spot_img
Homeຂ່າວທ້ອງຖິ່ນປກສ ຫົງສາ ຈັບຂະບວນການຄ້າຢາເສບຕິດ ພ້ອມຂອງກາງ 3,000 ເມັດ

ປກສ ຫົງສາ ຈັບຂະບວນການຄ້າຢາເສບຕິດ ພ້ອມຂອງກາງ 3,000 ເມັດ

Published on

ນັກຂ່າວລາວໂພສຕ໌ປະຈຳເມືອງຫົງສາ ໄດ້ແຈ້ງວ່າເຈ້າໜ້າທີ່ ປກສ ເມືອງຫົງສາ ຈັບຜູ້ຮ່ວມຂະບວນການຄ້າຂາຍຢາ ເສບຕິດໄດ້ 3 ຄົນ ຈໍານວນ 3.000 ເມັດ

ໃນ​ສັງ­ຄົມ​ປະ­ຈຸ​ບັນ ​ບັນ­ຫາ​ຢາ​ເສບ​ຕິດ​ແມ່ນ​ໄດ້​ແພ່​ລະ­ບາດ​ຢ່າງ​ກວ້າງ­ຂວາງ ຊຶ່ງ​ບັນ­ຫາ​ດັ່ງ­ກ່າວ​ ໄດ້​ສ້າງ​ຄວາມ​ບໍ່​ສະ­ຫງົບ ແລະ ຄວາມ​ບໍ່​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ໃຫ້​ແກ່​ສັງ­ຄົມ ເຖິງ​ວ່າ​ເຈົ້າ​ໜ້າ­ທີ່​ພວກ​ເຮົາ​ໄດ້​ເອົາ­ໃຈ­ໃສ່​ເລີກ​ຮື້ ແລະ​ ແກ້​ໄຂ​ຢ່າງ​ຕັ້ງ­ໜ້າ​ກໍ​ຕາມ​ມັນ​ກໍ​ຍັງ​ເກີດ​ຂຶ້ນ​ຢູ່.

ໃນວັນທີ 06 ເດືອນກໍລະກົດ 2016 ທີີ່ຜ່ານມານີ້, ເຈົ້າໜ້າທີ່ ສະກັດກັ້ນກອງຄະດີ ປກສ ເມືອງຫົງສາ ແຂວງໄຊຍະບູລີ  ໄດ້ກັກຕົວຜູ້ຄ້າຂາຍຢາເສບຕິດປະເພດຢາບ້າ ຈໍານວນ 3 ຄົນຄື: ນາງ ພອນ ພອນສີວັນ ອາຍຸ 56 ປີ ແລະ ທ້າວ ບຸນໝອມ ພອນສີວັນ ອາຍຸ 25 ປີ (ເປັນສອງແມ່ລູກ) ອາຊີບຊາວສວນ, ຄົນເຜົ່າກຶມມຸ ປະຊາຊົນບ້ານປາກແບງ ເມືອງ ປາກແບງ ແຂວງ ອຸດົມໄຊ ພ້ອມຂອງກາງຢາບ້າ,  ລົດຈັກຍີ່ຫໍ້ຄຼິກ ສີ ຂາວ-ດຳ 1 ຄັນ ບໍ່ມີທະບຽນ, ໂທລະສັບ 3 ໜ່ວຍ, ສາຍຄໍຄຳ 2 ບາດ (ເປັນທອງຄ້າຍຄືຄຳ), ເງິນໝັນ 2 ໝັນ ແລະ ທ້າວ ລາວເກີວາ ອາຍຸ 28 ປີ, ອາຊີບຊາວສວນ, ຄົນເຜົ່າມົ້ງ, ປະຊາຊົນບ້ານພຽນຫຍ້າ ເມືອງຮຸນ ແຂວງ ອຸດົມໄຊ ພ້ອມລົດຈັກເວບ ສີດຳ-ແດງ ບໍ່ມີທະບຽນ, ໂທລະສັບ 1 ໜ່ວຍ ເປັນຜູ່ຮ່ວມຂະບວນການຄ້າຂາຍຢາເສບຕິດ.

ຜ່ານ​ການ​ສືບ­ສວນŒ-ສອບ​ສວນ​ຜູ້​ຖືກຫາ​ທັງສອງແມ່ລູກ ໄດ້​ໃຫ້­ການສາ­ລະ­ພາບ​ຕໍ່​ເຈົ້າ​ໜ້າ­ທີວ່າ: ຕົນ​ເອງ​ໄດ້​ໄປ​ຊື້ຢາ​ບ້າ​ນຳທ້າວ ລາວເກີ ວາ​ ປະຊາຊົນບ້ານພຽນຫຍ້າ ເມືອງຮຸນ ແຂວງ ອຸດົມໄຊ ຈໍາ­ນວນ 15 ຖົງ ຫຼື ເທົ່າກັບ 3.000 ເມັດ, ຕົກ​ເປັນ​ເງິນ ​ຈຳ­ນວນ 18,000,000 ກີບ. ແລ້ວ​ສອງແມ່ລູກກໍ່ໄດ້ນຳ​ເອົາ​ຢາ​ບ້າທີ່​ຊື້​ມາ​ນັ້ນ,​ ­ໄປ​ສົ່ງໃຫ້ລູກຄ້າຢູ່ທີ່ເມືອງຫົງສາ ໂດຍບໍ່ຮູ້ຊື່. ພໍຂີ່ລົດຈັກມາຮອດໜ້າເດີນກິລາເມືອງໆ ເງິນ ທາງເຈົ້າໜ້າທີເມືອງຫົງສາ-ເມືອງເງິນ ຈຶ່ງເຂົ້າຈັບກຸ້ມສອງແມ່ລູກດັ່ງກ່າວໄວ້  ແລ້ວ​ຄຸມ​ຕົວ​ມາ​ດຳ­ເນີນ​ການ​ສືບ­ສວນŒ-ສອບ​ສວນ​ຢູ່ ປກສ ເມືອງ​ຫົງສາເພື່ອຫາຜູ່ຮ່ວມຂະບວນການ.

ຕົກມາວັນທີ 7 ຂອງເດືອນດຽວກັນ ເມືອເຈົ້າໜ້າທີສືບຮູ້ວ່າ: ຢາເສບຕິດດັ່ງກ່າວ, ແມ່ນໄດ້ຈາກ ທ້າວ ລາວເກີ ວາ ອາຍຸ 28 ປີ, ອາຊີບຊາວສວນ, ຄົນເຜົ່າມົ້ງ, ປະຊາຊົນບ້ານພຽນຫຍ້າ ເມືອງຮຸນ ແຂວງ ອຸດົມໄຊ ທີ່ເປັນຜູ່ຮ່ວມຂະບວນການຄ້າຂາຍຢາເສບຕິດຄັ້ງນີ້, ທາງເຈົ້າໜ້າທີ ກໍ່ໄດ້ສົ່ງກຳລັງເຈົ້າໜ້າທີ ປກສ ເມືອງຫົງສາ ສົບທົບກັບ ທາງເຈົ້າໜ້າທີ ປກສ ເມືອງປາກແບງ ແລ້ວເຂົ້າໄປຈັບກຸມຕົວທ້າວ ລາວເກີ ວາ ເມື່ອຈັບກຸມສຳເລັດແລ້ວ ເຈົ້າໜ້າທີກໍ່ໄດ້​ຄຸມ​ຕົວ​ມາ​ດຳເນີນ​ການ​ສືບ­ສວນ-Œສອບ​ສວນ​.

ເຊິ່ງໃນປະຈຸບັນນີ້. ຄະດີດັ່ງກ່າວ, ແມ່ນຍັງຢູ່ໃນລະຫວ່າງການດໍາເນີນສືບສວນ-ສອບສວນ ​ພວກ​ກ່ຽວ­ຂ້ອງ​ ເພື່ອ​ຂະຫຍາຍ​ຜົນ​ຫາ​ຜູ້​ຮ່ວມ​ຂະ​ບວນ​ການ ແລະ ປະ­ກອບ​ສຳນວນ​ຄະ­ດີ​ສົ່ງ​ໄປ ປກສ ​ແຂວງ ​​ເພື່ອ​ທຳ​ການ​ຕັດສິນລົງ­ໂທດຕາມ​ລະ­ບຽບ​ກົດ­ໝາຍບ້ານ​ເມືອງໃນຂັ້ນຕໍ່ໄປ.
ຄ້າຢາ ຢາເສບຕິດ

ກິດ​ຕິ​ສັກ ບົວ​ໄລ ນັກຂ່າວລາວໂພສຕ໌ ປະຈຳເມືອງຫົງສາ ແຂວງໄຊຍະບູລີ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...