Homeປະເພນີ-ວັດທະນະທຳການບວດເປັນຈົວແລະຄູບາ ຄວາມຈິງນັ້ນເປັນແນວໃດ?

ການບວດເປັນຈົວແລະຄູບາ ຄວາມຈິງນັ້ນເປັນແນວໃດ?

Published on

ມີຫລາຍຄົນທີ່ສົງໄສໃນການບວດ ຢູ່ໃນພະພຸດທະສາສະໜາ ກະທັ່ງວ່າ ອ້າຍຈົວຫລືຄູບາເອງຍັງບໍ່ຮູ້ (ກໍຍັງມີ) ມື້ນີ້ພວກເຮົາມາຮູ້ຄວາມຈິງ”ການບວດ” ນຳກັນວ່າ ເປັນແນວໃດກັນແທ້?

ການບວດເປັນ “ຈົວ” ຫລື “ສາມະເນນ” ນັ້ນ ຕອນບວດເພິ່ນໃຊ້ຄຳວ່າ “ບັນພະຊາ” ຕົວຢ່າງ: ໂຄງການບັນພະຊາສາມະເນນພາກລະດູຮ້ອນ… ແລະການບວດເປັນ “ຄູບາ” ຫລື “ພະພິກຂຸ” ນັ້ນ ຕອນບວດເພິ່ນໃຊ້ຄຳວ່າ “ອຸປະສົມບົດ” ຕົວຢ່າງ : ພິທີອຸປະສົມບັດທ່ານມສົມສະຫວາດ ເລັ່ງສະຫວັດ…

ຈົວເມື່ອສິກອອກມາເປັນຄົນທຳມະດາແລ້ວ ຜູ້ຄົນຈະເອີ້ນວ່າ “ຊຽງ” ໝາຍເຖິງ “ຜູ້ຮູ້ບາບບຸນຄຸນໂທດ” ຄູບາສິກອອກມາ ເອີ້ນວ່າ “ທິດ” ໝາຍເຖິງ “ຜູ້ເຫັນຊອບຕາມທຳນອງຄອງທຳ” ພະອາຈານ ສິກອອກມາ ເອີ້ນວ່າ “ຈານ” ໝາຍເຖິງ “ຜູ້ຮູ້ ປະພຶດໃນທາງທີ່ຊອບ”.

ຂໍ້ກຳນົດຜູ້ທີ່ຈະບວດເປັນຈົວ, ຄູບານັ້ນ ຕ້ອງມີລັກສະນະແລະຄຸນສົມບັດດັ່ງນີ້ :

ຕ້ອງມີສຸຂະພາບຈິດ ແລະຮ່າງກາຍສົມປະກອບ ຕາມມາດຖານເງື່ອນໄຂ.

ບວດເປັນຈົວ ຕ້ອງອາຍຸຄົບ 10 ປີຂຶ້ນໄປ ແລະບວດເປັນພະຕ້ອງ 20 ປີບໍລິບູນ.

ບໍ່ເປັນພະຍາດຕິດແປດ ເຊັ່ນ ຂີ້ຫິດ, ຂີ້ກາກ, ຂີ້ເຮື້ອນ, ຂີ້ທູດ…

ບໍ່ເສບສິ່ງເສບຕິດ ເປັນຕົ້ນວ່າ ເຫລົ້າ, ເບຍ, ກັນຊາ, ຢາບ້າ, ຢາຝິ່ນ, ຕິດການພະນັນ…

ບໍ່ເປັນຄົນໃບ້ບ້າເສຍຈິດ, ປາກກືກ, ຫູໜວກ, ຕາບອດ ແລະແຂ່ງຂາພິການ…

ເປັນເພດຊາຍຢ່າງເຕັມໂຕ (ເອິກສາມສອກ) ມີຄວາມຕື່ນຕົວ ແລະສະໝັກໃຈໃນການບວດ.

ບໍ່ເປັນນັກໂທດອາຍາ, ໜີຄະດີ, ໜີລູກເມຍ, ຫລີກໜີພັນທະ…

*  ຕ້ອງໄດ້ຮັບຄຳອະນຸຍາດຈາກພໍ່ແມ່, ຜູ້ປົກຄອງ ຫລືກົມກອງໜ່ວຍງານ.

* ມີຜ້າໄຕຈີວອນ, ບາດ ແລະເຄື່ອງໃຊ້ສອຍອື່ນໆທີ່ຈຳເປັນ.

ຂໍ້ສັງເກດໃນຍຸກປັດຈຸບັນນີ້ :

04081025626718-topic-ix-0

ໃນຍຸກປັດຈຸບັນນີ້ ໂລກເຮົາມີການປ່ຽນແປງ ຄົນກໍປ່ຽນໄປ ຢູ່ໃນວັດວາສາສະໜານັ້ນ ການບວດກໍມີຜິດມີຖືກ ແລະຕ່າງຈາກແຕ່ກ່ອນຫລາຍ (ຄັນບໍ່ເຊື່ອ ທ່ານກໍສັງເກດເອົາເອງ).

ບວດຫລິ້ນ, ບວດລອງ, ບວດຕາມຄອງປະເພນີ, ບວດໜີສົງສານ, ບວດປະຫານເຂົ້າສຸກ, ບວດສະໜຸກຕາມເພື່ອນ, ບວດເປື້ອນສາສະໜາ, ບວດຫາເຂົ້າແຫ້ງ, ບວດຂັດແຍ້ງພະສົງ….

– ລູກບໍ່ດີ,ມັກຫລິ້ນມັກທ່ຽວ ສົ່ງໄປບວດ.

– ລູກຕິດເຫລົ້າ ເມົາຢາ (ໂດຍສະເພາະວຽງຈັນ) ສົ່ງໄປບວດ.

– ຄົນພິການ ເປັນບ້າ ເສຍຈິດ ສົ່ງໄປບວດ.

– ບັນເດາະ ຫລືກະເທີຍກໍຍັງໃຫ້ບວດ.

– ຢູ່ບ້ານນອກຂອກນາ ຫາຄົນບວດບໍ່ມີ ກໍເອົາພໍ່ເຖົ້າຂີ້ເຫລົ້າເມົາຢາ ຫລືບວດມາຫາເງິນຫາທອງກໍຍັງມີ.

ມັນບໍ່ແມ່ນເລື່ອງແປກປະຫລາດ ທີ່ປັດຈຸບັນນີ້ ພວກເຮົານັ້ນຈະເຫັນຄົນທີ່ເວົ້າມາມີຢູ່ເຕັມ ຖ້າເຮັດຕາມວິໄນທີ່ພະພຸດທະເຈົ້າໄດ້ວາງໄວ້ ຄືຊິບໍ່ເປັນແນວນີ້ດອກເນາະ! ຄົນເຫລົ່ານັ້ນໄດ້ເຮັດໃຫ້ສາສະໜາດ່າງດ້ອຍ ເປັນສາເຫດໃຫ້ພຸດທະສາສະນິກະຊົນ ໝົດຄວາມສັດທາ ແລະເຫລື້ອມໃສ (ອັນນີ້ ຊິໂທດທາງວັດກໍບໍ່ໄດ້).

ມີຫລາຍຄອບຄົວ ລູກເປັນຄົນດີ, ມີຄວາມຮູ້, ຮຽນເກັ່ງ, ຟັງຄຳສັ່ງສອນຂອງພໍ່ແມ່ ບໍ່ເຫັນວ່າຊິສົ່ງເຂົ້າໄປບວດຈັກເທື່ອ. ມີໝາແມວໂຕດີໆ ຕຸ້ຍພີດີງາມ ບໍ່ເຫັນວ່າຊິເອົາໄປຖະຫວາຍວັດ ບາດແນວບໍ່ດີຫັ້ນນ່າ ຄືມັກເອົາເຂົ້າມາວັດດີແທ້ໆ!

ອັນນີ້ ມຫນບໍ່ແມ່ນເລື່ອງແປກດອກເນາະ !!! (*-*)

ບົດຄວາມຫຼ້າສຸດ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ໜຶ່ງແລວ ໜຶ່ງເສັ້ນທາງ ຮົງກົງ ຄັ້ງທີ 11 (11th Belt and Road Summit, Hong Kong) ທີ່ ເຂດປົກຄອງພິເສດຮົງກົງ, ສປ ຈີນ

ໃນຕອນເຊົ້າຂອງວັນທີ 09 ກັນຍາ 2026 ທີ່ ເຂດປົກຄອງພິເສດຮົງກົງ, ສປ ຈີນ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການ ແຫ່ງ...

ສປປ ລາວ ສືບຕໍ່ແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະ ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຢ່າງຕໍ່ເນື່ອງ.

ພາຍຫຼັງສົງຄາມໄດ້ສິ້ນສຸດລົງມາເປັນເວລາຫຼາຍກວ່າ 60 ປີ, ບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ຍັງເປັນໜຶ່ງໃນບັນຫາທີ່ສົ່ງຜົນກະທົບຕໍ່ປະຊາຊົນ ແລະ ການພັດທະນາຂອງ ສປປ ລາວ. ນັບແຕ່ປີ...

ລາວຕັ້ງເປົ້າໃຫຍ່! ກຽມປັ້ນນິຄົມອຸດສາຫະກຳແຫ່ງໃໝ່ ຄາດວ່າຈະມີນັກທຸລະກິດເຂົ້າມາລົງທຶນຫຼາຍກວ່າ 90 ບໍລິສັດ, ສ້າງວຽກເຮັດງານທຳໄດ້ປະມານ 10,000 ຄົນ

ສປປ ລາວ ກຽມສຶກສາຄວາມເປັນໄປໄດ້ໃນການສ້າງຕັ້ງນິຄົມອຸດສາຫະກຳແຫ່ງໃໝ່ ເພື່ອດຶງດູດເມັດເງິນລົງທຶນຈາກຕ່າງປະເທດ ໂຄງການດັ່ງກ່າວຊື່ວ່າ “ນິຄົມອຸດສາຫະກຳ ວຽງຈັນ-ລີ່ຕູ້ (Vientiane-Lidu Industrial Park) ຕັ້ງຢູ່ ເມືອງປາກງື່ມ, ນະຄອນຫຼວງວຽງຈັນ, ກວມເອົາເນື້ອທີ່ປະມານ...

ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ວາງທິດທາງໃນຕໍ່ໜ້າ ເພື່ອກ້າວໄປສູ່ການລຶບລ້າງອາວຸດ (ລະເບີດ) ໃຫ້ໝົດສິ້ນຢ່າງຖາວອນ

ກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (The 3rd Review Conference of the Convention on Cluster Munitions) ໄດ້ໄຂຂຶ້ນຢ່າງເປັນທາງການ...