spot_img
Homeຂ່າວຕ່າງປະເທດກຸ່ມໄອເອັສ ບຸກຈັບຕົວປະກັນ ໂບດກາໂຕລິກຢູ່ຝຣັ່ງ ປາດຄໍຄຸນພໍ່ເສຍຊີວິດ 1 ຄົນ!

ກຸ່ມໄອເອັສ ບຸກຈັບຕົວປະກັນ ໂບດກາໂຕລິກຢູ່ຝຣັ່ງ ປາດຄໍຄຸນພໍ່ເສຍຊີວິດ 1 ຄົນ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 27 ກໍລະກົດນີ້ວ່າ ໃນມື້ວານນີ້ (26 ກໍລະກົດ) ເກີດເຫດຄົນຮ້າຍ ໃຊ້ອາວຸດມີດ ບຸກຈັບຕົວປະກັນຫລາຍຄົນ ພາຍໃນໂບດກາໂຕລິກ ຢູ່ເຂດແຊັງເອຕຽນ ດູ ຣູບເຣ ແຂວງນໍມັງດີ ປະເທດຝຣັ່ງ ສົ່ງຜົນເຮັດໃຫ້ຕົວປະກັນ ຊຶ່ງເປັນຄຸນພໍ່ຖືກປາດຄໍເສຍຊີວິດ ແລະ ມີຕົວປະກັນອີກ 1 ຄົນ ບາດເຈັບສາຫັດ ສ່ວນຕົວປະກັນຄົນອື່ນໆ ແມ່ນປອດໄພ ຫລັງຈາກທີ່ເຈົ້າໜ້າທີ່ຕຳຫລວດຝຣັ່ງ ໄດ້ເຂົ້າປິດລ້ອມ ແລະ ສັງຫານຄົນຮ້າຍ ເສຍຊີວິດ 2 ຄົນ.

ດ້ານປະທານາທິບໍດີຝຣັ່ງ ທ່ານ ຟຣອງຊົວ ອອນລອງ ໄດ້ອອກມາລະບຸວ່າ ຜູ້ລົງມືກໍ່ເຫດ ແມ່ນເປັນສະມາຊິກກຸ່ມລັດອິດສະລາມ ຫລື ໄອເອັສ.

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...