spot_img
Home​ຂ່າວທ່ອງທ່ຽວເຕືອນ! ໄປທ່ຽວທະເລ ໃຫ້ສັງເກດ '' ທຸງແດງ '' ອັນຕະລາຍ ຫ້າມລົງຫຼິ້ນນ້ຳ!!

ເຕືອນ! ໄປທ່ຽວທະເລ ໃຫ້ສັງເກດ ” ທຸງແດງ ” ອັນຕະລາຍ ຫ້າມລົງຫຼິ້ນນ້ຳ!!

Published on

ໃນລະດູການນີ້ ຈະສັງເກດເຫັນນັກທ່ອງທ່ຽວລາວເຮົາ ມັກຈະເດີນທາງອອກນອກປະເທດ ເພື່ອມຸ່ງໜ້າໄປຍັງຊາຍ

ຫາດແຄມທະເລຂອງປະເທດໃກ້ຄຽງ ໂດຍສະເພາະແມ່ນຫວຽດນາມ ແລະ ປະເທດໄທ ໂດຍບາງທ່ານທີ່ເຄີຍໄປທ່ຽວ

ທະເລໃນໄລຍະຜ່ານມາ ຫຼື ຫຼາຍໆທ່ານກໍກຳລັງມີແຜນຈະໄປທ່ອງທ່ຽວ ອາດຈະຍັງບໍ່ທັນຮັບຮູ້ ແລະ ເຂົ້າໃຈກ່ຽວກັບ

ການປັກທຸງສີຕ່າງໆ ເພື່ອເຕືອນໄພຢູ່ຕາມແຄມຫາດຂອງແຫຼ່ງທ່ອງທ່ຽວ ເຊິ່ງນັ້ນແມ່ນມີຄວາມສຳຄັນຫຼາຍສຳລັບ

ຕົວເຮົາ ເພື່ອຄວາມປອດໄພໃນການທ່ອງທ່ຽວ ຈິ່ງຄວນທີ່ຈະຕ້ອງໄດ້ສ້າງຄວາມເຂົ້າໃຈ ກ່ຽວກັບຄວາມໝາຍຂອງ

” ທຸງສີແດງ ” ທີ່ປັກເຕືອນຢູ່ທີ່ນັ້ນ ວ່າມັນມີຄວາມໝາຍຄືແນວໃດ.

 

ບໍລິເວນຊາຍຫາດໃນຊ່ວງລະດູມໍລະສຸມຂອງທຸກປີ ມັກຈະມີຂ່າວການຈົມນ້ຳເສຍຊີວິດຂອງນັກທ່ອງທ່ຽວ ຈາກການລົງຫຼິ້ນນ້ຳທະເລ

ໂດຍບໍ່ສົນໃຈຄຳເຕືອນຂອງເຈົ້າໜ້າທີ່ ທີ່ທີການປັກທຸງສີແດງເປັນສັນຍາລັກ ເຊິ່ງໝາຍເຖິງຫ້າມລົງຫຼິ້ນນ້ຳຢ່າງເດັດຂາດ ໂດຍຫຼ້າສຸດ

ໃນປີ 2014 ນີ້ ກໍມີນັກທ່ອງທ່ຽວເສຍຊີວິດຫຼາຍລາຍແລ້ວ.

 

Red-Flag.beach

 

ສຳລັບການປັກທຸງສີຕ່າງໆ ເພື່ອເປັນສັນຍາລັກສະແດງຄຳເຕືອນ ໃນການລົງຫຼິ້ນນ້ຳທະເລນັ້ນ ຈະມີຢູ່ທົ່ວໄປຕາມຊາຍຫາດທີ່ເປັນ

ແຫຼ່ງທ່ອງທ່ຽວໃນປະເທດຕ່າງໆທົ່ວໂລກ ໂດຍບາງຊາຍຫາດທີ່ເປັນທີ່ນິຍົມຂອງນັກທ່ອງທ່ຽວ ກໍມັກຈະມີ ໄລຟ໌ກາດ (lifeguard)

ເຮັດໜ້າທີ່ເຝົ້າເບິ່ງແຍງຄວາມປອດໄພ ຂອງຄົນທີ່ລົງຫຼິ້ນນ້ຳຢູ່ອີກດ້ວຍ.

 

ການປັກທຸງສີຕ່າງໆ ແມ່ນມີຄວາມໝາຍດັ່ງຕໍ່ໄປນີ້:

  • ທຸງຂຽວ: ໝາຍເຖິງສາມາດລົງຫຼິ້ນນ້ຳໄດ້
  • ທຸງເຫຼືອງ: ໝາຍເຖິງຄວນໃຊ້ຄວາມລະມັດລະວັງໃນການລົງຫຼິ້ນນ້ຳໃນບໍລິເວນດັ່ງກ່າວ
  • ທຸງແດງ: ໝາຍເຖິງບໍລິເວນດັ່ງກ່າວເປັນເຂດອັນຕະລາຍ ບໍ່ຄວນລົງຫຼິ້ນນ້ຳ ຫຼື ຫ້າມລົງຫຼິ້ນນ້ຳຢ່າງເດັດຂາດ

 

ກໍລະນີການປັກທຸງເປັນສັນຍາລັກນີ້ ຫາກເປັນທຸງແດງ ແມ່ນສ່ວນຫຼາຍຈະເຫັນຫຼາຍໃນໄລຍະລະດູມໍລະສຸມທີ່ມີລົມແຮງ ເຊິ່ງອາດຈະ

ພັດຄົນທີ່ລົງຫຼິ້ນນ້ຳ ໃຫ້ຈົມຫາຍໄປໄດ້ ໂດຍໃນຊ່ວງໜ້າລະດູມໍລະສຸມນັ້ນ ຄື້ນທີ່ພັດເຂົ້າມາສາມາດມີຄວາມສູງເກີນ 2 ແມັດຂຶ້ນໄປ

ເຊິ່ງນອກຈາກຄື້ນສູງແລ້ວ ກໍຍັງມີລົມແຮງ ຈົນເຮັດໃຫ້ສາມາດເປັນອັນຕະລາຍ ຕໍ່ຄົນທີ່ລົງຫຼິ້ນນ້ຳໄດ້, ບາງຄັ້ງຄື້ນອາດຈະບໍ່ໄດ້ເຮັດ

ໃຫ້ຄົນຈົມນ້ຳເສຍຊີວິດໃນທັນທີ ແຕ່ອາດຈະພາຄົນໄປຕິດຢູ່ຕາມໂຂດຫີນ ເຊິ່ງເຮັດໃຫ້ໄດ້ຮັບບາດເຈັບ ຫຼື ເສຍຊີວິດ.

 

ສ່ວນອີກກໍລະນີຄື ຫາດທີ່ມີຄື້ນໃຕ້ນຳ ເຊິ່ງເປັນອັນຕະລາຍຕໍ່ຄົນລົງຫຼິ້ນນ້ຳໄດ້ເຊັ່ນກັນ ໂດຍຄື້ນໃຕ້ນ້ຳ (rip current) ສາມາດເກີດໄດ້

ໃນບໍລິເວນຊາຍຫາດທົ່ວໄປ ແລະ ສາມາດເກີດຂຶ້ນໄດ້ຕະຫຼອດເວລາ ບໍ່ຈຳເປັນຈະຕ້ອງເກີດສະເພາະເວລາທີ່ມີລົມມໍລະສຸມ ຫຼື ຄື້ນລົມ

ແຮງແຕ່ພຽງເທົ່ານັ້ນ.

 

ສາເຫດທີ່ມີການປັກທຸງ ເພື່ອສົ່ງສັນຍານເຕືອນແລ້ວ ແຕ່ກໍຍັງມີນັກທ່ອງທ່ຽວຈົມນ້ຳເສຍຊີວິດຢູ່ນັ້ນ ແມ່ນແບ່ງອອກເປັນ 2 ສາເຫດ

ໃຫຍ່ໆຄື: ສາເຫດຈາກນັກທ່ອງທ່ຽວເອງ ເຊັ່ນ: ບໍ່ສົນໃຈ ຫຼື ບໍ່ສັງເກດວ່າມີທຸງແດງ ຫຼື ປ້າຍເຕືອນຢູ່ບໍລິເວນຊາຍຫາດ, ບາງຄົນອາດຈະ

ເຫັນແລ້ວ ແຕ່ບໍ່ເຂົ້າໃຈວ່າໝາຍເຖິງຫຍັງ, ບາງຄົນອາດຈະເຫັນແລ້ວ ແຕ່ກໍບໍ່ໃສ່ໃຈ ຄິດວ່າບໍ່ມີອັນຕະລາຍຫຍັງກໍມີ ແລະ ກໍມີບາງຄັ້ງ

ທີ່ ກາດ (guard) ປະຈຳຫາດ ຍ່າງເລາະປະກາດເຕືອນ ແລະ ມີການປັກທຸງແດງແລ້ວ ແຕ່ກບບໍ່ສົນໃຈຫຍັງ ຈິ່ງເຮັດໃຫ້ໄດ້ຮັບອັນຕະລາຍ

ຫຼື ເສຍຊີວິດໄດ້.  ສາເຫດອີກປະການໜຶ່ງ ກໍຂຶ້ນຢູ່ກັບການເອົາໃຈໃສ່ ແລະ ການເຕືອນໄພຂອງເຈົ້າໜ້າທີ່ກາດ ໂດຍບາງແຫ່ງບໍ່ມີການ

ປັກທຸງເຕືອນ ຫຼື ປັກກໍຢູ່ໃນໄລຍະຫ່າງເກີນໄປ ເຮັດໃຫ້ນັກທ່ອງທ່ຽວເຂົ້າໃຈວ່າ ບໍ່ລິເວນທີ່ບໍ່ມີທຸງສາມາດລົງຫຼິ້ນນ້ຳໄດ້, ຫາດບາງແຫ່ງ

ມີການຕິດຕັ້ງປ້າຍປະກາດເຕືອນໄວ້ ແຕ່ພໍ່ຄ້າແມ່ຄ້າ ຊ້ຳພັດນຳເອົາປ້າຍໂຄສະນາມາຕິດທັບໃສ່ ເນື່ອງຈາກຢ້ານວ່ານັກທ່ອງທ່ຽວ

ຈະບໍ່ເຂົ້າມາທ່ຽວ ຫາກຮູ້ວ່າຊາຍຫາດເຂດດັ່ງກ່າວມີຄວາມອັນຕະລາຍ.

 

ສະນັ້ນ, ເພື່ອການປ້ອງກັນກໍລະນີການເສຍຊີວິດ ຈາກການລົງຫຼິ້ນນ້ຳທະເລທີ່ມີທຸງແດງປັກເຕືອນຢູ່ນັ້ນ ນັກທ່ອງທ່ຽວ

ຕ້ອງໄດ້ເອົາໃຈໃສ່ສຳຫຼວດເບິ່ງພື້ນທີ່ໂດຍຮອບ ວ່າມີຄຳຕືອນ ຫຼື ມີທຸງສັນຍາລັກປັກເຕືອນໄວ້ ຫຼື ບໍ່?  ຫາກເຮົາເອົາໃຈ

ໃສ່ປະຕິບັດຕາມການເຕືອນຂອງເຈົ້າໜ້າທີ່ແລ້ວ ນັກທ່ອງທ່ຽວກໍຈະມີຄວາມປອດໄພ ໃນການເດີນທາງມາທ່ອງທ່ຽວ

ບໍລິເວນຊາຍຝັ່ງທະເລ.

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...