spot_img
Homeຂ່າວການສຶກສາສຸດຍອດ! ນັກຮຽນສີ່ຄົນຂອງ ສສ ຫວຽດນາມ ໄດ້ຮັບຫລຽນລາງວັນໃນການເສັງໂອລິມປິກຊີວະສາດສາກົນ

ສຸດຍອດ! ນັກຮຽນສີ່ຄົນຂອງ ສສ ຫວຽດນາມ ໄດ້ຮັບຫລຽນລາງວັນໃນການເສັງໂອລິມປິກຊີວະສາດສາກົນ

Published on

ການ​ເສັງ​ໂອ​ລິມ​ປິກວິ​ຊາ​ຊີ​ວະ​ສາດ​ສາ​ກົນ​ຄັ້ງ​ທີ 27 ໄດ້​ອັດ​ລົງ​ໃນ​ຕອນ​ບ່າຍ​ວັນ​ທີ 23/7 ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ອັດ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ວູ້​ດຶກ​ດາມ ທ່ານໄດ້​ຊົມ​ເຊີຍ​ບັນ​ດາ​ນັກ​ຮຽນ​ທີ່​ບັນ​ລຸ​ຜົນ​ງານ​ສູງ​ໃນ ການ​ເສັງ​ໂອ​ລິມ​ປິກວິ​ຊາ​ຊີ​ວະ​ສາດ​ສາ​ກົນ​ຄັ້ງ​ທີ 27 ພ້ອມ​ທັງ​ຫວັງ​ວ່າ ບັນ​ດາ​ນັກ​ຮຽນ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ຄວາມ​ເກັ່ງ​ກ້າ​ສາ​ມາດ ແລະ ນ້ຳ​ໃຈ​ມັກ​ການ​ຮ່ຳ​ຮຽນ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ວູ້​ດຶກ​ດາມ ກ່າວ​ວ່າ :

ວິ​ທະ​ຍາ​ສາດ ແລະ ໝາກ​ຜົນ​ທາງ​ດ້ານ​ວິ​ທະ​ຍາ​ສາດ​ແມ່ນ​ມໍ​ລະ​ດົກ​ລວມ​ຂອງມວນ​ມະ​ນຸດ. ເສີມ​ຂະ​ຫຍາຍ ແລະ ປະ​ກອບ​ສ່​ວນ​ເຂົ້າ​ໃນ​ໝາກ​ຜົນ​ດັ່ງ​ກ່າວ, ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ລວມ​ຂອງທຸກໆ​ປະ​ເທດ, ຂອງ​ທຸກໆ​ຄົນ​. ການ​ຄົ້ນ​ພົບ ແລະ ລ້ຽງ​ດູ​ບັນ​ດາ​ຜູ້​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ​ທີ່​ຍັງ​ໜຸ່ມ​ແໜ້ນ ແມ່ນ​ຈຳ​ເປັນ​ທີ່​ສຸດ ແລະ ການ​ເສັງ​ໂອ​ລິມ​ປິກ​ສາ​ກົນ​ຄັ້ງຕ່າງໆ ແມ່ນ​ມີ​ຄວາມ​ໝາຍ ແລະ ສຳ​ຄັນ​ສຳ​ລັບ​ເປົ້າ​ໝາຍນີ້. ບັນ​ດາ​ເພື່ອນບໍ່​ພຽງແຕ່ເປັນ​ຕົວ​ແທນ​ໃຫ້​ແກ່​ນ້ຳ​ໃຈ​ມັກ​ການ​ຮ່ຳ​ຮຽນ, ຄວາມ​ເມົາ​ມົວ​ທາງ​ດ້ານ​ວິ​ທະ​ຍາ​ສາດ, ເຈດ​ຈຳ​ນົງ​ບືນ​ຕົວ​ຂຶ້ນ​ຜ່ານ​ຜ່າ​ຄວາມ​ທົດ​ສອບ​ເທົ່າ​ນັ້ນ, ພວກ​ເພື່ອນ​ຍັງ​ແມ່ນ​ທູດ​ແຫ່ງ​ເຈດ​ຕະ​ນາ​ດີ​ໃຫ້​ແກ່​ສັນ​ຕິ​ພາບ, ມິດ​ຕະ​ພາບ​ໃຫ້​ແກ່​ອະ​ນາ​ຄົດ​ຂອງ​ໂລກ​ອີກ​ດ້ວຍ

ນັກ​ຮຽ​ນ​ຫວຽດ​ນາມ​ທັງ 4 ຄົນ ຕ່າງ​ກໍ​ໄດ້​ຮັບຫຼຽນ​ລາງວັນ, ໃນ​ນັ້ນ​ມີ 1 ຫຼຽນ​ຄຳ, 1 ຫຼຽນ​ເງິນ, ແລະ 2 ຫຼຽນ​ທອງ.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...