ປັດຈຸບັນສິນຄ້າທີ່ລະນຶກ ໄດ້ພັດທະນາກາຍມາເປັນທຸລະກິດທີ່ມີລູກຄ້າ ຫຼື ຕະຫຼາດທີ່ກວ້າງຂວາງ ທັງຕະຫຼາດພາຍໃນ ແລະ ຕ່າງປະເທດ. ດ້ວຍເຫດນັ້ນ ສິ່ງປະດິດຈາກຂະແໜງການຫັດຖະກຳທີ່ວາງຈຳໜ່າຍຕາມທ້ອງຕະຫຼາດນັ້ນ ຈຳເປັນຕ້ອງມີການອອກແບບເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງລູກຄ້າໃຫ້ຫຼາຍທີ່ສຸດເທົ່າທີ່ຈະເປັນໄປໄດ້ ໂດຍນຜ່ານການສຳຫຼວດຄວາມນິຍົມຂອງລູກຄ້າ.
ການອອກແບບພັດທະນາສິນຄ້າທີ່ລະນຶກ ເຖິງແມ່ນວ່າຈະມີການປະດິດໄປຕາມຄວາມຮຽກຮ້ອງຕ້ອງການຂອງລູກຄ້າກໍ່ຄືຕະຫຼາດກໍ່ຕາມ ແຕ່ລັກສະນະຂອງສິນຄ້າທີ່ລະນຶກກໍ່ຍົງຄົງຄວາມເປັນສິນຄ້າທີ່ລະນຶກຢູ່ສະເໝີ ດ້ວຍເຫດນັ້ນໃນເວລາອອກແບບ ຜູ້ປະກອບການທຸລະກິດສິນຄ້າທີ່ລະນຶກ ຈະຍັງຄົງຄຳນຶງເຖິງຄວາມເປັນເອກະລັກ ເຊິ່ງເອກະລັກຂອງທ້ອງຖິ່ນທີ່ສະທ້ອນຜ່ານສິນຄ້າທີ່ລະນຶກ ຈະເປັນແຮງຈູງໃຈໃຫ້ນັກທ່ອງທ່ຽວຕັດສິນໃຈເລືອກຊື້ສິນຄ້າງ່າຍຂຶ້ນ, ທັງຍັງເປັນການຊ່ວຍປະຊາສຳພັນສິນຄ້າທ້ອງຖິ່ນໃນລັກສະນະການບອກເລົ່າປາກຕໍ່ປາກ.
ເອກະອີກອັນໜຶ່ງຄື ລັກສະນະພູມປັນຍາທ້ອງຖິ່ນໃນສິນຄ້າທີ່ລະນຶກນັ້ນ ສະແດງອອກໃນສີມືການປະດິດທີ່ມີຄວາມຊຳນານ, ການປະດັບຕົບແຕ່ງ, ການອອກແບບ ແລະ ການປະຍຸກຂອງຜູ້ປະດິດ, ລັກສະນະຂອງສິນຄ້າທີ່ລະນຶກເປັນສິ່ງປະດິດທາງຫັດຖະກຳທີ່ໃຊ້ແຮງງານສີມືຂອງຊຸມຊົນຊາວຊົນນະບົດ ຊຶ່ງນັກທ່ອງທ່ຽວທີ່ເດີນທາງມາຈາກຕ່າງຖິ່ນ ເມື່ອເດີນທາງມາຈຶ່ງມີຄວາມຕ້ອງການ ແລະ ຊອກຊື້ຊອກຫາໄວ້ສະສົມ.
ແຫລ່ງຂ່າວ: ຂ່າວເສດຖະກິດ-ການຄ້າ Lao Economic Daily