spot_img
HomeມູມໄອທີລາວElephone ເປີດໂຕ EleEnterGame1 ຄີບອຣ໌ດສຳລັບຄົນມັກຫຼິ້ນເກມ

Elephone ເປີດໂຕ EleEnterGame1 ຄີບອຣ໌ດສຳລັບຄົນມັກຫຼິ້ນເກມ

Published on

ຫຼາຍໆຄົນທີ່ຕິດຕາມວົງການສະມາດໂຟນມາດົນ ກໍອາດຈະຮູ້ຈັກກັບບໍລິສັດ Elephone ມາແດ່ຢູ່ແລ້ວ ເຊິ່ງເປັນບໍລິສັດຜູ້ຜະລິດສະມາດໂຟນຈາກປະເທດຈີນ ທີ່ເນັ້ນຂາຍສະມາດໂຟນໃນລາຄາປະຢັດເປັນສ່ວນໃຫຍ່, ແລ້ວຜູ້ຜະລິດສະມາດໂຟນມາກ່ຽວຫຍັງກັບຄີບອຣ໌ດ? ແນ່ນອນວ່າຕ້ອງມີຄົນຖາມຢູ່ແລ້ວ ແຕ່ບໍ່ກ່ຽວກໍຕ້ອງກ່ຽວ ເພາະວ່າຫຼ້າສຸດນີ້ບໍລິສັດ Elephone ໄດ້ປະກາດເປີດໂຕຄີບອຣ໌ດ EleEnterGame1 ສຳລັບຄົນມັກຫຼິ້ນເກມໂດຍສະເພາະເລີຍ. 

ສຳລັບຄີບອຣ໌ດ EleEnterGame1 ຈາກຮູບທີ່ເຮົາເບິ່ງດ້ານເທິງນີ້ຖືວ່າມີຄວາມຫຼູຫຼາ ແລະງາມພໍສົມຄວນເລີຍ, ເຊິ່ງໂຕຄີບອຣ໌ດນີ້ແມ່ນເຮັດມາດ້ວຍໂລຫະທີ່ມີຄຸນນະພາບໝົດໂຕ ແລະແສງສີແບບສາຍຮຸ້ງ. ທາງດ້ານການອອກແບບເອງກໍຖືວ່າອອກແບບມາໄດ້ເໝາະແກ່ການໃຊ້ງານເປັນຢ່າງດີເລີຍ ໂດຍສະເພາະການຫຼິ້ນເກມ. ນອກນີ້ທາງ Elephone ຍັງກ່າວວ່າຜູ້ໃຊ້ງານສາມາດເລືອກປັບຄວາມແຈ້ງຂອງແສງຈາກປຸ່ມຄີບອຣ໌ດໄດ້ຕາມຕ້ອງການ ເພື່ອໃຫ້ສາມາດຫຼິ້ນເກມທີ່ມັກໄດ້ທຸກເວລາບໍ່ວ່າຈະເປັນກາງເວັນ ຫຼື ກາງຄືນ.

Elephone ຍັງບອກອີກວ່າຄີບອຣ໌ດໂຕນີ້ທາງບໍລິສັດໄດ້ຜ່ານຂະບວນການທົດສອບມາຢ່າງເຂັ້ມງວດຂອງທຸກໆສ່ວນ ລວມເຖິງແກນກົນໄກ ແລະສ່ວນອື່ນໆຂອງແປ້ນພິມນຳ, ເຮັດໃຫ້ໝັ້ນໃຈໄດ້ເລີຍວ່າເຮົາບໍ່ຕ້ອງກັງວົນອີກຕໍ່ໄປໃນການຫຼິ້ນເກມທີ່ຕ້ອງໃຊ້ຄີບອຣ໌ດແບບໜັກໆວ່າມັນຈະເກີດຄວາມເສຍຫາຍແນວໃດ. ສ່ວນເລື່ອງຂອງລາຄາຕອນນີ້ທາງບໍລິສັດຍັງບໍ່ໄດ້ເປີດເຜີຍອອກມາເທື່ອ ແຕ່ບໍລິສັດບອກວ່າມັນຈະມີລາຄາທີ່ຖືກ ຈົນຕ້ອງແປກໃຈກັນແນ່ນອນ.
ທີ່ມາ:gizmochina

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...