spot_img
Home​ຂ່າວທ່ອງທ່ຽວຕາດວັງຫຼວງ ແຫຼ່ງທ່ອງທ່ຽວສະບາຍໃຈໃກ້ກັບຕົວເມືອງ

ຕາດວັງຫຼວງ ແຫຼ່ງທ່ອງທ່ຽວສະບາຍໃຈໃກ້ກັບຕົວເມືອງ

Published on

ທ່ອງທ່ຽວວັນນີ້ ພວກເຮົາຈະພາທຸກຄົນມາທ່ຽວສະຖານທີ່ທ່ຽວແຫ່ງໃໝ່ໃນນະຄອນຫຼວງວຽງຈັນ ນັ້ນກໍ່ຄື ຕາດວັງຫຼວງ ເຊິ່ງບອກໄດ້ຄຳດຽວເລີຍວ່າ ຖ້າໃຜຍັງບໍ່ທັນໄດ້ມາແມ່ນຕ້ອງມາຕາດແຫ່ງນີ້ໃຫ້ໄດ້ ເພາະນອກຈາກຈະມີນ້ຳໃສໄຫລເຢັນແລ້ວ ຍັງປະກອບດ້ວຍຄວາມອຸດົມສົມບູນທາງທຳມະຊາດ ນານາພັນອີກດ້ວຍ ແບບທີ່ວ່າທ່ານບໍ່ຈຳເປັນຕ້ອງໄປຫຼິ້ນຕາດຢູ່ໄກໆ ຫຼື ປເທິງຕ່າງແຂວງ ທ່ານກໍ່ສາມາດສຳພັດຄວາມສວຍງາມທາງທຳມະຊາດແບບນີ້ໄດ້ ທີ່ຕາດວັງຫຼວງແຫ່ງນີ້

ການເດີນທາງໄປທີ່ ຕາດວັງຫຼວງ ແມ່ນໄປທາງ 13 ໃຕ້ ຮອດຂົວບ້ານໄຮ່ແລ້ວໄປຕໍ່ປະມານ 1 ກິໂລແມັດ ມີທາງລ້ຽວຊ້າຍເຂົ້າໄປ 6 ກິໂລແມັດ ກໍ່ຈະປ້າຍທາງເຂົ້າຕາດ ເຂົ້າໄປອີກປະມານ 100 ແມັດ ກໍ່ຈະຮອດຕາດວັງຫຼວງ”

287.11

ນໍ້າຕົກຕາດວັງຫຼວງ ເປັນແຫຼ່ງທ່ອງທ່ຽວທຳມະຊາດທີ່ຍັງຄົງຄວາມອຸດົມສົມບູນທາງທຳມະຊາດ ນານາພັນ ແລະ ອີກຢ່າງໜຶ່ງ ມັນບໍ່ໄດ້ຢູ່ໄກຈາກນະຄອນຫຼວງວຽງຈັນບ່ອນທີ່ສະຖານ ທີ່ທີ່ພວກເຮົາສາມາດສໍາຜັດກັບທໍາມະຊາດທີ່ແທ້ຈິງ ຢູ່ບ້ານເວີນກະເບົາ ເມືອງ ປາກງື່ມ ນີ້ເອງ. ໃນຊ່ວງທີ່ນໍ້າຫຼາຍກໍ່ຈະຢູ່ໃນ ຊ່ວງລະດູຝົນ ສ່ວນລະດູແລ້ງນັ້ນ ກໍ່ມີຢູ່ແຕ່ຂ້ອນຂ້າງໜ້ອຍ ຈຶ່ງເໝາະທີ່ຈະມາທ່ຽວຕາດວັງຫຼວງ ໃນຊ່ວງລະດູຝົນນີ້ຫຼາຍກວ່າລະດູອື່ນ. ບໍລິເວນດ້ານເທິງຂອງຕາດຖ້າໃຜໄດ້ຂຶ້ນໄປ ຮັບຮອງວ່າ ສວຍງາມ ພ້ອມທັງໄດ້ສູດດົມບັນຍາກາດເຢັນສົດຊື່ນຢ່າງແນ່ນອນ ຖືໄດ້ວ່າໄດ້ສຳຜັດກັບທຳມະຊາດຢ່າງແທ້ຈິງ.

ເປັນສະຖານທີ່ທ່ອງທ່ຽວທຳມະຊາດອີກແຫ່ງໜຶ່ງຂອງນະຄອນຫຼວງວຽງຈັນ ເຊິ່ງມີຄວາມສວຍງາມໃນແບບຂອງທຳມະຊາດທີ່ລົງໂຕ, ນໍ້າໃສ ເຢັນດີ ແຕ່ຄວນລະວັງ ເພາະເປັນແຫຼ່ງທ່ອງທ່ຽວໃກ້ພູ ອາດເກີດ ນໍ້າປ່າໄຫຼຊຸ ຊ່ວງຍາມຝົນແບບນີ້ຍິ່ງຄວນລະວັງ.

287.14

ແຫລ່ງທີ່ມາ: ຂ່າວເສດຖະກິດ-ການຄ້າ Lao Economic Daily

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...