spot_img
Homeຂ່າວຕ່າງປະເທດຣັດເຊຍເຜີຍພາບ ເຮືອດຳນ້ຳພະລັງງານນິວເຄລຍ ເຈົ້າແຫ່ງມະຫາສະໝຸດ ມໍລະດົກຈາກຍຸກໂຊວຽດ!

ຣັດເຊຍເຜີຍພາບ ເຮືອດຳນ້ຳພະລັງງານນິວເຄລຍ ເຈົ້າແຫ່ງມະຫາສະໝຸດ ມໍລະດົກຈາກຍຸກໂຊວຽດ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 27 ກໍລະກົດຜ່ານມານີ້ວ່າ ເມື່ອບໍ່ດົນມານີ້ ກະຊວງປ້ອງກັນປະເທດຣັດເຊຍ ໄດ້ເຜີຍແຜ່ຮູບພາບ ເຮືອດຳນ້ຳພະລັງງານນິວເຄລຍ Svyatoy Georgiy Pobedonosets (K-433) ລຳໜຶ່ງ ຊຶ່ງເປັນໜຶ່ງໃນຈຳນວນກອງເຮືອດຳນ້ຳ ໃນລະດັບຊັ້ນດຽວກັນທັງໝົດ 43 ລຳ ທີ່ສ້າງຂຶ້ນໃນຍຸກອະດີດສະຫະພາບໂຊວຽດ ໂດຍເຮືອລຳດັ່ງກ່າວນີ້ ໄດ້ຖືກປະຈຳການຢູ່ ຖານທັບເຮືອພາກຕາເວັນອອກໄກ ແຫລມກຳຊັດກາ (Kamchatka) ຟາກຝັ່ງມະຫາສະໝຸດປາຊີຟິກ ຂອງຣັດເຊຍ.

ແນວໃດກໍຕາມ ກະຊວງປ້ອງກັນປະເທດຣັດເຊຍ ບໍ່ໄດ້ເປີດເຜີຍວ່າ ເຮືອລຳດັ່ງກ່າວນີ້ ເດີນທາງກັບຈາກພາລະກິດໃດ ແລະ ເດີນທາງມາຈາກໃສ ເນື່ອງຈາກເປັນຄວາມລັບສຸດຍອດທາງການທະຫານ ຊຶ່ງຍັກໃຫຍ່ແຫ່ງມະຫາສະໝຸດລຸ້ນນີ້ ຈະຕ້ອງບໍ່ໃຫ້ຝ່າຍກົງກັນຂ້າມຮັບຮູ້ຂໍ້ມູນ ຫລື ຖືກກວດຈັບເສັ້ນທາງໄດ້.

ເຮືອດຳນ້ຳ Svyatoy Georgiy Pobedonosets ເປັນເຮືອດຳນ້ຳທີ່ໜ້າເກງຂາມທີ່ສຸດ ຂັບເຄື່ອນດ້ວຍພະລັງງານ ຈາກເຕົາປະຕິກອນນິວເຄລຍ ແລະ ຕິດຂີປະນາວຸດໂຈມຕີແບບ RSM-50 ຊຶ່ງຂີປະນາວຸດແຕ່ລະລູກ ຈະຕິດຫົວຮົບນິວເຄລຍອີກຈຳນວນ 3 ຫົວ ໂດຍແຕ່ລະຫົວ ຈະມີຄວາມສາມາດ ເຂົ້າຫາເປົ້າໝາຍໄດ້ຕ່າງກັນ ຢ່າງມີອິດສະຫລະ ຊຶ່ງເປັນອາວຸດທີ່ຊົງພະລັງ ແລະ ເປັນຍອດແສງຍານຸພາບ ແຫ່ງ ຍຸກສະໄໝ.

559000007683902 559000007683903 559000007683904 559000007683905 559000007683906

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...