spot_img
Homeຂ່າວພາຍ​ໃນປິດຮັບຄຳຮ້ອງສອບເສັງເຂົ້າລັດຖະກອນ 4 ກໍລະກົດນີ້!

ປິດຮັບຄຳຮ້ອງສອບເສັງເຂົ້າລັດຖະກອນ 4 ກໍລະກົດນີ້!

Published on

ກະຊວງ​ພາຍ​ໃນ ປະກາດ​ຈະ​ປິດ​ຮັບ​ຄຳ​ຮ້ອງ​ສອບເສັງ​ເຂົ້າ​ລັດຖະກອນ​ຢ່າງ​ເປັນ​ທາງ​ການ ພາຍ​ໃນ​ວັນ​ທີ 4 ກໍລະກົດ 2014

ສ່ວນ​ມື້​ສອບເສັງ​ນັ້ນ ຈະ​ເປີດ​ສາກ​ຂຶ້ນ​ວັນ​ທີ 19 ກໍລະກົດ​ນີ້ ເຊິ່ງ​ຖື​ວ່າການ​ສອບເສັງ​ເຂົ້າ​ເປັນ​ລັດຖະກອນ​ເປັນ​ຄັ້ງ​ທີ​ສອງ​ແລ້ວ

ປະກົດ​ວ່າ​ບັນດາ​ນັກ​ສຶກ​ສາ​ຫາກໍ່​ຈົບ​ໃໝ່ໆ ແລະ ຕົກ​ຄ້າງ​ປີ​ຜານ​ມາ ຕ່າງ​ກໍ່​ແຫ່​ມາ​ລົງທະບຽນ​ຢ່າງ​ໜາ​ແໜ້ນ.

 

Picture_020
ຕຶກສຳນັກງານ ກະຊວງພາຍໃນ (ຕັ້ງຢູ່ທາງດ້ານຫຼັງຫ້ອງວ່າການລັດຖະບານ)

 

 

ອີງ​ຕາມ​ດຳລັດ 82 ວ່າ​ດ້ວຍ​ລະບຽບ​ຄຸ້ມ​ຄອງ​ລັດຖະກອນ ມາດຕາ 4 ແລະ ມາດຕາ 12 ລະບຸ​ໄວ້​ດັ່ງນີ້: ທຸກ​ຄົນ​ຕ້ອງ​ມີ​ສິດ​ສອບ

ເສັງ​ເຂົ້າ​ເປັນ​ລັດຖະກອນ ບົນ​ພື້ນຖານ​ຄວາມ​ເທົ່າ​ທຽມ ແລະ ເປີດເຜີຍ​ບົນ​ພື້ນຖານ​ຄວາມ​ຮູ້ ຄວາມ​ສາດ​ຕົວ​ຈິງ ແລະ ການ

​ເຂົ້າ​ເປັນ​ລັດຖະກອນ ຈະ​ຕ້ອງ​ມີ​ການ​ສອບເສັງ​ຄັດ​ເລືອກ​ຢ່າງ​ຖືກຕ້ອງ​ໂປ່ງ​ໄສ.

 

ແຕ່​ປີ​ນີ້ ຜູ້ສະໝັກເຂົ້າ​ຮ່ວມ​ສອບເສັງ​ຄັດ​ເລືອກ ອາດ​ມີ​ຈຳນວນ​ໜ້ອຍ​ກວ່າ​ປີຜ່ານມາ ແຕ່​ປັດຈຸບັນ ຈຳນວນ​ຜູ້​ສະໝັກ​

ສະເພາະ​ໃນ​ນະຄອນຫຼວງ​ວຽງ​ຈັນ ແມ່ນມີປະມານ 9 ພັນ​ກວ່າ​ຄົນ​ແລ້ວ, ຄະນະ​ກຳມະການ​ຮັບຜິດຊອບ​ການ​ສອບເສັງ

ເປີດເຜີຍ​ວ່າ ພວກ​ເຮົາ​ມີ​ຄະນະ​ຮັບຜິດຊອບ​ລົງທະບຽນ​ນັ້ນ​ຫຼາຍ​ກວ່າ 32 ຄົນ ເພື່ອ​ຮອງ​ຮັບ​ເອົາ​ມວນ​ຊົນ​ເພື່ອ​ລົງທະບຽນ

ນອກ​ນັ້ນ ການ​ລົງທະບຽນ​ຍັງ​ຈະ​ຕ້ອງ​ເສຍ​ຄ່າ​ຕື່ມ​ອີກ​ເປັນ​ເງິນ 30,000 ​ກີບ ເພື່ອ​ເປັນ​ງົບ​ບໍລິຫານ – ຈັດການ​ໃນ​ການ​ສອບເສັງ.

 

ແຫຼ່ງຂ່າວ: Vientiane Mai Onlaine

ບົດຄວາມຫຼ້າສຸດ

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...