spot_img
Homeຂ່າວຕ່າງປະເທດສາຍການບິນມາເລເຊຍ ຊື້ໂບອິ້ງ 50 ລຳ

ສາຍການບິນມາເລເຊຍ ຊື້ໂບອິ້ງ 50 ລຳ

Published on

ສາຍ​ການບິນ​ມາ​ເລ​ເຊຍ​ລົງ​ນາມ​ຊື້​ເຮືອບິນ​ໂບອິ້ງ ບີ 737 ​ແມັກ 50 ລຳ ດ້ວຍ​ຈຳນວນ​ເງິນ 5,5 ຕື້​ໂດ​ລາ​ສະຫະລັດ.

ສຳນັກຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ ສາຍ​ການບິນ​ມາ​ເລ​ເຊຍ​ແອ​ລາຍ ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ກັບ​ບໍລິສັດ​ໂບອິ້ງ​ໃນ​ວັນ​ທີ 27 ກໍລະກົດ​ທີ່​ຜ່ານ​ມາ ​ເພື່ອ​ຊື້​ເຮືອບິນ​ໂບອິ້ງ ບີ 737 ​ແມັກ ຈຳນວນ 50 ລຳ ດ້ວຍ​ຈຳນວນ​ເງິນ 5,5 ຕື້​ໂດ​ລາ, ທ່ານ ປີ​ເຕີ ​ເບ​ລລູ ປະທານ​ເຈົ້າໜ້າ​ທີ່​ບໍລິຫານ​ຂອງ​ມາ​ເລ​ເຊຍ​ອອນ​ລາຍ ກ່າວ​ວ່າ ມາ​ເລ​ເຊຍ​ແອ​ລາຍ​ກຳລັງ​ຢູ່​ເທິງ​ເສັ້ນທາ​ງຂອງ​ການ​ຂະຫຍາຍຕົວ​ທົ່ວ​ພາກ​ພື້ນ​ອາ​ຊຽນ ​ແລະ ຄຳ​ສັ່ງ​ຊື້​ເຮືອບິນນີ້​ຈະ​ປູ​ທາງ​ໄປ​ສູ່​ການ​ຟື້ນ​ຕົວ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ​ແລະ ປະສົບ​ຄວາມ​ສຳ​ເລັດ ຂະນະ​ເຂົ້າ​ສູ່​ໄລຍະ​ທົດ​ສະ​ວັດ​ໃໝ່. ທັງ​ນີ້ ມາ​ເລ​ເຊຍ ​ແອ​ລາຍ ສັ່ງ​ຊື້​ເຮືອບິນ 25 ລຳ ​ແລະ ຊື້​ສິດທິ​ສຳລັບ​ເຮືອ​ບິນ​​ໂບອິ້ງ 737 ທີ່​ມີ​ການ​ປັບ​ເປັນ​ຮຸ່ນ​ທີ່​ດີ​ຂຶ້ນ​ຈຳນວນ 25 ລຳ ​ໂດຍ​ກຳນົດ​ເລີ່​ມສົ່ງ​ມອບ​ໃນ​ປີ 2019 ​ເພື່ອ​ທົດ​ແທນ​ເຮືອບິນ​ຮຸ່ນ​ເກົ່າ.

ປະຈຸ​ບັນ ສາຍການບິນ​ມາ​ເລ​ເຊຍ​ ​ໃຊ້​ເຮືອບິນ​ໂບອິ້ງ ບີ 737 ຈຳນວນ 56 ລຳ , ກ່ອນ​ໜ້າ​ນີ້ ມາ​ເລ​ເຊຍ​ແອ​ລາຍ ປະສົບ​ບັນຫາ​ຂາດທຶນ​ຢ່າງ​ໜັກ​ຈາກ​ການ​ບໍລິຫານ​ງານ​ທີ່​ຜິດພາດ ​ແລະ ການ​ປະ​ເຊີນ​ກັບ​ການ​ແຂ່ງຂັນ​ສູງ ສົ່ງ​ຜົນ​ເຮັດ​ໃຫ້​ມີ​ການ​ປັບ​ໂຄງ​ສ້າງ​ພາຍ​ໃນ ​ແລະ ປົດ​ພະນັກງານ 6 ພັນ​ຄົນ ພ້ອມ​ທັງ​ຍົກ​ເລີກ​ເສັ້ນທາງ​ທີ່​ບໍ່​ໄດ້​ກຳ​ໄລ​ໃນ​ເອີຣົບ.

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...