ດ້ານ​ເອກະສານ ແລະ ນ້ຳມັນ​ເຊື້ອ​ໄຟ​ທີ່​ເຂັ້ມງວດ​ແລ້ວ ພະນັກງານ​ຍັງ​ຈະ​ໄດ້ຕິດຕາມ​ ກວດກາ​ເຖິງ​ພາຫະນະຂົນສົ່ງ, ນັບ​ທັງສາງ​ເກັບ​ມ້ຽນ​ນ້ຳມັນ, ປ້ຳ​ຈຳໜ່າຍ​ນ້ຳມັນ​ເຊື້ອ​ໄຟຕື່ມ​ອີກ ​ເພື່ອປົກ​ປ້ອງ​ຜົນ​ປະ​ໂຫຍ​ດ​ແກ່ຜູ້​ຊົມໃຊ້.

ກະຊວງ​ວິ​ທະຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ລະບຸ​ວ່າ: ໃນ​ໄລຍະ​ຜ່ານ​ມາ​ ໄດ້​ເກີດ​ມີກໍລະນີ​ທີ່​ມີ​ບາງ​ຫົວໜ່ວຍທຸລະ​ກິດ ກໍຄື​ ຜູ້​ປະກອບ​ການ​ນຳເຂົ້າ​ນ້ຳມັນ​ເຊື້ອ​ໄຟ​ ບໍ່​ໄດ້​ມາດຕະ​ຖານ ອັນ​ໄດ້​ເຮັດ​ໃຫ້​ຜູ້​ຊົມໃຊ້ ປະສົບ​ກັບ​ບັນຫາ​ຕາມ​ມາ ​ບໍ່​ວ່າຈະ​ເປັນ​ນ້ຳມັນ​ບໍ່​ມີ​ຄຸນະພາບ ແລະ ນ້ຳມັນ​ປະສົມ​ກັບ​ສິ່ງ​ເຈືອປົນ ບັນຫາ​ດັ່ງກ່າວ​ເກີດ​ຂຶ້ນ ​ຍ້ອນຜູ້​ປະກອບ​ການ​ນຳ​ໃຊ້​ພາຫະນະຂົນສົ່ງ​ນ້ຳມັນ​ບໍ່​ຖືກຕ້ອງ ແລະ ຍັງ​ຂາດ​ຄວາມ​ເຂັ້ມ​ງວດ​ ໃນ​ການກວດກາ​ຄຸນນະພາບ​ ຈາກ​ພາກສ່ວນ​ກ່ຽວຂ້ອງ.

ສະນັ້ນ, ການ​ສ້າງຕັ້ງ​ຫ້ອງການ​ ກວດ​ຄຸນນະພາບ​ນ້ຳມັນ​ເຊື້ອ​ໄຟ​ ປະຈຳ​ດ່ານ​ຄັ້ງນີ້ ເພື່ອ​ຕອບ​ສະໜອງຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ສັງຄົມ ​ໃນ​ການ​ແກ້​ໄຂ​ບັນຫາ​ປະກົດ​ການ​ຫຍໍ້​ທໍ້ ​ແລະ ປົກ​ປ້ອງ​ຜູ້​ຊົມ​ໃຊ້ນ້ຳມັນ​ເຊື້ອ​ໄຟ​ຢູ່ ສປປ ລາວ ​ໃຫ້​ມີ​ຄຸນ​ນະພາ​ບ, ຖືກຕ້ອງ​ຕາມ​ມາດຕະຖານ​ແຫ່ງ​ຊາດ ​ກໍ​ຄືມາດຕະຖານ​ສາກົນ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...