spot_img
Homeຂ່າວພາຍ​ໃນບາບໄລ່ເວນທັນ ຫຍິງໄກ່ແຈ້ງຈັບສາວລາວ ຄະດີພິກເປັນຫຍິງໄກ່ຖືກຈັບແທນ

ບາບໄລ່ເວນທັນ ຫຍິງໄກ່ແຈ້ງຈັບສາວລາວ ຄະດີພິກເປັນຫຍິງໄກ່ຖືກຈັບແທນ

Published on

ຖ້າໃຜຕິດຕາມຂ່າວຈາກປະເທດໄທ ຈະໄດ້ຮູ້ເລື່ອງຄະດີນາງໄກ່ ຫຼື ນາງມົນຕາ ທີ່ໄດ້ໄປແຈ້ງຄວາມກັບຕຳຫຼວດໄທ ກ່າວຫາວ່າລູກຈ້າງສາວລາວ 2 ຄົນ ຮ່ວມກັນລັກຊັບ ມູນຄ່າປະມານ 5 ລ້ານບາດ ແລ້ວເອົາໂຕລົບໜີ ຈົນຕຳຫຼວດໄດ້ອອກໝາຍຈັບລູກຈ້າງຊາວລາວ 2 ຄົນ ຜູ້ໜຶ່ງຊື່ ນາງກາບແກ້ວ ແລະໄດ້ສັ່ງຟ້ອງໄປເຖິງໄອຍະການແລ້ວ ແຕ່ໂຕຜູ້ຕ້ອງຫາອີກຜູ້ໜຶ່ງນັ້ນບໍ່ຮູ້ວ່າເປັນໃຜ ແລະໄດ້ຫາຍໄປໃສ… ໃນທີ່ສຸດຄະດີພິກ ເປັນ ຫຍິງໄກ່ (ນາຍຈ້າງ) ຫາເລື່ອງໃສ່ລູກຈ້າງຂອງຕົນຊື່ໆ.

ເລື່ອງມີຢູ່ວ່າ ເມື່ອປີ 2010 ນາງໄກ່ ຫຼືຫຍິງໄກ່ ໄດ້ຮັບຄຳແນະນຳຈາກໝູ່ລຸ້ນເອື້ອຍຂອງນາງ ກາບແກ້ວ , ຫຍິງໄກ່ຈຶ່ງໄດ້ເດິນທາງມາຮັບນາງ ກາບແກ້ວ ຢູ່ວຽງຈັນ ເພື່ອໄປເປັນຄົນຮັບໃຊ້ເຮັດວຽກຢູ່ເຮືອນ ເຊິ່ງເບື້ອງຕົ້ນນາງກາບແກ້ວ ໄດ້ຂໍ້ມູນມາວ່າ ນາງໄກ່ ມີເຊື້ອສາຍຊົນຊັ້ນສູງໃນໄທ ຈຶ່ງຕັດສິນໃຈໄປຢູ່ນຳ ແຕ່ພໍໄປໄດ້ໄລຍະໜຶ່ງ ນາງໄກ່ ບໍ່ໄດ້ໃຫ້ເງິນຄ່າຈ້າງແຮງງານຕາມທີ່ໄດ້ລົມກັນໄວ້ ໂດຍໃຫ້ເງິນພຽງ 1000-2000 ບາດ ນາງກາບແກ້ວ (ລູກຈ້າງຄົນລາວ) ຈຶ່ງໄດ້ພະຍາຍາມໜີກັບປະເທດລາວ ແຕ່ວ່າ ນາງໄກ່ ໄດ້ໃຫ້ເຈົ້າໜ້າທີ່ຜູ້ໜຶ່ງມາຮັບກັບໄປແລ້ວບັງຄັບໃຫ້ເຮັດວຽກອີກ ຈົນລູກຈ້າງຜູ້ນີ້ໄດ້ຕັດສິນໃຈໜີອີກ ໃນເວລາທີ່ນາງໄກ່ ໃຊ້ໃຫ້ໄປຊື້ຢາ ຈຶ່ງໄດ້ຈ້າງລົດແທັກຊີລົບໜີໄປ ແລະບໍ່ມີໃຜຕິດຕໍ່ໄດ້ອີກເລີຍ.

ຕາມຫຼັງມາເມື່ອປີ 2011 ນາງໄກ່ (ນາຍຈ້າງ) ຈຶ່ງໄດ້ເຂົ້າແຈ້ງຄວາມກັບຕຳຫຼວດວ່າ ຖືກລູກຈ້າງລັກຊັບຂອງຕົນມີມູນຄ່າປະມານ 5,000,000 ບາດ ໃນນັ້ນ ນາງກາບແກ້ວ ກໍແມ່ນຜູ້ໜຶ່ງທີ່ຖືກກ່າວຫາ ແລະຖືກອອກໝາຍຈັບ. ນັບຕັ້ງແຕ່ມື້ນັ້ນເປັນຕົ້ນມາ ຕົນເອງກໍບໍ່ສາມາດຂ້າມຊາຍແດນໄປປະເທດໄທໄດ້ ຍ້ອນຢ້ານວ່າຈະຖືກຈັບໃນຂໍ້ຫາລັກຊັບດັ່ງກ່າວ.

ປັດຈຸບັນນາງກາບແກ້ວ ໄດ້ແຕ່ງງານແລະມີລູກໜຶ່ງຄົນ ອາໄສຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແລະໄດ້ຢືນຢັນວ່າຕົນເອງບໍ່ໄດ້ລັກຊັບ ນາງໄກ່ ຜູ້ເປັນນາຍຈ້າງເລີຍ ສິ່ງທີ່ຫຍິບຈັບເອົາໄປນຳນັ້ນກໍເປັນເຄື່ອງຂອງສ່ວນຕົວຂອງຕົນເອງ. ຈຶ່ງຮຽກຮ້ອງໃຫ້ເຈົ້າໜ້າທີ່ໄທລົບລ້າງໝາຍຈັບຕົນທີ່ໄດ້ອອກໄປນັ້ນ ເພາະຕົນເອງບໍ່ໄດ້ກະທຳຜິດໃດໆ

ຂໍ້ມູນຂ່າວຈາກ: ຄອບຄົວຂ່າວສາມ

ບົດຄວາມຫຼ້າສຸດ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດພະເທບ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ. ໃນຕອນບ່າຍຂອງວັນທີ 22 ເມສາ 2025,...

ນັກທ່ອງທ່ຽວຕ່າງຊາດທີ່ຈະເດີນທາງເຂົ້າໄທ ດ້ວຍພາສປອດຕ້ອງໄດ້ຂຽນຟອມອອນລາຍ ເລີ່ມ 1 ພຶດສະພານີ້

ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ (ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ຈະເດີນທາງໄປປະເທດໄທ ຕ້ອງໄດ້ເຂົ້າຕື່ມແບບຟອມ (TDAC) ລິ້ງ https://tdac.immigration.go.th/arrival-card/#/home ທາງອອນລາຍ...

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...