Homeມຸມຂ່າວ AECກອງປະຊຸມກະກຽມຂອງ ເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ ໄຂຂຶ້ນທີ່ນະຄອນຫລວງວຽງຈັນ

ກອງປະຊຸມກະກຽມຂອງ ເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ ໄຂຂຶ້ນທີ່ນະຄອນຫລວງວຽງຈັນ

Published on

ວັນທີ 1 ສິງຫານີ້, ກະຊວງອຸດສາຫະກຳ ແລະ ການຄ້າ, ໄດ້ຈັດກອງປະຊຸມກະກຽມຂອງ ເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ (Preparatory SEOM Meeting), ຂຶ້ນທີ່ນະຄອນຫລວງວຽງຈັນ, ເປັນເວລາ 1 ມື້ເຄິ່ງ, ໂດຍການເປັນປະທານຂອງ ທ່ານ ລາວຮົວ ເຈີຈິງ ຫົວໜ້າກົມນະໂຍບາຍການຄ້າຕ່າງປະເທດ, ເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ, ມີບັນດາປະເທດສະມາຊິກອາຊຽນ ແລະ ກອງເລຂາອາຊຽນຈາກ 10 ປະເທດເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວ ຈັດຂຶ້ນເພື່ອພິຈາລະນາບັນດາເອກກະສານສຳຄັນຕ່າງໆ ທີ່ຈະນຳສະເໜີເຂົ້າໃນວາລະຂອງ ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 48 ແລະ ກອງປະຊຸມອື່ນໆ ເປັນຕົ້ນບົດລາຍງານຂອງ ເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ ຕໍ່ກອງປະຊຸມສະພາເຂດການຄ້າເສລີອາຊຽນ (AFTA) ຄັ້ງທີ 30, ກອງປະຊຸມສະພາເຂດການລົງທຶນອາຊຽນ (AIA) ຄັ້ງທີ 19, ກອງປະຊຸມລັດຖະມົນຕີ ເສດຖະກິດອາຊຽນ ຄັ້ງທີ 48, ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນໃໝ່ (CLMV), ກອງປະຊຸມລັດຖະມົນຕີ ລະຫວ່າງປະເທດແມ່ນ້ຳຂອງກັບຍີ່ປຸ່ນ ແລະ ກອງປະຊຸມພົບປະລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ກັບປະເທດຄູ່ຮ່ວມເຈລະຈາ, ພ້ອມນີ້ ກອງປະຊຸມດັ່ງກ່າວ ຍັງຈະໄດ້ສຸມໃສ່ປຶກສາຫາລື ເພື່ອກະກຽມເນື້ອໃນ ຂອງຫລາຍປະເດັນທີ່ສຳຄັນ ຕິດພັນກັບຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດຜັນຂະຫຍາຍ ແຜນປະຕິບັດງານອາຊຽນ 2015, ຊຶ່ງແມ່ນແຜນວຽກລະອຽດ ຂອງການຈັດຕັ້ງຜັນຂະຫຍາຍ ເນື້ອໃນແຜນງານ ປະຊາຄົມເສດຖະກິດອາຊຽນ 2025, ໂດຍຈະໄດ້ສະຫລຸບສັງລວມ ແລະ ນຳສະເໜີປະເດັນເຫລົ່ານີ້ ໃຫ້ກອງປະຊຸມລະດັບລັດຖະມົນຕີ ເພື່ອພິຈາລະນາ, ຮັບຮອງເອົາ ແລະ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດຕໍ່ໄປ.

 

ແຫລ່ງຂ່າວ:

ລພນ

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...