ຊີວິດຂອງຄົນລາວເຮົານັ້ນຜຸກພັນກັບສາສະໜາມາຕັ້ງແຕ່ເກີດຈົນຮອດຕາຍ ໂດຍສະເພາະກໍແມ່ນສາສະໜາພຸດ ທີ່ເປັນສາສະໜາຂອງປະຊາຊົນສ່ວນໃຫຍ່. ໃນນັ້ນ ປະຊາຊົນທົ່ວໆໄປ ມັກໃຊ້ວັນສຳຄັນຕ່າງໆທາງສາສະໜາ ໃນແຕ່ລະເດືອນ ເພື່ອເລີ່ມຕົ້ນເຮັດສິ່ງດີໆ ຫລືໃໝ່ໆ (ອາດ) ຈະ ຫລຸດ, ລະ, ເລີກ ບໍ່ເຮັດໃນສິ່ງທີ່ຈະນຳມາເຊິ່ງຄວາມເສື່ອມເສຍຂອງຊີວິດ.
ຍົກຕົວຢ່າງ ກໍແມ່ນມື້ເຂົ້າພັນສາ ທີ່ພໍ່ແມ່ເຖົ້າແກ່ ເລີ່ມຕັ້ງປະນິທານໃນໃຈວ່າ ຈະເຮັດສິ່ງນັ້ນສິ່ງນີ້ໃຫ້ໄດ້ ຫລືສົ່ງເສີມລູກຫລານຜູ້ທີ່ມີອາຍຸຕາມເກນ ທີ່ຈະໄດ້ບວດເປັນພະ ຫລືສາມະເນນ ເຮັດຕາມປະເພນີທີ່ປະຊາຊົນຄົນລາວສືບທອດກັນມາແຕ່ບູຮານນະການ ມີຄວາມເຊື່ອອີກຢ່າງໜຶ່ງວ່າ ຈະໄດ້ບຸນກຸສົນຫລາຍ. ແຕ່ເວົ້າແນວນັ້ນກໍບໍ່ໄດ້ໝາຍຄວາມວ່າ ຄົນທີ່ບໍ່ພ້ອມບວດທາງກາຍ ຈະບວດບໍ່ໄດ້ ແຕ່ສຳຄັນເໜືອອື່ນໃດ ກໍສາມາດ “ບວດໃຈ” ໄດ້ຄືກັນ ໂດຍການຕັ້ງຈິດອະທິຖານວ່າ ຈະ “ຢຸດ, ຫລຸດ, ລະ, ເລີກ, ຫລີກເວັ້ນຈາກອະ ບາຍຍະມຸກທັງຫລາຍແລ”.
ຄົນທົ່ວໄປມັກພາກັນນິຍົມເຫີ່ແຕ່ສະເພາະ “ຢຸດເຫລົ້າເພື່ອເຂົ້າພັນສາ” ແຕ່ໃນຄວາມຈິງແລ້ວ ຢຸດໄປຕະຫລອດຊີວິດເລີຍ ແຮ່ງເປັນການດີທີ່ສຸດ ແລະໄດ້ບຸນມາກມາຍມະຫາສານນຳອີກດ້ວຍ. ເພາະວ່າບຸນຄືຄວາມສຸກກາຍ ສະບາຍໃຈ, ຄວາມອີ່ມເອີບໃນຫົວໃຈ……
ການ “ຢຸດເຫລົ້າເພື່ອເຂົ້າພັນສາ” ໂດຍສະເພາະສາມເດືອນຕໍ່ໄປນີ້ ນອກຈາກຈະເປັນການປະຕິບັດບູຊາຕໍ່ສາສະໜາທີ່ຕົນເອງເຄົາລົບແລ້ວ ຍັງເປັນໂອກາດດີທີ່ເຮົາຈະໃຊ້ເປັນຂໍ້ອ້າງທາງສັງຄົມ “ຢຸດດື່ມໃນງານສ້າງສັນຕ່າງໆ ທີ່ມີເຫລົ້າເປັນໂຕການໃນງານນັ້ນ ແລະເປັນເວລາທີ່ເຮົາຄວນຈະເລີ່ມຕົ້ນເຮັດສິ່ງດີໆເພື່ອຊີວິດ ມອບຂອງຂວັນໃຫ້ແກ່ຄອບຄົວອັນແສນຮັກແສນແພງຂອງເຮົາ.
ຂໍໃຫ້ທຸກຄົນ ຈົ່ງມີຄວາມສຳເລັດໃນໜ້າທີ່ການງານ ແລະມີຄວາມສຸກສົມຫວັງໃນຊີວິດ
ສາທຸ! ສາທຸ! ສາທຸ!