spot_img
Homeຂ່າວຕ່າງປະເທດຊາວໜຸ່ມເຊື້ອສາຍອິຣານ ກວາດຍີງປະຊາຊົນ ຢູ່ສູນການຄ້າແຫ່ງໜຶ່ງໃນເຢຍລະມັນ

ຊາວໜຸ່ມເຊື້ອສາຍອິຣານ ກວາດຍີງປະຊາຊົນ ຢູ່ສູນການຄ້າແຫ່ງໜຶ່ງໃນເຢຍລະມັນ

Published on

ເກີດເຫດຄົນຮ້າຍກວາດຍີງບໍລິເວນແຫຼ່ງຊອບປິງໃນເມືອງມິວນິກ ປະເທດເຢຍລະມັນ ເບື້ອງຕົ້ນພົບວ່າມີຜູ້ບາດເຈັບ ແລະເສຍຊີວິດ

ເມື່ອວັນທີ 22 ກໍລະກົດ 2016 ສຳນັກຂ່າວ CNN ລາຍງານວ່າ ໄດ້ເກີດເຫດຄົນຮ້າຍກວາດຍີງບໍລິເວນທາງໜ້າສູນການຄ້າໂອລິມເປຍ (Olympia shopping mall) ໃນເມືອງມິວນິກ ເບື້ອງຕົ້ນມີຜູ້ເສຍຊີວິດຢ່າງໜ້ອຍ 1 ຄົນ ແລະບາດເຈັບອີກຫຼາຍສິບຄົນ.

ໂດຍໜຶ່ງໃນໂຄສົກຕຳຫຼວດຂອງເຢຍລະມັນກ່າວວ່າ ເຫດການກວາດຍີງດັ່ງກ່າວ ເກີດຈາກຄວາມຫຶກເຫີມຂອງມືປືນ ແຕ່ຍັງບໍ່ສາມາດສະຫຼຸບໂຕເລກຂອງຜູ້ເສຍຊີວິດແລະຜູ້ບາດເຈັບໄດ້ ສ່ວນຄົນຮ້າຍຍັງຄົງຫຼົບໜີ. ແນວໃດກໍຕາມ ເຈົ້າໜ້າທີ່ຕຳຫຼວດເມືອງມິວນິກໄດ້ເຕືອນປະຊາຊົນ ບໍ່ໃຫ້ຢູ່ໃນແຫຼ່ງຊຸມນຸມ ເນື່ອງຈາກສະຖານະການຍັງບໍ່ສະຫງົບ.

ບົດຄວາມຫຼ້າສຸດ

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...