spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມມີຜູ້ຕິດເຊື້ອໄຂ້ເລືອດອອກ ເພີ່ມເປັນ 2,200 ກໍລະນີ ລະບາດໜັກສຸດ ຢູ່ແຂວງຈຳປາສັກ!

ມີຜູ້ຕິດເຊື້ອໄຂ້ເລືອດອອກ ເພີ່ມເປັນ 2,200 ກໍລະນີ ລະບາດໜັກສຸດ ຢູ່ແຂວງຈຳປາສັກ!

Published on

ໜ່ວຍເຝົ້າລະວັງພະຍາດ ກະຊວງສາທາລະນະສຸກລາຍງານວ່າ: ນັບແຕ່ເດືອນມັງກອນມາຮອດປັດຈຸບັນນີ້ ທົ່ວປະເທດມີຜູ້ຕິດເຊື້ອໄຂ້ເລືອດອອກແລ້ວ ຫຼາຍກວ່າ 2200 ກໍລະນີ ແລະ ມີຜູ້ເສຍຊີວິດແລ້ວ 9 ຄົນ, ໃນນັ້ນຮ້າຍແຮງກວ່າຫມູ່ ແມ່ນຢູ່ແຂວງຈຳປາສັກ ມີຜູ້ຕິດເຊື້ອເພີ່ມເປັນ 1 ພັນກວ່າກໍລະນີ ແລະ ເສຍຊີວິດ 7 ຄົນ, ບໍລິຄຳໄຊ 304 ກໍລະນີ, ເສຍຊີວິດ 1 ຄົນ, ຄຳມ່ວນ 221 ກໍລະນີ ນະຄອນຫຼວງວຽງຈັນ 121  ກໍລະນີ, ສະຫວັນນະເຂດ 125 ກໍລະນີ, ສາລະວັນ 96 ກໍລະນີ, ເສຍຊີວິດ 1 ຄົນ, ເຊກອງ 80 ກໍລະນີ, ອັດຕະປີ 70 ກໍລະນີ, ຫຼວງພະບາງ 77 ກໍລະນີ, ອຸດົມໄຊ 37 ກໍລະນີ, ຫຼວງນ້ຳທາ 20 ກໍລະນີ, ແຂວງວຽງຈັນ 20 ກໍລະນີ, ສ່ວນແຂວງອື່ນໆ ຜູ້ຕິດເຊື້ອເພີ່ມຂຶ້ນເຖິງວ່າໃນໄລຍະຜ່ານມາ ພາກສ່ວນກ່ຽວຂ້ອງຕ່າງໆ ກໍໄດ້ເອົາໃຈໃສ່ໃນການຄວບຄຸມ ການລະບາດຂອງພະຍາດດັ່ງກ່າວຢ່າງໃກ້ຊິດ ໂດຍສະເພາະເຂດທີ່ມີຄວາມສ່ຽງ ທີ່ຈະກໍ່ໃຫ້ເກີດພະຍາດັ່ງກ່າວຮ້າຍແຮງຂຶ້ນ ດັ່ງນັ້ນຈຶ່ງສະເໜີໃຫ້ພາກສ່ວນກ່ຽວຂ້ອງ ເພີ່ມທະວີການປະສານສົບທົບ ກັບອຳນາດການປົກຄອງທ້ອງຖິ່ນ ໃນການເອົາໃຈໃສ່ກຳຈັດແຫຼ່ງເພາະພັນຂອງຍຸງລາຍ ທີ່ເປັນພາຫະນຳເຊື້ອ, ແລະ ເປັນເຈົ້າການເຝົ້າລະວັງ, ປ້ອງກັນ ແລະ ທຳລາຍແຫຼ່ງເພາະພັນຍຸງລາຍ, ດ້ວຍການປະຕິບັດຕາມຫຼັກການ 5 ປ ທີ່ກະຊວງສາທາລະນະສຸກວາງອອກ ຢ່າງເຂັ້ມງວດຄື: 1 ປິດຝາພາຊະນະທີ່ມີນ້ຳພາຍໃນເຮືອນ ແລະ ນອກເຮືອນເພື່ອບໍ່ໃຫ້ຍຸງມາໄຂໃສ່, 2 ປ່ຽນນ້້ຳ ແລະ ຜັດຖູພາຊະນະເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້ເຢັນ, ຖ່ານຮອງຈອກນ້ຳ3 ປ່ອຍປາຫາງນົກຍຸງເພື່ອກິນໜອນນ້້ຳຍຸງລາຍ4 ປັບປຸງບໍ່ໃຫ້ມີນ້້ຳຄ້າງ, ຂັງກະໂປະກະປ໋ອງ, ຮາງລິນ ແລະ ຢ່າງຕີນລົດເກົ່າ, 5 ປະຕິບັດເປັນປະຈ້ຳທຸກໆອາທິດ ແລະ ຖ້າຫາກເປັນໄຂ້ ໃຫ້ໄປປິ່ນປົ່ວຢູ່ໂຮງໝໍ ຫຼື ສຸກສາລາໃກ້ບ້ານທ່ານ, ພຽງເທົ່ານີ້ກໍຈະສາມາດປ້ອງກັນພະຍາດໄຂ້ເລືອກອອກໄດ້.

 

ແຫລ່ງຂ່າວ:

ລພນ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...