spot_img
Homeຂ່າວພາຍ​ໃນນາງກາບແກ້ວ ຈະຂຽນຄຳຮ້ອງ ຂໍຄວາມເປັນທຳແກ່ຕົນ ຫຼັງຕົກເປັນຜູ້ຕ້ອງຫາໝາຍຈັບ ຂໍ້ຫາລັກຊັບທີ່ ຫຍິງໄກ່ ຟ້ອງໄວ້

ນາງກາບແກ້ວ ຈະຂຽນຄຳຮ້ອງ ຂໍຄວາມເປັນທຳແກ່ຕົນ ຫຼັງຕົກເປັນຜູ້ຕ້ອງຫາໝາຍຈັບ ຂໍ້ຫາລັກຊັບທີ່ ຫຍິງໄກ່ ຟ້ອງໄວ້

Published on

ນາງ ກາບແກ້ວ ຖືກຕຳຫຼວດໄທອອກໝາຍຈັບ ໃນຂໍ້ຫາລັກຊັບນາຍຈ້າງ ທີ່ ນາງໄກ່ (ສາຍາ ຫຍິງໄກ່) ໄດ້ຟ້ອງໄວ້ທີ່ສະຖານີຕຳຫຼວດປະຊາຊື່ນ ນະຄອນຫຼວງບາງກອກ ເຊິ່ງເປັນຄະດີດັງໃນຫຼາຍອາທິດທີ່ຜ່ານມາ. ໃນຂະນະທີ່ນາງກາບແກ້ວ ໄດ້ລັກໜີມາຍັງປະເທດລາາວ ກ່ອນຈະຖືກອອກໝາຍຈັບ ຫຼັງຈາກນັ້ນນາງກາບແກ້ວກໍບໍ່່ກ້າທີ່ຈະຂ້າມຊາຍແດນເຂົ້າປະເທດໄທໄດ້ເລີຍ ແຕ່ນາງກາບແກ້ວຢືນຢັນວ່າຕົນເອງບໍລິສຸດ ພຽງແຕ່ຖືກໃສ່ຮ້າຍຈາກຫຍິງໄກ່ (ນາຍຈ້າງ) ຊື່ໆ.

ນາງກາບແກ້ວ ເປັນຄົນບ້ານ ຈອມແຈ້ງ ເມືອງລອງ ແຂວງຫຼວງນ້ຳທາ ຜູ້ກ່ຽວເປັນລູກກຳພ້າພໍ່ແມ່ ຈຶ່ງພະຍາຍາມດິ້ນຮົນຫາຊ່ອງທາງທຳມາຫາກິນ ແລະໃນທີ່ສຸດ ປີ 2010 ນາງກາບແກ້ວ ໄດ້ຮັບຄຳແນະນຳຈາກ ນາງ ເຈນ ໝູ່ລຸ້ນເອື້ອຍທີ່ເຮັດວຽກຢູ່ຮ້ານເສີມສວຍແຫ່ງໜຶ່ງທີ່ບາງກອກ ບອກວ່າມີຄຸນຫຍິງທ່ານໜຶ່ງທີ່ເປັນລູກຄ້າມາເຮັດຜົມເລື້ອຍໆ ກຳລັງຕ້ອງການຄົນງານໄປຢູ່ນຳ ເພື່ອເບິ່ງແຍງລູກໆ ຂອງຕົນ. ຕົນເອງຈຶ່ງໄດ້ເຮັດພາສປອດ ແລະເດິນທາງໄປໂດຍຜ່ານດ່ານຂົວມິດຕະພາບລາວ-ໄທ ທີ່ວຽງຈັນ-ໜອງຄາຍ ໂດຍມີຫຍິງໄກ່ ພ້ອມຄົນຂັບລົດມາຮັບເອົາ.

ພໍໄດ້ໄປຢູ່ກັບ ນາງໄກ່ ບໍ່ດົນກໍໄດ້ພາໝູ່ອີກຜູ້ໜຶ່ງໄປຢູ່ນຳກັນແຕ່ຜູ້ນັ້ນຢູ່ບໍ່ໄດ້ ຈຶ່ງໄດ້ພາກັນໜີອອກມາ ໃນໄລຍະເດືອນ 9-10 ປີ 2011 ໂດຍບໍ່ໄດ້ບອກໃຫ້ ຫຍິງໄກ່ຮູ້ເລີຍ ເນື່ອງຈາກຢ້ານລາວຊິໄລ່ເອົາຄ່າເຮັດພາສປອດ ເຊິ່ງຫຍິງໄກ່ຈະຄິດໄລ່ຄ່າເຮັດພາສປອດເປັນແສນບາດ. ການກັບເທືື່ອນີ້ແມ່ນໄດ້ຖືເອົາກະເປົາເຄື່ອງຂອງຕົນອອກມານຳ ອັນທີ່ນາງໄກ່ໃຫ້ສຳພາດວ່າຕົນເອງໄດ້ເອົາເຄື່ອງທີ່ຕົນຊຸກເຊື່ອງເຄື່ອງໄວ້ນັ້ນກໍເປັນເຄື່ອງໃຊ້ສ່ວນຕົວຂອງຕົນເອງ.

ພໍກັບມາຮອດບ້ານກໍບໍ່ໄດ້ຄິດຫຍັງ ກະຄິດວ່ານາງໄກ່ຍັງເປັນຄົນທີ່ດີຕໍ່ເຮົາ ຕາມຫຼັງມາຈຶ່ງຕິດຕໍ່ໄປຫານາງໄກ່ ແລ້ວນາງໄກ່ບອກວ່ານ້ອງຄົງລຳບາກເນາະ ເພາະບໍ່ໄດ້ໃຫ້ເງິນຄຳຫຍັງໄປເລີຍ ແລະຫຍິງໄກ່ບອກວ່າໃຫ້ໄປຫາຢູ່ໜອງຄາຍ ຈະໃຫ້ຕຳຫຼວດເອົາເງິນໄປໃຫ້ ກໍເລີຍໄດ້ຂ້າມແດນໄປໜອງຄາຍອີກ ໃນວັນທີ 1/2/2012 ພໍໄປຮອດຈຶ່ງຮູ້ວ່າ ຫຍິງໄກ່ ໄດ້ແຈ້ງຈັບຕົນເອງແລ້ວ ແລະໄດ້ຂູ່ວ່າ ຖ້າບໍ່ຢາກຕິດຄຸກ ແມ່ນໃຫ້ໄປຢູ່ກັບຫຍິງໄກ່່ ກໍເລີຍຕອບຕົກລົງໄປຢຸ່ນຳຫຍິງໄກ່ອີກ ເພື່ອບໍ່ໃຫ້ຖືກຈັບເຂົ້າຄຸກ.

ເມື່ອຕົນເອງກັບໄປເທື່ອນີ້ເລິ່ມຮູ້ສຶກວ່າ ຫຍິງໄກ່ ເປັນຄົນບໍ່ດີ ຖ້າຢູ່ໄປດົນຄົງຈະເປັນອັນຕະລາຍ ຈຶ່ງໄດ້ພະຍາຍາມໜີອອກມາ ໂດຍເຊົ້າມື້ນັ້ນ ວັນທີ 13/2/2012 ເມື່ອຫຍິງໄກ່ ປວດຫົວແລ້ວບອກໃຫ້ຕົນໄປຊື້ຢາແກ້ປວດມາໃຫ້ ຈຶ່ງໄດ້ສວຍໂອກາດລັກໜີອອກມາ ດ້ວຍສົ້ງຂາສັ້ນ ເສື້ອແຂນສັ້ນ ກັບກະເປົາເງິນຂອງຕົນເທົ່ານັ້ນ ແລະມາຮອດປະເທດລາວໃນວັນທີ 14/2/2012 ແລະກໍບໍ່ໄດ້ກັບໄປອີກເລີຍ ເພາະຖ້າຂ້າມແດນປັບຈະຖືກຈັບທັນທີ.

ເມື່ອນັກຂ່າວເຮົາຖາມວ່າ ກ່ຽວກັບບັນຫາດັ່ງກ່າວ ກາບແກ້ວຕ້ອງຫານຫຍັງບໍ? ກາບແກ້ວໄດ້ຕອບວ່າ: ມີຫຼາຍຢ່າງທີ່ຕ້ອງການ ເປັນຕົ້ນແມ່ນ
1. ໃນເມື່ອເຮົາເປັນຄົນບໍລິສຸດ ກໍຢາກໄດ້ຄວາມຍຸດຕິທຳຂອງເຮົາຄືນມາ ຢາກໃຫ້ເຈົ້າໜ້າທີ່ໄທຖອນໝາຍຈັບ ເນື່ອງຈາກເຮົາບໍ່ໄດ້ມີຄວາມຜິດຫຍັງ ແຕ່ກໍບໍ່ສາມາດຮຽກຮ້ອງໃນຈຸດນັ້ນໄດ້ ເນື່ອງຈາກຂາດທີ່ປຶກສາ ໂດຍສະກເພາະແມ່ນເຮົາບໍ່ມີທະນາຍຄວາມ ຫຼືອົງການຈັດຕັ້ງໃດໃຫ້ຄວາມຊ່ວຍເຫຼືອ.
2. ຢາກໃຫ້ຄະດີຄວາມສິ້ນສຸດລົງ ແລະໄດ້ຄວາມເປັນທຳກັບຄືນມາ ເພື່ອຈະໄດ້ໃຫ້ຍາດພີີ່ນ້ອງຂອງຕົນໄດ້ຮູ້ວ່າ ຕົນເອງເປັນຄົນບໍລິສຸດແທ້

ແຕ່ທັງໝົດນັ້ນ ຖ້າຫາກບໍ່ມີໃຜຍື່ນມືເຂົ້າມາຊ່ວຍເຫຼືອໄດ້ ກໍຄົງຕ້ອງລໍຖ້າການເວລາເປັນເຄື່ອງພິສູດ ລໍຖ້າເບິ່ງຄະດີຄວາມຂອງ ຫຍິງໄກ່ ວ່າຈະຈົບລົງແບບໃດ ຫຍິງໄກ່ຈະຖອນແຈ້ງຈັບຫຼືບໍ່ ຫຼືສານຈະໃຫ້ໝາຍຈັບເປັນໂມຄະ. ເພາະຖ້າເມື່ອໃດໝາຍຈັບຍັງບໍ່ຖືກຍົກເລີກ ຕອນນັ້ນຕົນເອງກໍຍັງເປັນຜູ້ຕ້ອງສົງໄສທີ່ມີໝາຍຈັບ ແລະບໍ່ສາມາດເດິນທາງໄປຍັງປະເທດໄທໄດ້ ລວມທັງຍາດຕິພີ່ນ້ອງກໍຄົງຈະບໍ່ເຊື່ອວ່າຕົນເອງເປັນຜູ້ບໍລິສຸດແທ້ໆ.

ໃນເບື້ອງຕົ້ນນີ້ ໄດ້ຂໍຄວາມຊ່ວຍເຫຼືອໄປທາງນັກຂ່າວຊ່ອງສາມຂອງໄທ (ຜູ້ທີ່ເປີດເຜີຍຄະດີຫຍິງໄກ່) ເພື່ອຂໍແບບຟອມຂຽນຄຳຮ້ອງ ສະແດງຄວາມບໍລິສຸດໃຈ ແລະຂໍໃຫ້ຖອນໝາຍຈັບ ເພາະຖ້າບໍ່ຖອນໝາຍຈັບຕົນເອງຈະບໍ່ສາມາດຂ້າມໄປຝັ່ງໄທໂດຍເດັດຂາດ ເພາະຮູ້ຢູ່ວ່າຂ້າມໄປຕອນໃດກໍຖືກຈັບທັນທີ ເຊິ່ງປັດຈຸບັນນີ້ຕົນເອງຮູ້ສຶກມີີຄວາມເດືອດຮ້ອນພໍສົມຄວນ.

ບົດຄວາມຫຼ້າສຸດ

ຍອດຜູ້ເສຍຊີວິດທະລຸ 1,400 ຄົນ ຈາກເຫດແຜ່ນດິນໄຫວໃນອັບການິສຖານ

ອັບເດດຍອດຜູ້ເສຍຊີວິດຈາກເຫດການແຜ່ນດິນໄຫວໃນອັບການິສຖານ ຄວາມຮຸນແຮງ 6.0 ຣິກເຕີ ຫຼ້າສຸດມີລາຍງານການເສຍຊີວິດເພີ່ມຂຶ້ນເປັນ 1,400 ຄົນ ແລະ ບາດເຈັບອີກຫຼາຍພັນຄົນ. ອີງຕາມສຳນັກຂ່າວຮອຍເຕີລາຍງານໃນວັນທີ 2 ກັນຍາ 2025, ກ່ຽວກັບເຫດການແຜ່ນດິນໄຫວໃນອັບການິສຖານ ເຮັດໃຫ້ມີຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນ...

ຫວຽດນາມ ຈັດພິທີສະຫລອງ 80 ປີ ການປະຕິວັດເດືອນສິງຫາ ແລະ ວັນຊາດ.

ສະເຫຼີມສະຫຼອງຢ່າງຍິ່ງໃຫຍ່! ປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມ ພິທີສະເຫລີມສະຫລອງ 80 ປີ ການປະຕິວັດເດືອນສິງຫາທີ່ສຳເລັດຜົນ ແລະ ວັນຊາດ ສສ ຫວຽດນາມ. ໃນເຊົ້າວັນທີ 2...

ສຕລ ປະກາດລາຍຊື່ 22 ນັກເຕະລາວ ລຸຍບານເຕະຊີງແຊ້ມອາຊີ U23 ຮອບຄັດເລືອກ 2026 ທີ່ປະເທດອິນໂດເນເຊຍ

ປະກາດລາຍຊື່ 22 ນັກເຕະລາວ ເຂົ້າຮ່ວມການແຂ່ງຂັນບານເຕະຊີງແຊ້ມອາຊີ U23 ຮອບຄັດເລືອກ 2026 ທີ່ປະເທດອິນໂດເນເຊຍ. ທີມຊາດລາວຮຸ່ນອາຍຸບໍ່ເກີນ23 ປີ ຫຼື U23 ພາຍໃຕ້ການຄຸມທີມຂອງ ທ່ານ ຮາ...

ລໍ້າໜ້າໄປອີກຂັ້ນ 10G ຈາກຈີນໄວທີ່ສຸດໃນໂລກ ດາວໂຫຼດຂໍ້ມູນ 20GB ໃນເວລາ 20 ວິນາທີ

ເຊິ່ງໃນກ່ອນໜ້ານີ້ປະເທດຍີ່ປຸ່ນໄປເປີດໂຕ 6G ທີ່ໄວທີ່ສຸດໃນໂລກເຊິ່ງມີກຳນົດນນຳໃຊ້ໃນຕົ້ນປີ 2030, ແຕ່ຕອນນີ້ປະເທດຈີນໄດ້ເປີດໂຕບໍລິການອິນເຕີເນັດບຣອດແບນຄວາມໄວ 10 Gbps ຕໍ່ວິນາທີ (10G) ເປັນຄັ້ງທຳອິດຂອງໂລກ. ໂຄງການນີ້ເປັນການຮ່ວມມືລະຫວ່າງບໍລິສັດ China Unicom ແລະ ບໍລິສັດ...