ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 15 ກໍລະກົດ

0
1662

ວັນທີ 15 ກໍລະກົດ ປີ 1999 ຫຼືມື້ນີ້ເມື່ອ 17 ປີທີ່ແລ້ວ ເປັນມື້ວາງຈຳໜ່າຍຂອງເກມ Legend of Mana ທີ່ເປັນເກມແນວ Action RPG ພັດທະນາໂດຍ Squaresoft (ປັດຈຸບັນແມ່ນ Square Enix). ນອກຈາກນີ້ Legend of Mana ຖືເປັນພາກທີ 4 ຂອງຊີຣີ Mana ເຊິ່ງເປັນອີກຊີຣີຂອງຄ້າຍ Squaresoft ທີ່ໄດ້ຮັບຄວາມນິຍົມພໍສົມຄວນ ຈົນມີເກມເມີ້ນິຍາມຊີຣີນີ້ວ່າເປັນເກມ Final Fantasy ເວີຊັ່ນ Action RPG ໄປເລີຍ.

ທາງດ້ານລະບົບເກມ Legend of Mana ຈະເປັນການລຸຍດັນຈ້ຽນຕ່າງໆ ໂດຍມີສັດຕູຕາມທາງແລະບອສທີ່ຢູ່ທ້າຍສາກ ເຊິ່ງນອກຈາກໂຕເອກຂອງເກມທີ່ຜູ້ຫຼິ້ນຕ້ອງໄດ້ຕັ້ງຊື່ຕັ້ງແຕ່ເລີ່ມເກມແລ້ວ ກໍຈະມີໝູ່ຮ່ວມທີມທີ່ເຮົາສາມາດເລືອກມາຢູ່ທີມໄດ້ຢ່າງອິດສະຫຼະ ແຕ່ກໍຈະມີໝູ່ບາງຄົນທີ່ເຮົາຈະຕ້ອງໄປຫາມາຈາກເຄວສ ແລະໝູ່ບາງຄົນກໍຈະບັງຄັບຮ່ວມປາຣ໌ຕີ້ໄປກັບເຮົາເພື່ອຜ່ານບາງເຄວສນຳ ສ່ວນປຸ່ມທີ່ໃຊ້ໃນການຄວບຄຸມກໍຈະມີປຸ່ມໂຈມຕີດ້ວຍອາວຸດທີ່ສວມໃສ່, ປຸ່ມໃຊ້ເວດມົນທີ່ຕິດຕັ້ງໄວ້, ປຸ່ມຕັ້ງກາຣ໌ດເພື່ອປ້ອງກັນການໂຈມຕີ ແລະປຸ່ມໃຊ້ທ່າພິເສດ (ໃຊ້ໄດ້ກໍຕໍ່ເມື່ອເກດທ່າໄມ້ຕາຍເຕັມຫຼອດເທົ່ານັ້ນ).

ໃນສ່ວນເນື້ອເລື່ອງຂອງເກມຈະເລົ່າເຖິງໂລກຂອງ Fa’Diel ຫຼືຕົ້ນໄມ້ມານາ ທີ່ເປັນແຫຼ່ງມອບມານາແລະຊີວິດຂອງທຸກໆສິ່ງໃນໂລກໃບນີ້ ທີ່ຖືກໄໝ້ໄປເກືອບໝົດຕົ້ນເມື່ອ 900 ປີກ່ອນເຫດການໃນເກມ, ຈາກນັ້ນຈຶ່ງໄດ້ເກີດສົງຄາມຂຶ້ນລະຫວ່າງເຜົ່າພູດແຟຣີ້ ແລະມະນຸດ ລວມເຖິງມີເຜົ່າອື່ນໆ ທີ່ອອກຊອກຫາເສດພະລັງມານາທີ່ຍັງຄົງຫຼົງເຫຼືອຢູ່ ຈົນມາຮອດຊ່ວງສົງຄາມສິ້ນສຸດລົງຊາກຕົ້ນໄມ້ມານາກໍໄດ້ກຳເນີດໃໝ່ແລະແຜ່ນດິນຫຼາຍສ່ວນເທິງໂລກໄດ້ຖືກເກັບໄວ້ໃນວັດຖຸບູຮານໃນຕຳນານອັນໜຶ່ງ ເຊິ່ງໂຕລະຄອນທີ່ຜູ້ຫຼິ້ນເລືອກຕັ້ງແຕ່ຕົ້ນເກມນັ້ນມີໜ້າທີ່ອອກຊອກຫາວັດຖຸບູຮານອັນນັ້ນເພື່ອກອບກູ້ໂລກໃຫ້ກັບມາສູ່ສະພາບເກົ່າໃຫ້ໄດ້. 

Fact ເລັກນ້ອຍກ່ຽວກັບເກມ Legend of Mana

  • ເກມນີ້ຈະມີ Easter Eggs ຢູ່ຢ່າງໜຶ່ງ ຕອນທີ່ເຮົາຢູ່ໂຮງແຮມ Domina ຈະເຫັນວ່າມີໄຂ່ທີ່ຊື່ Pee Wee ຢູ່ດ້ານຫຼັງເຄົາເຕີ້ ບ່ອນນີ້ໃຫ້ເຮົາກົດລົມກັບ Pee Wee 15 ເທື່ອ ແລະເມື່ອເຮົາກົດລົມເປັນເທື່ອທີ 16 ໄຂ່ຈະແຕກອອກແລະ Yuka ຈະເຂົ້າມາເວົ້າໃຫ້ເຮົາທີ່ເຮັດໃຫ້ Pee Wee ຕາຍ ເຊິ່ງ Easter Eggs ນີ້ຈະມີຜົນເສຍທີ່ເຮັດໃຫ້ເຮົາບໍ່ສາມາດເຮັດເຄວສບາງເຄລສໄດ້ອີກເລີຍຕະຫຼອດເກມນີ້ ເພາະສະນັ້ນຄວນບັນທຶກເກມໄວ້ກ່ອນທີ່ຈະລອງ Easter Eggs ອັນນີ້.

  • ຜູ້ຫຼິ້ນສາມາດລ້ຽງໂຈໂຄໂບະ ທີ່ເປັນນົກປະຈຳຊີຣີ Final Fantasy ໃນເກມ Legend of Mana ໄດ້ໂດຍບໍ່ຕ້ອງເຮັດເຄວສ Monster Corral ກ່ອນ ຂໍພຽງແຕ່ມີເຊບເກມ Final Fantasy VIII (FF8) ຢູ່ໃນເມໂມຣີ້ກາຣ໌ດ ໂຕເກມກໍຈະກວດສອບຂໍ້ມູນໃນເມໂມຣີ້ກາຣ໌ດຂອງເຮົາແບບອັດຕະໂນມັດເອງ.

  • ຫາກຜູ້ຫຼິ້ນມີເຊບຂອງເກມ SaGa Frontier 2 ຢູ່ໃນເມໂມຣີ້ກາຣ໌ດອັນດຽວກັບທີ່ໃຊ້ເຊບເກມ Legend of Mana ກໍໃຫ້ລອງເຂົ້າໜ້າຈໍເຊບເກມຂອງ Legend of Mana ເບິ່ງ, ຈາກນັ້ນກໍເລື່ອນເຄີເຊິ້ໄປທີ່ໂຕໄຟລ໌ເຊບຂອງ SaGa Frontier 2 ແລ້ວໃຫ້ອອກຈາກໂໝດເຊບເກມ. ຫຼັງຈາກນີ້ກໍໃຫ້ເລືອກໄປສະຖານທີ່ທີ່ຊື່ວ່າ Bone Fortress ແລະໃຫ້ຍ່າງໄປທີ່ຂົວທີ່ເຮົາສູ້ກັບສັດຕູທີ່ຊື່ວ່າ DeathBringer ເມື່ອໄປຮອດເຮົາຈະພົບ Skeleton ຂວາງທາງຢູ່ 2 ໂຕ ໃຫ້ຂ້າມັນໂລດ. ຫຼັງຈາກທີ່ຂ້າມັນໄດ້ໝົດແລ້ວ ເຮົາຈະໄດ້ສູ້ກັບ DeathBringer 2 ຕໍ່ທັນທີ ແລະຖ້າເຮົາເອົາຊະນະໄດ້ກໍຈະໄດ້ລາງວັນເປັນດາບສຸດຍອດຈາກເກມ SaGa Frontier 2 ມາໃຊ້ໃນເກມ Legend of Mana ອີກນຳ.

  • ເພງໄຕ້ເຕິ້ນຂອງເກມນີ້ແມ່ນຮ້ອງໂດຍທ່ານ ແອນນິກ້າ ລຸງເບີຣ໌ກ (Annika Ljungberg) ອະດີດນັກຮ້ອງນຳຈາກວົງ Rednex ຂອງປະເທດສະວີເດັນ ທີ່ເຄີຍໂດ່ງດັງຈາກເພງ Cotton Eye Joe ໂດຍທ່ານ ລຸງເບີຣ໌ກໄດ້ໃຫ້ສຳພາດໃນຊ່ວງທີ່ເກມ Legend of Mana ວາງຈຳໜ່າຍໄວ້ວ່າທາງທີມພັດທະນາເກມໄດ້ເລືອກນາງມາຮ້ອງໃຫ້ເກມນີ້ ກໍເນື່ອງຈາກສຽງຮ້ອງຂອງນາງມີສະເໜ່ຄືກັບມົນສະກົດແບບສະວີດິດແລະເຂົ້າກັບທິມແຟນຕາຊີຂອງ Legend of Mana ໄດ້ເປັນຢ່າງດີ.

ທີີມາ:online station,ເດັກລາວ