spot_img
Homeຂ່າວການພັດທະນາລັດຖະບານ ຈະຕິດຕັ້ງກ້ອງວົງຈອນປິດເພີ່ມ ເກືອບ 800 ຈຸດ ຢູ່ນະຄອນຫລວງວຽງຈັນ!

ລັດຖະບານ ຈະຕິດຕັ້ງກ້ອງວົງຈອນປິດເພີ່ມ ເກືອບ 800 ຈຸດ ຢູ່ນະຄອນຫລວງວຽງຈັນ!

Published on

ໃນອະນາຄົດອັນໃກ້ນີ້ ເຫດການບໍ່ດີຕ່າງໆທີ່ເກີດຂຶ້ນ ໃນນະຄອນຫລວງວຽງຈັນ ຈະໄດ້ຮັບການບັນທຶກ ແລະ ແກ້ໄຂສະພາບໂດຍໄວ, ພາຍຫລັງລັດຖະບານ ໄດ້ອະນຸມັດໂຄງການ ຍົກລະດັບກ້ອງວົງຈອນປິດ ແລະ ສັນຍານເຕືອນໄພຕົວເມືອງ ນັບຫລາຍຮ້ອຍຈຸດ ເຊິ່ງໂຄງການດັ່ງກ່າວ ໄດ້ມີພິທີລົງນາມຈັດຕັ້ງປະຕິບັດ ໃນທ້າຍອາທິດຜ່ານມາ ລະຫວ່າງ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ພົນຈັດຕະວາ ສົມຫວັງ ທຳມະສິດ ແລະ ທ່ານ ລີ ຈອງ ຮວຽນ ຜູ້ບໍລິຫານ ບໍລິສັດ ໂກລດຣາກອນລາວ ຈຳກັດ.

ໂຄງການດັ່ງກ່າວ ລວມມີມູນຄ່າທັງໝົດ 28 ລ້ານໂດລາສະຫະລັດ ເຊິ່ງລວມມີການຕິດຕັ້ງ ກ້ອງວົງຈອນປິດ ແລະ ລະບົບສັນຍານເຕືອນໄພ ໃນຕົວເມືອງຕ່າງໆຂອງ ນະຄອນຫລວງວຽງຈັນ ທັງໝົດ 790 ຈຸດ, ປັບປຸງຍົກລະດັບເຄືອຂ່າຍ ໃຫ້ທັນສະໄໝ ແລະ ສາມາດເຊື່ອມຕໍ່ ລະບົບໂທລະພາບເຂົ້າກັບສູນບັນຊາ ແລະ ສະຖານີຕຳຫລວດ, ພ້ອມຍົກລະດັບຂໍ້ມູນບັນທຶກພາບ ຈາກລະບົບອານາລ໋ອກເປັນດີຈີຕອນ ແລະ ຊ່ວຍເຝິກອົບຮົມໃຫ້ພະນັກງານ ເພື່ອຄວບຄຸມບັນຊາລະບົບຕ່າງໆ ມີປະສິດທິຜົນດີຂຶ້ນ ໂດຍແມ່ນ ບໍລິສັດ ໂກລດຣາກອນ ເປັນຜູ້ລົງທຶນກ່ອນ 100% ແລ້ວລັດຖະບານຈຶ່ງຊຳລະຄືນໃຫ້ ໃນໄລຍະເວລາ 8 ປີ.

ຄາດວ່າຈະມີປະໂຫຍດຫລາຍ ໃນການຕິດຕາມ, ບັນທຶກ ແລະ ເປັນຫລັກຖານຢັ້ງຢືນ ໃນການກະທຳຜິດ, ເປັນສູນລວບລວມຂໍ້ມູນ ໃນການກວດສອບການຈະລາຈອນ, ກໍລະນີເກີດເຫດຊີງຊັບ, ລັກຊັບ, ອາຊະຍາກຳຕ່າງໆ ໃນນະຄອນຫລວງວຽງຈັນ ເພື່ອຮັບປະກັນຄວາມປອດໄພຂອງຊີວິດ ແລະ ຊັບສິນຂອງປະຊາຊົນ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...