spot_img
Homeຂ່າວຕ່າງປະເທດຈີນ​ເປີດ​ຕົວ​ເຮືອບິ​ນທະ​ເລ​ຜະລິດ​ເອງ ເອຈີ 600

ຈີນ​ເປີດ​ຕົວ​ເຮືອບິ​ນທະ​ເລ​ຜະລິດ​ເອງ ເອຈີ 600

Published on

ຈີນ​ເປີດ​ຕົວ​ເຮືອບິນ​ສະ​ເທືອ​ນນ້ຳ​ສະ​ເທືອ​ບົກ​ໃຫຍ່​ທີ່​ສຸດ​ໃນ​ໂລກ ​ເອຈີ 600 (AG600) ລຳ​ທຳ​ອິດ ທີ່​ຜະລິດ​ເອງ ຊຶ່ງສ່ວນ​ໜຶ່ງ​ຂອງ​ໂຄງການ​ເຊົາເພິ່ງພາອາກາດ​ສະຍານ​ທີ່​ຜະລິດ​ໂດຍ​ບໍລິສັດ​ຕ່າງປະ​ເທດ.

ສຳນັກຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ ບໍລິສັດ ອາກາດ​ສະຍານ (AVIC) ຂອງ​ລັດຖະບານ​ຈີນ ​ເປີດ​ຕົວ​ເຮືອບິນ​ສະ​ເທືອ​ນນ້ຳ​ສະ​ເທືອ​ນບົກ​ຂະໜາດ​ໃຫຍ່​ທີ່​ສຸດ​ໃນ​ໂລກ ​ເອຈີ 600 ລຳ​ທຳ​ອິດ ທີ່​ບໍລິສັດ​ເອວິກຜະລິດ​ເອງ​ໝົດ​ລຳ ​ໃນ​ວັນ​ທີ 23 ກໍລະກົດ​ທີ່​ຜ່ານ​ມາ ຢູ່​ໃນ​ໂຮງງານ​​ໃນ​ເມືອງ​ຈູ​ໄຫ່ ມົນທົນ​ກວາງຕຸ້ງ ທາງ​ພາກ​ໃຕ້ ຊຶ່ງຜູ້​ບໍລິຫານ​ຂອງ​ເດ​ວິດ ກ່າວ​ວ່າ ​ເອຈີ 600 ມີ​ຂະໜາດ​ຄວາມ​ຍາວ 37 ​ແມັດ, ຄວາມ​ຍາວ​ລະຫວ່າງ​ປາຍ​ປີກ 2 ຂ້າງ 39 ​ແມັດ ຂະໜາດ​ລຳ​ຕ​ົວໄລ່​ເລ່ຍກັບ​ເຮືອບິນ​ໂດຍສານ​ໂບອິ້ງ 737 ​ແລະ ບິນ​ໄກ​​ສຸດ 4.500 ກິ​ໂລ​ແມັດ ມີ​ເປົ້າ​ໝາຍ​ເພື່ອ​ໃຊ້​ໃນ​ພາລະກິດ​ທາງ​ທະ​ເລ ​ແລະ ຕໍ່ສູ້​ກັບ​ໄຟ​ປ່າ ​ເອຈີ 600 ຖື​ເປັນຄວາມ​ພະຍາຍາມ​ຫຼ້າ​ສຸດ​​ໃນ​ໂຄງການ​ຂອງ​ປະ​ເທດ​ທີ່​ຈະ​ເລີ​ກ​ເພິ​ງພາ​ອາກາດ​ສະຍານ​ທີ່​ຜະລິດ​ໂດ​ຍບໍລິສັດ​ຕ່າງປະ​ເທດ ຊຶ່ງເອວິດ​ຕັ້ງ​​ເປົ້າ​ໝາຍ​ການ​ຕະຫຼາດ​ພາຍ​ໃນ​ປະ​ເທດ​ເປັນ​ຕົ້ນຕໍ ​ແລະ ຈົນ​ເຖິງ​ຂະນະ​ນີ້​ມີ​ໃບ​ສັ່ງ​ຊື້​ເອຈີ 600 ​ແລ້ວ 17 ລຳ.

ອຸດສາຫະກຳ​ການບິນ​ຂອງ​ຈີນ​ມີ​ຄວາມ​ຄືບ​ໜ້າ​ຢ່າງ​ວ່ອງ​ໄວ​ໃນ​ປີ​ທີ່​ຜ່ານ​ມາ ​ໂດຍ​ໃນ​ເດືອນ​ພະຈິກ​ຈີນ​ເປີດ​ຕົວ ​ໂຄ​ແມັກ ຊີ 919 ​ເຮືອບິນ​ໂດຍສານ​ຂະໜາດ​ກາງ 158-174 ບ່ອນ​ນັ່ງ ຊຶ່ງ​ເປັນ​ເຮືອບິນ​ໂດຍສານ​ຮຸ່ນ​ທຳ​ອິດ​ທີ່​ຜະລິດ​ຂຶ້ນ​ເອງ​ໃນ​ປະ​ເທດ​ໝົດລຳ ​ແລະ ​ໃນ​ເດືອນ​ມິຖຸນາ​ທີ່​ຜ່ານ​ມາ ​ເຮືອບິນ​ໂດຍສານ ​ເອອາຣ​ເຈ 21 ຜະ​ລິດ​ຢູ່​ຈີນ​ທັງ​ໝົດ​ລຳ ​​ແລະ ກອງທັບ​ອາ​ວະ​ກາດ​ຈີນ​ໄດ້​ເລີ່​ມນຳ​ໃຊ້​ເຮືອບິນ​ຂົນ​ສົ່ງ​ຂະໜາດ​ໃຫຍ່ ​ວາຍ-20 ຜະລິດ​ໃນ​ປະ​ເທດ​ໃນ​ຕົ້ນ​ເດືອນ​ນີ້.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...